ໂອກາດດັ່ງກ່າວ, ທ່ານ ນິໂຄ ປາຊີນຢານ ນາຍົກລັດຖະມົນຕີອາກເມນີ ທີ່ເປັນປະເທດເຈົ້າພາບຈັດ COP17 ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການວ່າ: ໜ້າທີ່ແກນກາງຂອງກອງປະຊຸມຄັ້ງນີ້ແມ່ນຮ່ວມກັນປະເມີນຜົນກ່ຽວກັບຄວາມຄືບໜ້າທີ່ໄດ້ບັນລຸ, ຢືນຢັນຄວາມຫຼຸດໂຕນກັນທີ່ຍັງຄົງມີຢູ່ ແລະ ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການເຄື່ອນໄຫວທີ່ເປັນບຸລິມະສິດໃນໄລຍະຕໍ່ໄປ. ຫວັງວ່າໃນຂະນະທີ່ໃຫ້ຄໍາໝັ້ນສັນຍາໃໝ່ນີ້, ຝ່າຍຕ່າງໆຈະເລັ່ງປະຕິບັດຄໍາໝັ້ນສັນຍາໃນປັດຈຸບັນນີ້, ພ້ອມທັງເປີດກວ້າງໂອກາດການຮ່ວມມື ເພື່ອຍົກສູງປະສິດທິພາບໃນການເຄື່ອນ ໄຫວເພື່ອປົກປັກຮັກສາ ແລະ ຟື້ນຟູຊີວະນານາພັນ.
ຄໍາເຫັນ