ທ່ານ ພຣາໂບໂວ ກ່າວວ່າ: ກ່ອນໜ້ານີ້ ຢູ່ອິນໂດເນເຊຍໄດ້ເກີດໄຟປ່າ ແລະ ພື້ນທີ່ຂະໜາດໃຫຍ່ຢ່າງຕໍ່ເນື່ອງເປັນເວລາເກືອບ 4 ເດືອນຈຶ່ງສາມາດຄວບຄຸມໄດ້, ໝອກຄວັນໄດ້ປິວກະຈາຍໄປເຖິງປະເທດໃກ້ຄຽງ. ອິນໂດເນເຊຍໄດ້ສຸມຄວາມພະຍາຍາມຢ່າງສຸດຂີດເພື່ອຄວບຄຸມໄຟປ່າ, ແຕ່ກໍຕ້ອງຂໍໂທດທີ່ໄດ້ສົ່ງຜົນກະທົບໃຫ້ປະຊາຊົນເພື່ອນບ້ານ. ອິນໂດເນເຊຍໄດ້ຍົກເລີກສິດດຳເນີນທຸລະກິດຂອງ 17 ວິສາຫະກິດ ແລະ ຍັງມີວິສາຫະກິດອີກ 26 ແຫ່ງກຳລັງຢູ່ລະຫວ່າງການສືບສວນສອບສວນ, ເຈົ້າໜ້າທີ່ຕຳຫຼວດໄດ້ສືບສວນວິສາຫະກິດທີ່ກ່ຽວຂ້ອງທັງໝົດ 104 ແຫ່ງ. ລັດຖະບານອິນໂດເນເຊຍ ກຳລັງກະກຽມສ້າງຕັ້ງອົງການໃໝ່ເພື່ອເພີ່ມທະວີການປ້ອງກັນ ແລະ ຄວບຄຸມໄຟຢູ່ແຫຼ່ງກຳເນີດ.
ຄໍາເຫັນ