ຂ່າວລະບຸວ່າ: ໃນຊຸມປີມໍ່ໆມານີ້, ການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງຈີນກັບປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ນັບມື້ລົງເລິກຢ່າງບໍ່ຢຸດຢັ້ງ, ການຄ້າລະຫວ່າງສອງຝ່າຍຂະຫຍາຍຕົວຢ່າງຕໍ່ເນື່ອງ. ໃນ 3ໄຕມາດຂອງປີນີ້, ມູນຄ່າການຄ້າຂາເຂົ້າ-ຂາອອກລະຫວ່າງຈີນ ກັບ ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ບັນລຸເຖິງ 20,370 ຕື້ຢວນ ເພີ່ມຂຶ້ນ 17.1%.
ໄຟເງິນເຟີ້ໃນເຂດໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 3 ປີ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ໄພເງິນເຟີ້ຢູ່ເຂດໃຊ້ສະກຸນເງິນເອີໂຣ (Eurozone) ໃນເດືອນຕຸລາ ຜ່ານມາ ໄດ້ເພີ່ມຂຶ້ນເປັນ 4% ຊຶ່ງເປັນລະດັບສູງສຸດໃນຮອບ 3 ປີ ແລະ ສູງທົບສອງເທົ່າເມື່ອທຽບໃສ່ຄາດໝາຍຂອງທະນາຄານກາງເອີຣົບ (ECB). ສາເຫດຕົ້ນຕໍຍ້ອນລາຄາພະລັງງານເພີ່ມຂຶ້ນຢ່າງແຮງ ໃນສະພາບທີ່ການປະທະກັນຢູ່ເຂດຕາເວັນອອກກາງຍັງສືບຕໍ່ມີການຜັນແປຢ່າງສັບສົນ, ກໍ່ຄວາມກົດດັນຕໍ່ ECB ໃນການສືບຕໍ່ຮັດກຸມນະໂຍບາຍເງິນຕາ.
ຄໍາເຫັນ