ໂດຍທ່ານໄດ້ ຍົກອອກ 3 ຂໍ້ສະເໜີຄື: ໜຶ່ງ, ບັນດາປະເທດພັດທະນາ ແລະ ສະຖາບັນການເງິນສາກົນ ຕ້ອງມີບົດບາດນຳພາ, ໃຫ້ບຸລິມະສິດແຫຼ່ງທຶນຊ່ວຍເຫຼືອ ແລະ ທຶນກູ້ຢືມໃຫ້ບຸລິມະສິດໃຫ້ແກ່ບັນດາການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ປະເທດພວມພັດທະນາ. ສອງ, ຊຸກຍູ້ການຖ່າຍທອດເຕັກໂນໂລຊີ ແລະ ສາມ, ຮັບປະກັນວິວັດການຫັນປ່ຽນດຳເນີນໄປຢ່າງຍຸຕິທຳ, ກວມລວມ, ຖືປະຊາຊົນເປັນໃຈກາງ, ສຸມໃສ່ການປົກປ້ອງການຫາລ້ຽງຊີບຂອງປະຊາຊົນ ແລະ ໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ.
ທ່ານ ໂຮ່ກວກຢຸງ ສະເໜີໃຫ້ບັນດາປະເທດເພີ່ມທະວີການຮ່ວມມືຫຼາຍຝ່າຍ, ເພີ່ມທະວີການໂອ້ລົມສົນທະນາເພື່ອຮັບປະກັນວ່າ ບັນດາມາດຕະການດ້ານການຄ້າທີ່ກ່ຽວຂ້ອງເຖິງດິນຟ້າອາກາດຈະໄດ້ປະຕິບັດຢ່າງໂປ່ງໃສ, ເຄົາລົບກົດໝາຍສາກົນ ແລະ ບໍ່ສ້າງຮົ້ວກີດຂວາງໃຫ້ແກ່ບັນດາພື້ນຖານເສດຖະກິດພວມພັດທະນາ.
ຄໍາເຫັນ