ບົດລາຍງານລະບຸວ່າ: ລາຄາພະລັງງານທີ່ສູງຂຶ້ນກຳລັງຊຸກຍູ້ໃຫ້ມູນຄ່າການຄ້າເພີ່ມຂຶ້ນ, ໃນຂະນະທີ່ການຄ້າສິນຄ້າ ແລະ ການບໍລິການມີທ່າອ່ຽງຈະຂະຫຍາຍຕົວປະມານ 4% ໃນລາຄາທີ່ໝັ້ນຄົງໃນປີ 2026. ໂດຍອາຊີ ມີທ່າອ່ຽງກວມເອົາເຖິງ 59% ຂອງການເຕີບໂຕນີ້ໃນປີ 2026, ໂດຍອາຊີຕາເວັນອອກເປັນຈຸດໃຈກາງຂອງການຂະຫຍາຍຕົວຢ່າງໄວວາໃນອຸດສາຫະກຳເຊມິຄອນດັກເຕີ ແລະ ການຜະລິດເຕັກໂນໂລຊີປະມວນຜົນຂັ້ນສູງ.
ດ້ານຜະລິດຕະພັນປັນຍາປະດິດ (AI) ກຳລັງກາຍເປັນຕົວຂັບເຄື່ອນຫຼັກຂອງການຄ້າສິນຄ້າ, ແຕ່ການເຕີບໂຕຂອງການຄ້າທີ່ກ່ຽວຂ້ອງກັບ AI ຍັງບໍ່ທັນນຳໄປສູ່ຜົນປະໂຫຍດຕໍ່ການພັດທະນາທີ່ກວ້າງຂວາງ.
ບົດລາຍງານເຕືອນວ່າ, ວິກິດການພະລັງງານ ແລະ ຄວາມບໍ່ໝັ້ນຄົງທາງດ້ານການເງິນກຳລັງເຮັດໃຫ້ເສດຖະກິດໂລກຕົກຢູ່ໃນການທົດສອບ. ໂດຍວິກິດການພະລັງງານເນັ້ນໃຫ້ເຫັນເຖິງຄວາມຕ້ອງການທີ່ຫຼາກຫຼາຍຂອງການສະໜອງພະລັງງານ ແລະ ການແກ້ໄຂບັນຫາຂໍ້ຈຳກັດດ້ານພະລັງງານ ແລະ ການສະໜອງແມ່ນມີປະສິດທິພາບໃນການຕໍ່ສູ້ກັບອັດຕາເງິນເຟີ້ທີ່ເກີດຈາກການສະໜອງ ເມື່ອປຽບທຽບກັບມາດຕະການຮັດກຸມທາງດ້ານການເງິນ ແລະ ງົບປະມານ.
ຄໍາເຫັນ