ຈີນ​ ມຸ່ງ​ໝັ້ນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ເສດ​ຖະ​ກິດ​ດ້ວຍ​ການ​ປະ​ດິດ​ສ້າງ​

ຈີນ​ ມຸ່ງ​ໝັ້ນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ເສດ​ຖະ​ກິດ​ດ້ວຍ​ການ​ປະ​ດິດ​ສ້າງ​

ຈີນ​ ມຸ່ງ​ໝັ້ນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ເສດ​ຖະ​ກິດ​ດ້ວຍ​ການ​ປະ​ດິດ​ສ້າງ​
ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ສ​ະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ​ຈີນ ​ຄົບ​ຮອບ 77 ປີ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 30 ກັນ​ຍາ ຜ່ານມາ, ໂດຍ​ເພິ່ນ​ໄດ້​ຍົກ​ໃຫ້​ເຫັນ​ວ່າ: “ຕ້ອງ​ຊຸກ​ຍູ້​ເສດ​ຖະ​ກິດ​ໃຫ້​ພັດ​ທະ​ນາ​​ໄປສູ່​​ການ​ຂັບ​ເຄື່ອນດ້​ວຍ​ການ​ປະ​ດິດ​ສ້າງ, ມີ​ໂຄງ​ສ້າງ​ເສດ​ຖະ​ກິດ​ທີ່​ປັບ​ປຸງ​ໃຫ້​ດີ​ຂຶ້ນ ​ແລະ​ ພັດ​ທະ​ນາ​ໄປ​ສູ່​ທິດ​ທາງ​ທີ່​ດີ, ຮັບ​ປະ​ກັນ ​ແລະ​ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນຢ່າງ​ແທ້​ຈິງ, ພະ​ຍາ​ຍາມ​ສູ້​ຊົນ​ເຮັດ​ສຳ​ເລັດ​ໜ້າ​ທີ່​ເປົ້າ ​ໝາຍ​ໝົດ​ປີ ເພື່ອ​ບັນ​ລຸ​ສະ​ພາບ​ການ​ເລີ່ມ​ຕົ້ນ​ທີ່​ດີ​ແຫ່ງ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ ຄັ້ງ​ທີ 15​”.

 

ຈນ​ ມງ​ໝນ​ສາງ​ຄວາມ​ເຂມ​ແຂງ​ດານ​ເສດ​ຖະ​ກດ​ດວຍ​ການ​ປະ​ດດ​ສາງ​ - image 1
 

ການຊຸກຍູ້ຂະບວນການຄວາມທັນສະໄໝແບບຈີນ, ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີເປັນເສັ້ນທາງທີ່ຕ້ອງເດີນຜ່ານ. ໃນປີ 2026 ຊຶ່ງເປັນປີເລີ່ມຕົ້ນປະຕິບັດແຜນການ 5 ປີ ຄັ້ງທີ 15, ທຸກຂະແໜງການປະກົດມີກະແສຟອງການປະດິດສ້າງຢ່າງບໍ່ຢຸດຢັ້ງ ຊຶ່ງສະແດງໃຫ້ເຫັນຢ່າງມີຊີວິດຊີວາເຖິງເສດຖະກິດພັດທະນາຢ່າງມີຄຸນນະພາບສູງ.

1, ອຸດສາຫະກຳດັ້ງເດີມມີການປັບປຸງໃໝ່ຍົກລະດັບສູງຂຶ້ນ

ອຸດສາຫະກຳດັ້ງເດີມຂອງຈີນກວມອຸດສາຫະກຳການຜະລິດຫຼາຍກວ່າ 80%, ເປັນພື້ນຖານຂອງລະບົບອຸດສາຫະກຳທັນສະໄໝ.

