ກ່ອນໜ້ານີ້, ກຳປູເຈຍໄດ້ລາຍງານພົບຜູ້ຕິດເຊື້ອພະຍາດດັ່ງກ່າວ 20 ຄົນ ລະຫວ່າງເດືອນທັນວາ 2023 ເຖິງ ເດືອນພຶດສະພາ 2024.
ກະຊວງດັ່ງກ່າວໄດ້ຮຽກຮ້ອງໃຫ້ພົນລະເມືອງທຸກຄົນມີຄວາມລະມັດລະວັງ ແລະ ດູແລສຸຂະພາບຂອງຕົນເອງ ແລະ ຄອບຄົວ ເພື່ອປ້ອງກັນການຕິດເຊື້ອແບບກຸ່ມ ຫຼື ການລະບາດຢ່າງກວ້າງຂວາງ.
ພະຍາດ Mpox ສາມາດຕິດຕໍ່ຈາກຄົນສູ່ຄົນຜ່ານການຕິດຕໍ່ທາງເພດສຳພັນທຸກຮູບແບບ, ລວມທັງການຕິດຕໍ່ໂດຍກົງກັບບາດແຜ, ນ້ຳຄັດຫຼັ່ງໃນຮ່າງກາຍ, ນ້ຳລາຍ ຫຼື ວັດຖຸທີ່ປົນເປື້ອນ. ທັງຍັງສາມາດຕິດຕໍ່ຈາກແມ່ຍິງຖືພາໄປຫາລູກໃນທ້ອງຜ່ານສາຍບື ຫຼື ໄປຫາເດັກອ່ອນຫຼັງຈາກເກີດໄດ້.
ກະຊວງດັ່ງກ່າວແນະນຳວ່າຜູ້ໃດທີ່ມີອາການເຊັ່ນ: ມີຜືນຄັນເປັນຕຸ່ມພອງຂຶ້ນເທິງໃບໜ້າ, ຝາມື, ຕີນ, ລຳຕົວ, ຕາ, ປາກ ຫຼື ອະໄວຍະວະເພດ ພ້ອມກັບໄຂ້, ຕ່ອມນ້ຳເຫຼືອງໃຄ່ບວມ, ເຈັບຫົວ, ເຈັບກ້າມຊີ້ນ, ເຈັບຫຼັງ ແລະ ອ່ອນເພຍ ຄວນໄປພົບແພດ ຫຼື ກວດສຸຂະພາບຢູ່ຄລີນິກ ຫຼື ໂຮງໝໍ.
ຄໍາເຫັນ