![]() |
ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາທີ່ ແຂວງຈຳປາສັກ ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາແດງ ພົມມາພັກດີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ທ່ານ ດາລາ ອິນດາວົງ ຮອງຫົວໜ້າກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີການນໍາພະແນກການ, ກົມກອງອ້ອມຂ້າງແຂວງ, ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ຄໍາແດງ ພົມມາພັກດີ ກ່າວວ່າ: ວຽກງານການຄ້າຕ່າງປະເທດ, ວຽກງານເຈລະຈາ ເປັນວຽກງານໜຶ່ງ ທີ່ມີບົດບາດສໍາຄັນປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ກໍຄືການພັດທະນາອຸດສາຫະກຳ ແລະ ການຄ້າ, ເພື່ອສ້າງໂອກາດ, ສ້າງເງື່ອນໄຂ ໃຫ້ວຽກງານກະສິກຳ ຕິດພັນກັບອຸດສາຫະກຳປຸງແຕ່ງ ແລະ ການບໍລິການແຕ່ຫົວທີ, ໃນນັ້ນ ຂາດບໍ່ໄດ້ແມ່ນວຽກງານການຄ້າຕ່າງປະເທດ, ວຽກງານເຈລະຈາດ້ານການຄ້າ, ການລົງທຶນ. ກອງປະຊຸມຄັ້ງນີ້ ຈະໃຫ້ບົດຮຽນ, ປະສົບການ, ວິທີການແກ້ໄຂ, ວິທີປະຕິບັດທີ່ດີ,ຍ້ອນແນວນັ້ນ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ເອົາໃຈໃສ່ຕິດຕາມການນໍາສະເໜີເອກະສານຕ່າງໆ ໃຫ້ກໍາແໜ້ນເຊື່ອມຊຶມ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຂອງຕົນ ໃຫ້ມີຜົນສໍາເລັດຕາມຄາາດໝາຍທີ່ວາງໄວ້.
ໃນກອງປະຊຸມ ໄດ້ລາຍງານກ່ຽວກັບການຄ້າທາງເອເລັກໂຕຼນິກ ຂອງ ສປປ ລາວ ໄລຍະ 2025 - 2026, ການສົ່ງເສີມການຄ້າຜ່ານ Platform laoproduct (jd.com), ສິດທິພິເສດດ້ານການຄ້າທີ່ ສປປ ລາວ ໄດ້ຮັບພາຍໃຕ້ ສັນຍາການຄ້າເສລີພາກພື້ນ ແລະ ສາກົນ, ການແກ້ໄຂບັນຫາການສົ່ງອອກສິນຄ້າລາວ ເປັນວຽກໜຶ່ງທີ່ນອນໃນແຜນດໍາເນີນງານອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງ 2025 - 2030, ການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ແລະ ບໍລິການ, ການນໍາສິນຄ້າຜ່ານແດນ ສສ ຫວຽດນາມ - ສປປ ລາວ, ນໍາເຂົ້າ ເພື່ອສົ່ງອອກຕໍ່ ແລະ ນໍາເຂົ້າ - ສົ່ງອອກຄືນພາຫະນະ ທາງບົກແບບຊົ່ວຄາວ.
ຈາກນັ້ນ, ຄະນະຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ກໍມີການຖາມ - ຕອບ ແລະ ປະກອບຄໍາເຫັນ ເພື່ອຄວາມຮັບຮູ້ເຂົ້າໃຈ ແລະ ນໍາໄປຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດ.
ຂ່າວ-ພາບ: ທູນທອງໃຈ

ຄໍາເຫັນ