ຈີນໄດ້ກຳແໜ້ນຄວາມຕ້ອງການຂອງຕະຫຼາດ, ເພີ່ມທະວີການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ, ອຸດສາຫະກຳດັ້ງເດີມໄດ້ເກີດມີພະລັງຊີວິດຊີວາອັນໃໝ່ຢ່າງຕໍ່ເນື່ອງ. ຍົກເອົາອຸດສາຫະກຳການຜະລິດເຮືອເປັນຕົວຢ່າງ: ຫົກເດືອນຕົ້ນປີນີ້, ອຸດສາຫະກຳການຜະລິດເຮືອຂອງຈີນໄດ້ສ້າງສະຖິຕິໃໝ່ເປັນປະຫວັດສາດໃນດ້ານ 3 ຕົວຊີ້ວັດຫຼັກຄື: ປະລິມານການຜະລິດ, ປະລິມານໃບສັ່ງຊື້ໃໝ່ ແລະ ປະລິມານໃບສັ່ງຊື້ທີ່ມີຢູ່ແລ້ວ ຊຶ່ງສືບຕໍ່ນຳໜ້າໃນຕະຫຼາດໂລກ. ຈາກການຜະລິດກ່ຳປັ່ນສິນຄ້າພຽງຢ່າງດຽວກ້າວໄປສູ່ກຸ່ມອຸດສາຫະກຳກ່ຳປັ່ນລະດັບສູງທີ່ມີຄວາມຫຼາກຫຼາຍ, ອຸດສາຫະກຳການຜະລິດເຮືອຂອງຈີນກຳລັງເປີດຂະບວນການໃໝ່ແຫ່ງການມຸ່ງໜ້າສູ່ການບັນລຸເປົ້າໝາຍຢ່າງອາດຫານ.

ຈນ​ ມງ​ໝນ​ສາງ​ຄວາມ​ເຂມ​ແຂງ​ດານ​ເສດ​ຖະ​ກດ​ດວຍ​ການ​ປະ​ດດ​ສາງ​ - image 2
 

ມູນຄ່າເພີ່ມຂອງອຸດສາຫະກຳການຜະລິດຈີນໄດ້ກວມເອົາເກືອບ 30% ຂອງທົ່ວໂລກ, ຄອງອັນດັບໜຶ່ງຂອງໂລກຢ່າງໝັ້ນທ່ຽງເປັນເວລາ 16 ປີລຽນຕິດ; ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງເຂດພັດທະນາອຸດສາຫະກຳເຕັກນິກຂັ້ນສູງແຫ່ງຊາດ 179 ແຫ່ງບັນລຸຫຼາຍກວ່າ 20,000 ຕື້ຢວນ, ກຳລັງການແຂ່ງຂັນໃນສາກົນຂອງກຸ່ມອຸດສາຫະກຳການຜະລິດທັນສະໄໝແຫ່ງຊາດ 80 ແຫ່ງໄດ້ຍົກສູງຂຶ້ນຢ່າງຕໍ່ເນື່ອງ… ຂີດຄວາມສາມາດການຜະລິດທີ່ກ້າວກະໂດດຂຶ້ນຢ່າງບໍ່ຢຸດຢັ້ງ ໄດ້ສະທ້ອນໃຫ້ເຫັນເຖິງຈີນໃນຖານະເປັນປະເທດໃຫຍ່ກຳລັງຢວ່າງບາດກ້າວອັນເດັດດ່ຽວຢ່າງບໍ່ລົດລະ ໄປສູ່ການເພິ່ງຕົນແອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານເຕັກໂນໂລຊີສຳຄັນຕົ້ນຕໍ.

2, ອຸດສາຫະກຳຈະເລີນໃໝ່ພັດທະນາຢ່າງຟົດຟື້ນ

ອຸດສາຫະກຳຈະເລີນໃໝ່ເປັນຂໍກຸນແຈສຳຄັນ ເພື່ອເລັ່ງສ້າງກຳລັງການ ຜະລິດໃນຄຸນນະພາບໃໝ່, ເປັນສິ່ງຄ້ຳຊູອັນສຳຄັນໃນການຊຸກຍູ້ການຫັນປ່ຽນ ແລະ ຍົກລະດັບເສດຖະກິດ.

