3 ໄຕມາດຂອງປີນີ້, ບໍລິສັດເຄືອຂ່າຍໄຟຟ້າແຫ່ງຊາດຈີນຍັງໄດ້ວາງແຜນເປັນເອກະພາບກັນຊຸກຍູ້ການກໍ່ສ້າງໂຄງການຕ່າງໆ, ສຸມໃສ່ການປະຕິບັດວຽກງານເພື່ອຮັບປະກັນການສະໜອງໄຟຟ້າທີ່ມີຄວາມຕ້ອງການຢ່າງຫຼວງຫຼາຍໃນໄລຍະລະດູຮ້ອນທົ່ວສັງຄົມໃຫ້ດີ, ສືບຕໍ່ປັບປຸງຍົກລະດັບຄຸນນະພາບການບໍລິການສະໜອງໄຟຟ້າ, ຊຸກຍູ້ການປະຕິຮູບ ແລະ ການປະດິດສ້າງໃຫ້ຂະຫາຍຕົວເຂົ້າສູ່ລວງເລິກ ຊຶ່ງໄດ້ສະໜອງການຄ້ຳປະກັນຢ່າງແຂງແຮງຕໍ່ຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ແລະ ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມທີ່ມີຄຸນນະພາບສູງ.
ມາຮອດປັດຈຸບັນ, ບໍລິສັດເຄືອຂ່າຍໄຟຟ້າແຫ່ງຊາດຈີນໄດ້ສ້າງສຳເລັດ 44 ໂຄງການສົ່ງໄຟຟ້າແຮງດັນສູງພິເສດ ລວມເຖິງ 23 ໂຄງການສົ່ງກະແສໄຟຟ້າສະຫຼັບ ແລະ 21 ໂຄງການສົ່ງກະແສໄຟຟ້າກົງ ຊຶ່ງສາມາດສະໜອງພະລັງງານໄຟຟ້າແບບຂ້າມເຂດແຄວ້ນ ແລະ ຂ້າມແຂວງຫຼາຍກວ່າ 380 ລ້ານກິໂລວັດ.
ຄໍາເຫັນ