ອີງຕາມສຳນັກຂ່າວຊິນຮວາ ລາຍງານວ່າ: ການຕັດສິນໃຈດັ່ງກ່າວໄດ້ມີຂຶ້ນໃນກອງປະຊຸມຄະນະກຳມະການ BIໃນວັນທີ 17-18 ພະຈິກ ຜ່ານມາ ຊຶ່ງໃນກອງປະຊຸມດັ່ງກ່າວ, BI ຍັງໄດ້ຂຶ້ນອັດຕາດອກເບ້ຍເງິນຝາກ 0.25% ເປັນ 5.25% ແລະ ຂຶ້ນອັດຕາດອກເບ້ຍເງິນກູ້ໃນອັດຕາດຽວກັນ ເປັນ 6.75%.
BI ລະບຸວ່າ: ການຂຶ້ນອັດຕາດອກເບ້ຍຄັ້ງນີ້ແມ່ນມາດຕະການປ້ອງກັນເພື່ອຮັກສາອັດຕາເງິນເຟີ້ໃຫ້ຢູ່ໃນລະດັບເປົ້າໝາຍ 2.5% (ບວກ ຫຼື ລົບ 1%) ໃນປີ 2026 ແລະ 2027.
BI ລະບຸໃນຖະແຫຼງການວ່າ: ຈະສືບຕໍ່ດຳເນີນນະໂຍບາຍເງິນຕາທີ່ສອດຄ່ອງເພື່ອເສີມສ້າງສະຖຽນລະພາບຂອງອັດຕາແລກປ່ຽນເງິນຣູເປຍ ຊຶ່ງຈະຊ່ວຍຮັກສາອັດຕາເງິນເຟີ້ໃຫ້ຢູ່ໃນລະດັບເປົ້າໝາຍ.
ການຕັດສິນໃຈນີ້ເກີດຂຶ້ນທ່າມກາງຄວາມຜັນຜວນທີ່ເພີ່ມຂຶ້ນໃນຕະຫຼາດການເງິນໂລກ ຊຶ່ງເປັນຜົນມາຈາກຄວາມເຄັ່ງຕຶງທາງພູມສາດການເມືອງທີ່ຍືດເຍື້ອໃນຕາເວັນອອກກາງ ແລະ ຄວາມບໍ່ໝັ້ນຄົງທາງການເມືອງໃນເອີຣົບ.
ນອກຈາກນີ້, BI ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະເສີມຂະຫຍາຍການແຊກແຊງໃນຕະຫຼາດແລກປ່ຽນເງິນຕາ ແລະ ໃຫ້ການສະໜັບສະໜູນສະພາບຄ່ອງແກ່ລະບົບທະນາຄານ, ພ້ອມກັບການຂະຫຍາຍພື້ນຖານໂຄງລ່າງການຈ່າຍເງິນດີຈີຕອນ.
ຄໍາເຫັນ