ເດືອນກໍລະກົດປີນີ້, ຈະຫຼວດສົ່ງຍານ “ສາງເຈີ່ງ 10 B” ໄດ້ປະສົບຜົນສຳເລັດຢ່າງຈົບງາມ ໃນການປະຕິບັດພາລະກິດເກັບຄືນທ່ອນຈະຫຼວດຫຼັງຈາກຍິງສົ່ງດາວທຽມຂຶ້ນສູ່ອະວະກາດເປັນຄັ້ງທຳອິດ ຊຶ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ເຕັກໂນໂລຊີການນຳໃຊ້ຈະຫຼວດຫຼາຍເທື່ອຂອງຈີນໄດ້ຮັບການບຸກທະລຸທີ່ສຳຄັນຍິ່ງ; ຫົກເດືອນຕົ້ນປີນີ້, ປະລິມານການຜະລິດຫຸ່ນຍົນອຸດສາຫະກຳໄດ້ເພີ່ມຂຶ້ນ 28% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຢາປະດິດສ້າງໃໝ່, ພືດກະສິກຳສາຍພັນໃໝ່ ແລະ ໝາກຜົນດ້ານວິທະຍາສາດເຕັກໂນໂລຊີຈຳນວນໜຶ່ງ ໄດ້ນຳເອົາຜົນປະໂຫຍດມາສູ່ປະຊາຊົນຈຳນວນຫຼວງຫຼາຍຢ່າງທົ່ວເຖິງ…ອຸດສາຫະກຳເສົາຄ້ຳທີ່ຈະເລີນໃໝ່ຂອງຈີນໄດ້ພັດທະນາຢ່າງຟົດຟື້ນ, ເພີ່ມແຮງຂັບເຄື່ອນໃໝ່ອັນເຂັ້ມແຂງເຂົ້າໃນການກໍ່ສ້າງລະບົບອຸດສາຫະກຳທັນສະໄໝ.

3. ວາງແຜນລ່ວງໜ້າຂອງອຸດສາຫະກຳລ້ຳຍຸກ

ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ຂອງຈີນ ໄດ້ວາງແຜນຢ່າງເປັນລະບົບກ່ຽວກັບການພັດທະນາອຸດສາຫະກຳລ້ຳຍຸກ, ກຳນົດຢ່າງຈະແຈ້ງໃຫ້ເລັງໃສ່ນຳພາການພັດທະນາຂົງເຂດຈຸດສຸມໃນອະນາຄົດ, ກໍ່ສ້າງລະບົບບົ່ມເພາະສ້າງຕ່ອງໂສ້ອຸດສາຫະກຳລ້ຳຍຸກແບບຄົບວົງຈອນ, ຊຸກຍູ້ການພັດທະນາວິທະຍາສາດເຕັກໂນໂລຊີຄວັນຕຳ (quantum technology) ອຸດສາຫະກຳການຜະລິດຊີວະພາບ, ພະລັງງານໄຮໂດຣເຈນ ແລະ ພະລັງງານປະຕິກິລິຍາລວມຕົວ, ເຕັກໂນໂລຊີການເຊື່ອມຕໍ່ສະໝອງມະນຸດກັບຄອມພິວເຕີ, ປັນຍາປະດິດປະສານກາຍະພາບ, ເຕັກນິກການສື່ສານເຄື່ອນທີ່ລຸ້ນທີ 6 ແລະ ອື່ນໆໃຫ້ກາຍເປັນຈຸດເຕີບໂຕໃໝ່ດ້ານເສດຖະກິດ.

