ທ່ານ ປຣາເຊັດໂຢ ຮາດີ ລັດຖະມົນຕີ ເລຂາທິການແຫ່ງລັດ ໄດ້ເປີດເຜີຍໃນວັນ 20 ຕຸລາ ຜ່ານມາວ່າ: ກ່ຽວກັບຄວາມຄືບໜ້າໃນການແກ້ໄຂບັນຫາດັ່ງກ່າວ, ໃນແຂວງຊູມາຕຣາໃຕ້, ເຈົ້າໜ້າທີ່ໃຊ້ເຮືອບິນດຳເນີນການບິນແລ້ວ 8 ຖ້ຽວນັບຕັ້ງແຕ່ວັນທີ 16 ຕຸລາ ຜ່ານມາ ຊຶ່ງໄດ້ໂຮຍເກືອທັງໝົດ 1.6 ໂຕນ ແລະ ນ້ຳກ້ອນແຫ້ງ ອີກ 4 ໂຕນ. ເຮັດໃຫ້ລະດັບຝຸ່ນ PM2.5 ຫຼຸດລົງ ແລະ ທັດສະນະວິໄສໄດ້ເລີ່ມດີຂຶ້ນຢ່າງເຫັນໄດ້ຊັດ.
ໃນຂະນະທີ່ແຂວງກາລິມັນຕັນຕາເວັນຕົກ, ມີຖ້ຽວບິນທີ່ດຳເນີນການເຮັດຝົນທຽມແລ້ວ 107 ຖ້ຽວ ນັບຕັ້ງແຕ່ວັນທີ 22 ສິງຫາ ຜ່ານມາ, ໂດຍໃຊ້ເກືອທັງໝົດ 98.8 ໂຕນ. ແຂວງກາລີມັນຕັນກາງ ແລະ ກາລີມັນຕັນໃຕ້ ໄດ້ດຳເນີນຖ້ຽວບິນສຳເລັດແລ້ວ 48 ຖ້ຽວ ແລະ 23 ຖ້ຽວຕາມລຳດັບ. ເຈົ້າໜ້າທີ່ຄາດຄະເນວ່າ ການປະຕິບັດງານເຫຼົ່ານີ້ໄດ້ສ້າງປະລິມານນ້ຳຝົນສູງເຖິງ 67.45 ລ້ານແມັດກ້ອນ ແລະ 222.67 ລ້ານແມັດກ້ອນ ຕາມລຳດັບ.
ສຳນັກຂ່າວຊິນຮວາລາຍງານວ່າ: ໄຟໄໝ້ປ່າ ແລະ ການເຜົາໄໝ້ທີ່ດິນໃນອິນໂດເນເຊຍສ່ວນໃຫຍ່ແມ່ນເກີດຈາກການເຜົາປ່າເພື່ອກຽມພື້ນທີ່ການກະເສດ, ບວກກັບສະພາບອາກາດທີ່ແຫ້ງແລ້ງຫຼາຍ. ເຮັດໃຫ້ໝອກຄວັນພິດແຜ່ກະ ຈາຍໄປຢ່າງກວ້າງຂວາງ, ກວມເອົາຫຼາຍພາກພື້ນຂອງປະເທດ ແລະ ມີຜົນກະທົບຂ້າມຊາຍແດນຕໍ່ປະເທດເພື່ອນບ້ານ.
ຄໍາເຫັນ