ໃນເວລາດຽວກັນ, ບົດລາຍງານພົບວ່າ: ຄອບຄົວທີ່ມີຄວາມສາມາດໃນການຮັບມື ແລະ ປັບຕົວກັບສິ່ງທ້າທາຍຕ່າງໆໃນລະດັບສູງມັກຈະມີຄວາມສຳພັນໃນຄອບຄົວທີ່ແໜ້ນແຟ້ນ, ມີຊີວິດການເປັນຢູ່ ແລະ ຄຸນນະພາບຊີວິດທີ່ດີ ກວ່າ, ລວມທັງມີສາຍພົວພັນລະຫວ່າງຄູ່ສົມລົດທີ່ດີກວ່າອີກດ້ວຍ.
ນອກຈາກນັ້ນ, ຜົນການສຶກສາຍັງພົບຄວາມແຕກຕ່າງລະຫວ່າງຄົວເຮືອນແຕ່ລະປະເພດ, ໂດຍຄອບຄົວດ່ຽວ (ພໍ່ແມ່ ແລະ ລູກ) ແລະ ຄອບຄົວສາມຮຸ່ນ (ພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ ແລະ ລູກ) ສ່ວນໃຫຍ່ມີຄວາມສາມາດໃນການຮັບມືກັບສິ່ງທ້າທາຍ ແລະ ມີຊີວິດການເປັນຢູ່ທີ່ດີໃນລະດັບທີ່ສູງກວ່າ, ລວມທັງມີຄຸນນະພາບຊີວິດທີ່ດີກວ່າເມື່ອທຽບກັບປະເພດຄົວເຮືອນອື່ນໆ.
ຄໍາເຫັນ