ຈນ​ ມງ​ໝນ​ສາງ​ຄວາມ​ເຂມ​ແຂງ​ດານ​ເສດ​ຖະ​ກດ​ດວຍ​ການ​ປະ​ດດ​ສາງ​ - image 3
 

ປະລິມານການດາວໂຫຼດແບບຈຳລອງປັນຍາປະດິດແບບເປີດ ທີ່ຈີນຜະລິດ ເປັນອັນດັບໜຶ່ງຂອງໂລກ; ມູນຄ່າອຸດສາຫະກຳແກນກາງດ້ານປັນຍາປະດິດບັນລຸ 1,200 ຕື້ຢວນ, ກຳລັງຕົວຈິງສັງລວມດ້ານປັນຍາປະດິດໄດ້ເຂົ້າສູ່ແຖວໜ້າຂອງໂລກ…ການພັດທະນາອຸດສາຫະກຳລ້ຳຍຸກ ໄດ້ຮັບການບຸກທະລຸໃໝ່ຢ່າງບໍ່ຢຸດຢັ້ງ, ຈະກະຕຸ້ນແຫຼ່ງພະລັງແຮງຂັບເຄື່ອນການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ ໃຫ້ເກີດມີຊີວິດຊີວາຕື່ມອີກ ເພື່ອສ້າງຕົວຂັບເຄື່ອນທີ່ເຂັ້ມແຂງອັນໃໝ່ຫຼາຍກວ່າເກົ່າ ເພື່ອຊຸກຍູ້ການສ້າງສາຄວາມທັນສະໄໝແບບຈີນ.

ໂດຍ: ວິທະຍຸ, ໂທລະພາບສູນກາງຈີນ (CMG)

ຄໍາເຫັນ

ຂ່າວຕ່າງປະເທດ

ຜົນການສຳຫຼວດຊີ້ວ່າ ເງິນເດືອນຂອງຊາວສິງກະໂປໃນປີ 2027 ປັບຂຶ້ນບໍ່ຫຼາຍ

ຜົນການສຳຫຼວດຊີ້ວ່າ ເງິນເດືອນຂອງຊາວສິງກະໂປໃນປີ 2027 ປັບຂຶ້ນບໍ່ຫຼາຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 24 ພະຈິກ ຜ່ານມາວ່າ: ຜົນການສຳຫຼວດຈາກ Robert Walters ຊຶ່ງເປັນບໍລິສັດຈັດຫາງານ ແລະ ໃຫ້ຄຳປຶກສາດ້ານຊັບພະຍາກອນມະນຸດລະດັບໂລກຂອງປະເທດອັງກິດ ໄດ້ສຳຫຼວດຄວາມຄິດເຫັນຜູ້ຊ່ຽວຊານ ແລະ ບໍລິສັດຕ່າງໆໃນສິງກະໂປ ຈຳນວນ 579 ແຫ່ງ ໃນເດືອນກັນຍາຜ່ານມາ, ຄາດຄະເນວ່າການເພີ່ມຂຶ້ນຂອງເງິນເດືອນໂດຍລວມໃນສິງກະໂປພາຍໃນປີ 2027 ຈະຍັງຄົງຢູ່ໃນລະດັບປານກາງສໍາລັບພະນັກ ງານປັດຈຸບັນ ແລະ ພະນັກງານໃໝ່. ຢ່າງໃດກໍຕາມ, ນາຍຈ້າງ ແລະ ຜູ້ຊ່ຽວຊານທີ່ກຳລັງຊອກວຽກໃໝ່ມີທັດສະນະທີ່ແຕກຕ່າງກັນຢ່າງຫຼວງຫຼາຍກ່ຽວກັບບັນຫານີ້.
ເສັ້ນທາງການຄ້າສຳຄັນ 3 ສາຍຖືກກີດຂວາງ ເຮັດໃຫ້ວິກິດດ້ານອາຫານຂອງໂລກຮຸນແຮງຂຶ້ນ

