ກ່າວຄຳເຫັນໃນກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາຍແດນຄັ້ງທີ 20 (AMMTC 20) ທີ່ດຳເນີນໃນວັນທີ 21 ຕຸລາ ຜ່ານມາ ຢູ່ນະຄອນມາກາຕິ ປະເທດຟີລິບປິນ, ທ່ານ ຈອນວິກ ເຣມູນຢາ ລັດຖະມົນຕີກະຊວງພາຍໃນ ແລະ ການປົກຄອງທ້ອງຖິ່ນ ຟີລິບປິນ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການຫັນບັນດາມາດຕະການຮັບມືກັບອາຊະຍາກຳທີ່ນັບມື້ນັບແນບນຽນໃຫ້ເປັນທັນສະໄໝ. ທ່ານກ່າວວ່າ: ການສໍ້ໂກງທາງອອນໄລ, ການຟອກເງິນ ແລະ ການຄ້າຂາຍຢາເສບຕິດ ມີສ່ວນກ່ຽວຂ້ອງກັນຫຼາຍ, ຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີການປະສານສົມທົບກັນເພື່ອປົກປ້ອງປະຊາຊົນ.
ອາເມຣິກາ ເກັບຄືນວີຊາ 300.000 ກວ່າວີຊາ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 20 ຕຸລາ ຜ່ານ, ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ໃຫ້ຮູ້ວ່າ, ອໍານາດການປົກຄອງຂອງທ່ານ ໂດໂນ ທຣໍາ ໄດ້ເກັບວີຊາຄືນ 300.000 ກວ່າວີຊາ ນັບຕັ້ງແຕ່ທ່ານກັບຄືນມາທຳນຽບຂາວໃນເດືອນມັງກອນ 2025, ໃນຂອບເຂດບັນດາມາດຕະການຄວບຄຸມຜູ້ເຂົ້າເມືອງ ແລະ ແກ້ໄຂກໍລະນີທີ່ຊາວຕ່າງປະເທດລະເມີດກົດໝາຍ ສະຫະລັດ ອາເມຣິກາ.
ຄໍາເຫັນ