ຂ່າວແຈ້ງວ່າ: ງານວາງສະແດງການບິນ ແລະ ການບິນອະວະກາດຄັ້ງນີ້ຈະຈັດຂຶ້ນລະຫວ່າງວັນທີ 7 ຫາ 13 ທັນວາປີ 2026 ຢູ່ນະຄອນຈູ່ໄຫ ແຂວງກວາງຕຸ້ງ ພາກໃຕ້ຂອງຈີນ, ໂດຍຈະສ້າງສະຖິຕິໃໝ່ໃນດ້ານຂະໜາດງານວາງສະແດງ, ເພື່ອສະແດງໃຫ້ໂລກໄດ້ເຫັນເຖິງພະລັງທີ່ມີຊີວິດຊີວາດ້ານການປະດິດສ້າງຂອງວຽກງານການບິນ ແລະ ການບິນອະວະກາດຂອງຈີນຕໍ່ທົ່ວໂລກ ທັງຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືໃນດ້ານການບິນ ແລະ ການບິນອະວະກາດຂອງໂລກຕື່ມອີກ.
ງານວາງສະແດງຄັ້ງນີ້ບໍ່ພຽງແຕ່ແມ່ນງານມະຫະກຳໃນດ້ານການບິນ ແລະ ການບິນອະວະກາດລະດັບໂລກເທົ່ານັ້ນ ຍັງແມ່ນງານມະຫະກຳດ້ານການປ້ອງກັນປະເທດລະດັບສາກົນອີກດ້ວຍ, ຍຸດໂທປະກອນແບບໃໝ່ຫຼາຍປະເພດຂອງກອງທັບອາກາດ ແລະ ກອງທັບເຮືອຈີນຈະວາງສະແດງຮ່ວມ ເພື່ອສະແດງຜົນງານໃນການສ້າງກຳລັງການສູ້ຮົບໃນຄຸນນະພາບໃໝ່ຢ່າງເປັນລະບົບ ແລະ ສະແດງໃຫ້ເຫັນເຖິງພາບພົດທີ່ດີງາມໃນການເປີດປະຕູສູ່ພາຍນອກ, ມີຄວາມໝັ້ນໃຈຕໍ່ຕົນເອງ ແລະ ປົກປ້ອງສັນຕິພາບຂອງກອງທັບປົດປ່ອຍປະຊາຊົນຈີນ.
ຄໍາເຫັນ