ເສັ້ນທາງການຄ້າສຳຄັນ 3 ສາຍຖືກກີດຂວາງ ເຮັດໃຫ້ວິກິດດ້ານອາຫານຂອງໂລກຮຸນແຮງຂຶ້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 25 ພະຈິກນີ້ວ່າ: ອົງການອາຫານໂລກແຫ່ງສະຫະປະຊາຊາດ ຫຼື WFP ໄດ້ເຕືອນເມື່ອບໍ່ດົນມານີ້ວ່າ, ເສັ້ນທາງການຄ້າສຳຄັນ 3 ສາຍ ຄື: ຊ່ອງແຄບຮໍມຸສ, ຊ່ອງແຄບມັນເດບ ແລະ ທະເລດຳ ຖືກກີດຂວາງຢ່າງຕໍ່ເນື່ອງ, ກຳລັງເຮັດໃຫ້ຕົ້ນທຶນດ້ານອາຫານ, ພະລັງງານ ແລະ ການຂົນສົ່ງຂອງໂລກເພີ່ມສູງຂຶ້ນ, ເຮັດໃຫ້ວິິກິດການຄວາມໝັ້ນຄົງດ້ານອາຫານຮ້າຍແຮງຂຶ້ນ. ປັດຈຸບັນ, ມີປະມານ 266,000,000 ຄົນໃນທົ່ວໂລກປະເຊີນກັບບັນຫາຂາດແຄນອາຫານຢ່າງໜັກໜ່ວງ.
FIFA ຢືນ​ຢັນ​ປະ​ເທດ​ເຈົ້າ​ພາບ​​ຈັດ​ການ​ແຂ່ງ​ຂັນ​ບານ​ເຕະຍິງ​ຊີງ​ແຊັມ​ໂລກ ປີ 2031 ແລະ ປີ 2035

FIFA ຢືນ​ຢັນ​ປະ​ເທດ​ເຈົ້າ​ພາບ​​ຈັດ​ການ​ແຂ່ງ​ຂັນ​ບານ​ເຕະຍິງ​ຊີງ​ແຊັມ​ໂລກ ປີ 2031 ແລະ ປີ 2035

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 23 ພະ​ຈິກ ຜ່ານມາ, ສ​ະ​ຫະ​ພັນ​ບານ​ເຕະ​ໂລກ ຫຼື FIFA ໄດ້​ຢືນ​ຢັນ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ປະ​ເທດ​ເຈົ້າ​ພາບ​​ຈັດການ​ແຂ່ງ​ຂັນ​ບານ​ເຕະ​ຍິງ​​ຊີງ​ແຊັມໂລກ​ປີ 2031 ແລະ ປີ 2035.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 101.5% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 101.5% ໃນ 20 ມື້ທຳອິດຂອງເດືອນພະຈິກ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ກົມພາສີຂອງ ສ ເກົາຫຼີ ລາຍງານວ່າ, ການສົ່ງອອກນັບແຕ່ວັນທີ 1 ຫາ 20 ພະຈິກ ມີມູນຄ່າທັງໝົດ 77.4 ຕື້ໂດລາ, ເພີ່ມຂຶ້ນ 101.5% ຊຶ່ງເພີ່ມຂຶ້ນຫຼາຍກວ່າສອງເທົ່າເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ໂດຍໄດ້ຮັບແຮງຊຸກຍູ້ຈາກຄວາມຕ້ອງການເຊມິຄອນດັກເຕີທີ່ເພີ່ມຂຶ້ນຢ່າງໄວວາ. ໃນຂະນະທີ່ມູນຄ່າການສົ່ງອອກສະເລ່ຍຕໍ່ມື້ບັນລຸ 4.84 ຕື້ໂດລາ, ເພີ່ມຂຶ້ນ 95.2%.
ຫວຽດນາມ ຈັດພິທີ​ສະ​ເຫຼີມ​ສະຫຼອງ 80 ປີ ວັນດໍາເນີນກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ ​ຄັ້ງ​ທີ 1

ຫວຽດນາມ ຈັດພິທີ​ສະ​ເຫຼີມ​ສະຫຼອງ 80 ປີ ວັນດໍາເນີນກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ ​ຄັ້ງ​ທີ 1

