ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ໄດ້ເລີ່ມດຳເນີນທຸລະກິດຢ່າງເປັນທາງການໃນເດືອນມັງກອນ ປີ 2016 ແລະ ເຂດຮົງກົງຂອງຈີນ ໄດ້ເຂົ້າຮ່ວມເປັນສະມາຊິກທະນາຄານດັ່ງກ່າວຢ່າງເປັນທາງການໃນເດືອນມິຖຸນາ ປີ 2017.
ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ເປັນທະນາຄານພັດທະນາຫຼາຍຝ່າຍ, ມີຈຸດປະສົງຜ່ານການລົງທຶນໃນພື້ນຖານໂຄງລ່າງ ແລະ ຂົງເຂດການຜະລິດຕ່າງໆ ເພື່ອຊຸກຍູ້ການພັດທະນາເສດຖະກິດແບບຍືນຍົງຢູ່ອາຊີ, ສ້າງຄວາມຮັ່ງມີ ແລະ ປັບປຸງການເຊື່ອມໂຍງເຊື່ອມຈອດພື້ນຖານໂຄງລ່າງ, ພ້ອມທັງຮ່ວມມືກັບອົງການພັດທະນາຫຼາຍຝ່າຍ ຫຼື ສອງຝ່າຍຢ່າງໃກ້ຊິດ ເພື່ອຊຸກຍູ້ການຮ່ວມມື ແລະ ການພົວພັນຄູ່ຮ່ວມລະດັບພາກພື້ນ ໃນການຮັບມືກັບສິ່ງທ້າທາຍດ້ານການພັດທະນາ.
ຄໍາເຫັນ