ຜົນການສຳຫຼວດຊີ້ໃຫ້ເຫັນວ່າ: ປະມານ 96% ຂອງບໍລິສັດທີ່ໄດ້ສໍາຫຼວດ ວາງແຜນທີ່ຈະເພີ່ມເງິນເດືອນໃນປີ 2027. ໂດຍ 65% ວາງແຜນທີ່ຈະເພີ່ມເງິນເດືອນສໍາລັບພະນັກງານປັດຈຸບັນຢ່າງໜ້ອຍ 3%, ໃນຂະນະທີ່ 36% ຂອງພະນັກງານທີ່ຕັ້ງໃຈຈະເຮັດວຽກໃນຕຳແໜ່ງເດີມ ຄາດວ່າຈະໄດ້ຮັບເງິນເດືອນເພີ່ມຂຶ້ນ 3-6%, ແລະ 15% ຄາດວ່າຈະໄດ້ຮັບເງິນເດືອນເພີ່ມຂຶ້ນຢ່າງໜ້ອຍ 7%.
ຢ່າງໃດກໍຕາມ, ຜູ້ຊອກຫາວຽກໃໝ່ມີຄວາມຄາດຫວັງດ້ານເງິນເດືອນທີ່ສູງຂຶ້ນຢ່າງຫຼວງຫຼາຍ ຊຶ່ງສະທ້ອນໃຫ້ເຫັນເຖິງຊ່ອງວ່າງລະຫວ່າງງົບປະມານເງິນເດືອນຂອງນາຍຈ້າງ ແລະ ຄວາມຄາດຫວັງຂອງຜູ້ສະໝັກວຽກ.
ເກືອບເຄິ່ງໜຶ່ງຂອງນາຍຈ້າງວາງແຜນທີ່ຈະສະເໜີເງິນເດືອນໃຫ້ພະນັກງານໃໝ່ເພີ່ມຂຶ້ນຢ່າງໜ້ອຍ 6%, ໃນຂະນະທີ່ 75% ຂອງຜູ້ທີ່ຊອກຫາໂອກາດໃນການເຮັດວຽກໃໝ່ຄາດວ່າຈະເພີ່ມຂຶ້ນຫຼາຍກວ່າ 10%.
ນອກຈາກນີ້, ພະນັກງານທີ່ມີຄວາມຊ່ຽວຊານໃນຂົງເຂດທີ່ມີຄວາມຕ້ອງການສູງ ເຊັ່ນ: ປັນຍາປະດິດ (AI), ຂໍ້ມູນ, ຄວາມປອດໄພທາງໄຊເບີ, ການປະມວນຜົນແບບຄລາວ ແລະ ການບໍລິການທາງດ້ານການເງິນສະເພາະທາງ ຄາດວ່າຈະສືບຕໍ່ໄດ້ຮັບການເພີ່ມເງິນເດືອນໃນອັດຕາທີ່ສູງກວ່າກຸ່ມອື່ນໆ, ໂດຍສະເພາະຜູ້ທີ່ມີທັກສະດ້ານເຕັກນິກທີ່ໂດດເດັ່ນ ແລະ ຜູ້ທີ່ສາມາດສ້າງຜົນຮັບທີ່ເປັນປະໂຫຍດຕໍ່ທຸລະກິດໄດ້ຢ່າງຊັດເຈນ.
ຄໍາເຫັນ