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ສສ ຫວຽດນາມ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີວັນດຳເນີນກອງປະຊຸມວັດທະນະທຳທົ່ວປະເທດຄັ້ງທີ 1 (24/11/1946 – 24/11/2026).
ຈີນ​ຍິງ​ສົ່ງຍານ​ອະ​ວະ​ການ​ບັນ​ທຸກ​ຄົນ “​ເຊີນ​ໂຈ່ວ 24” ​ຢ່າງ​ສຳ​ເລັດ​ຜົນ

ຈີນ​ຍິງ​ສົ່ງຍານ​ອະ​ວະ​ການ​ບັນ​ທຸກ​ຄົນ “​ເຊີນ​ໂຈ່ວ 24” ​ຢ່າງ​ສຳ​ເລັດ​ຜົນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນເວ​ລາ 8 ໂມງ 18 ນາ​ທີ​ຂອງວັນ​ທີ 25 ພະ​ຈິກ​ນີ້, ຈະຫຼວດ​ສົ່ງ​ຍານ​ຊາງ​ເຈີ່ງ 2F-Y24 ທີ່​ບັນ​ທຸກ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ “​ເຊີນ​ໂຈ່ວ 24” ໄດ້​ຖືກຍິງ​ສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ​ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມ​ຈິ​ວ​​ຊວນ​​ຈີນ. ຫຼັງ​ຈາກ​ນັ້ນ​ປະ​ມານ 10 ນາ​ທີ, ຍານ​ອະ​ວະ​ກາດ​ໄດ້​ແຍກ​ອອກ​ຈາກ​ຈະຫຼວດ​ສົ່ງ​ຍານ​ຢ່າງ​ສຳ​ເລັດ​ຜົນ ແລະ ເຂົ້າ​ສູ່​ວົງ​ໂຄ​ຈອນ​ທີ່​ກຳ​ນົດ​ໄວ້. ຈຸ​ບິນ​ອະ​ວະ​ກາດ​ມີ​ສະ​ພາບ​ທີ່​ດີ, ​ເຮັດ​ໃຫ້​ພາ​ລະ​ກິດ​ຍິງ​ສົ່ງ​ຍານ​ຄັ້ງ​ນີ້​​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.
ຮັບ​ຮູ້​ເຂົ້າ​ໃຈ “​ປີ​ຈີນ”​ ຂອງ APEC ຜ່າ​ນ​ຈາກ 3 ຈຸດ​ເວ​ລາສຳ​ຄັນ

ຮັບ​ຮູ້​ເຂົ້າ​ໃຈ “​ປີ​ຈີນ”​ ຂອງ APEC ຜ່າ​ນ​ຈາກ 3 ຈຸດ​ເວ​ລາສຳ​ຄັນ

ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ຄັ້ງ​ທີ 33 ໄດ້​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 18-19 ພະ​ຈິກ​ນີ້ ​ຢູ່​ນະ​ຄອນເຊິ່ນ​ເຈິ້ນ ແຂວງກວາງ​ຕຸ້ງ ​ຈີນ. ໂອ​ກາດ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ກ່າວ​ເຖິງ​ຈຸດ​ເວ​ລາ​ສຳ​ຄັນ​ 3 ຈຸດ ຊຶ່ງຊ່ວຍ​ໃຫ້​ຜູ້​ຄົນ​ທັງ​ຫຼາຍ​ຮັບ​ຮູ້​ເຂົ້າ​ໃຈ “ສິ່ງ​ມະ​ຫັດ​ສະ​ຈັນແຫ່ງ​ອາ​ຊີ​-ປາ​ຊີ​ຟິກ” ຢ່າງ​ຈະ​ແຈ້ງ.
ຫຼາຍພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້​ປະ​ສົບກັບ​ອາ​ກາດ​ຮ້ອນ

ຫຼາຍພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້​ປະ​ສົບກັບ​ອາ​ກາດ​ຮ້ອນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກປະ​ກົດ​ການ​ແອວ​ນີ​ໂຢ, ຫຼາຍ​ພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້ປະ​ສົບ​ກັບ​ອາ​ກາດ​ຮ້ອນຮຸນ​ແຮງ​ຫວ່າງ​ມໍ່ໆ​ມາ​ນີ້, ​ເຮັດ​ໃຫ້ຄວາ​ມຕ້ອງ​ການໃຊ້​ນ້ຳ​ເພີ່ມ​ຂຶ້ນ, ຫຼາຍ​ຕົວ​ເມືອງ​ຢູ່​ອາ​ຟ​ຣິ​ກາ​ໃຕ້​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຄວບ​ຄຸມ​ການ​ໃຊ້​ນ້ຳແບບ​ແບ່ງ​ຂັ້ນ​ລະ​ດັບ.
ສີລັງກາ ເລັ່ງເຮັດຄວາມສະອາດການຮົ່ວໄຫຼຂອງນ້ຳມັນ

ສີລັງກາ ເລັ່ງເຮັດຄວາມສະອາດການຮົ່ວໄຫຼຂອງນ້ຳມັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ອົງການປົກປ້ອງສິ່ງແວດລ້ອມທາງທະເລຂອງສີລັງກາ ລາຍງານວ່າ, ມີນ້ຳມັນຮົ່ວຈາກຖັງເກັບນ້ຳມັນທີ່ທ່າກຳປັ່ນໂຄລຳໂບ ຂອງສີລັງກາ ໃນເວລາປະມານ 9:30 ໂມງເຊົ້າຂອງວັນທີ 21 ພະຈິກ ຜ່ານມາ ສົ່ງຜົນໃຫ້ຮ່ອງລະບາຍນ້ຳໃນຕົວເມືອງ ແລະ ທ່າເຮືອປະມົງມຸດວາລ ທີ່ຢູ່ໃກ້ຄຽງປົນເປື້ອນນໍ້າມັນ. ໂດຍປັດຈຸບັນ, ການເຮັດຄວາມສະອາດກໍາລັງດໍາເນີນຢູ່.
COP31 ປິດລົງ ​ໂດຍບໍ່​ໄດ້ບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ

COP31 ປິດລົງ ​ໂດຍບໍ່​ໄດ້ບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 22 ພະ​ຈິກ ຜ່ານມາ, ກອງປະຊຸມ​​ລັດ​ພາ​ຄີ “ສົນ​ທິສັນຍາສະຫະປະຊາຊາດວ່າ​ດ້ວຍ​ຂອບການປ່ຽນແປງ​ຂອງດິນຟ້າອາກາດ” ຄັ້ງທີ 31 (COP31) ທີ່ຈັດຂຶ້ນຢູ່ນະ​ຄອນອັນຕັນຢາ ປະເທດຕວັກກີ ໄດ້ປິດລົງ. ກອງປະຊຸມຄັ້ງນີ້ໄດ້ບັນລຸຂໍ້ຕົກລົງຫຼາຍຢ່າງກ່ຽວກັບຫົວຂໍ້​ຕ່າງໆທີ່ປະເທດພວມພັດທະນາໃຫ້ຄວາມສົນໃຈຢ່າງກວ້າງຂວາງ ເຊັ່ນ: ການຫັນປ່ຽນ​ທີ່ຍຸຕິທຳ, ​ການ​ສະ​ໜອງທຶນ ແລະ ອື່ນໆ, ຂະບວນການຫຼາຍຝ່າຍຍັງສືບຕໍ່ກ້າວໄປຂ້າງໜ້າ. ແຕ່ຍ້ອນ​ການ​ບໍ່​ເຫັນ​ດີ​ຢ່າງ​ແຮງ​ຂອງບາງປະເທດກ່ຽວ​ກັບຫົວຂໍ້ຫຼັກ ເຊັ່ນ: ການ​ຫັນປ່ຽນ​ເພື່ອ​ຫຼຸດ​ພົ້ນອອກຈາກ​ການນຳ​ໃຊ້ເຊື້ອໄຟຟອດຊິວ, ກອງປະຊຸມຄັ້ງນີ້ຈຶ່ງບໍ່ສາມາດບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ.
ເພີ່ມເຕີມ