ສ ເກົາຫຼີ ສົ່ງອອກລົດຍົນ ເພີ່ມຂຶ້ນ 18.1% ໃນເດືອນຕຸລາ

ສ ເກົາຫຼີ ສົ່ງອອກລົດຍົນ ເພີ່ມຂຶ້ນ 18.1% ໃນເດືອນຕຸລາ

ສ ເກົາຫຼີ ສົ່ງອອກລົດຍົນ ເພີ່ມຂຶ້ນ 18.1% ໃນເດືອນຕຸລາ
ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນ ຂອງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 16 ພະຈິກ ຜ່ານມາວ່າ, ການສົ່ງອອກລົດຍົນຂອງ ສ ເກົາຫຼີ ໄດ້ຂະຫຍາຍຕົວໃນລະດັບໂຕເລກສອງຫຼັກໃນເດືອນຕຸລາ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງໃນອາເມຣິກາເໜືອ ແລະ ເອີຣົບ.

 

ບົດລາຍງານລະບຸວ່າ: ມູນຄ່າການສົ່ງອອກລົດຍົນໃນເດືອນຕຸລາ ເພີ່ມຂຶ້ນ 18.1% ເມື່ອທຽບກັບປີກ່ອນ ບັນລຸ 6.55 ຕື້ໂດລາ.

ການສົ່ງອອກລົດຍົນດັ່ງກ່າວໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງໃນອາເມຣິກາເໜືອ ແລະ ສະຫະພາບເອີຣົບ (EU), ໂດຍການສົ່ງອອກລົດຍົນໄປທັງສອງຕະຫຼາດເພີ່ມຂຶ້ນເປັນໂຕເລກສອງຫຼັກ ບັນລຸລະດັບ 3.38 ຕື້ໂດລາ ແລະ 1.18 ຕື້ໂດລາ ຕາມລຳດັບ.

ການເພີ່ມຂຶ້ນຢ່າງຫຼວງຫຼາຍຂອງການສົ່ງອອກນີ້ ແມ່ນເກີດຈາກການເພີ່ມມື້ເຮັດວຽກອີກ 4 ມື້ ຊຶ່ງເປັນຜົນມາຈາກວັນພັກ Chuseok ທີ່ຖືກເລື່ອນຈາກເດືອນຕຸລາ ປີ 2025 ເປັນເດືອນກັນຍາ ປີ 2026.

ສ່ວນລົດຍົນທີ່ເປັນມິດກັບສິ່ງແວດລ້ອມ ຊຶ່ງກວມລົດຍົນໄຟຟ້າ (EV), ລົດຍົນໄຟຟ້າເຊລເຊື້ອໄຟ (FCEV), ລົດຍົນໄຮບຣິດ (HEV) ແລະ ລົດຍົນປຣັກອິນໄຣບຣິດ (PHEV), ຍັງຄົງຮັກສາທ່າອ່ຽງການຂະຫຍາຍຕົວໄດ້ຢ່າງເຂັ້ມແຂງ, ໂດຍມີຍອດການສົ່ງອອກເພີ່ມຂຶ້ນ 49% ເປັນ 3.1 ຕື້ໂດລາ.

ສຳລັບເດືອນຕຸລາ, ການສົ່ງອອກລົດຍົນເພີ່ມຂຶ້ນ 26.2% ເມື່ອທຽບກັບປີກ່ອນ ເປັນ 256,097 ຄັນ, ໃນຂະນະທີ່ການຜະລິດລົດຍົນພາຍໃນປະເທດເພີ່ມຂຶ້ນ 25.8% ເປັນ 380,982 ຄັນ.

ໃນຂະນະດຽວກັນ, ຍອດຂາຍລົດຍົນພາຍໃນປະເທດ ຊຶ່ງລວມທັງລົດຍົນທີ່ຜະລິດພາຍໃນປະເທດ ແລະ ນຳເຂົ້າ, ລວມທັງໝົດ 137,166 ຄັນ ໃນເດືອນຕຸລາ, ເພີ່ມຂຶ້ນ 7.9% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ການ​ພົບ​ໜ້າ​ກັນ​ສອງ​ຄັ້ງ​ລະ​ຫວ່າງ​ທ່ານ ​ສີ​ຈິ້ນ​ຜິງ ກັບ “ຫຼາວ​ມ໋າ”

ການ​ພົບ​ໜ້າ​ກັນ​ສອງ​ຄັ້ງ​ລະ​ຫວ່າງ​ທ່ານ ​ສີ​ຈິ້ນ​ຜິງ ກັບ “ຫຼາວ​ມ໋າ”

ທ່ານ ມ໋າ​ຊ້ານ​ສຽງ ຜູ້​ຮັບ​ຜິດ​ຊອບ “ຫ້ອງ​ການຫຼາວ​ມ໋າ” ເຂດ​ກ່ວນ​ຢິ່ນ​ສຽວ​ທີ່​ຂຶ້ນ​ກັບເຂດ​ໃໝ່​ຫຼ້ຽງ​ຈ່ຽງ​ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ​ຈີນ ຊຶ່ງປະ​ຊາ​ຊົນ​ມັກ​ເອີ້ນ​ລາວ​ວ່າ “ຫຼາວ​ມ໋າ” ນັ້ນ ເຄີຍ​ລາຍ​ງານ​ວຽກ​​ແບບ​​ເຊິ່ງໜ້າ​ຕໍ່​ທ່ານ ສີ​ຈິ້ນ​ຜິງ ໃນ​ວັນ​ທີ 10 ມີ​ນາ 2018 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.
ອີຕາລີ ປັບໃໝ Meta 805 ລ້ານເອີໂຣ ກໍລະນີເຂົ້າເຖິງຮູບພາບ-ວີດີໂອ ໂດຍບໍ່ຮັບອະນຸຍາດ

ອີຕາລີ ປັບໃໝ Meta 805 ລ້ານເອີໂຣ ກໍລະນີເຂົ້າເຖິງຮູບພາບ-ວີດີໂອ ໂດຍບໍ່ຮັບອະນຸຍາດ

ຂ່າວຕ່າງປະເທດລາຍງານໃນວັນທີ 15 ພະຈິກ ຜ່ານມາວ່າ: ໜ່ວຍງານປົກປ້ອງຂໍ້ມູນຂອງອີຕາລີໄດ້ປັບໃໝ Meta Platforms ຈຳນວນ 805 ລ້ານເອີໂຣ (ປະມານ 887 ລ້ານໂດລາ) ຫຼັງຈາກພົບວ່າ, ບໍລິສັດໄດ້ເຂົ້າເຖິງຮູບພາບ ແລະ ວີດີໂອຂອງຜູ້ໃຊ້ລະບົບ Android ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ການແຈ້ງເຕືອນໃຫ້ຜູ້ໃຊ້ຮູ້. ຄາດວ່າມີຜູ້ໃຊ້ປະມານ 20 ລ້ານຄົນໃນອີຕາລີໄດ້ຮັບຜົນກະທົບ.
ອາຊຽນ ແລະ UN ເພີ່ມທະວີການເປັນຄູ່ຮ່ວມມືຮອບດ້ານ

ອາຊຽນ ແລະ UN ເພີ່ມທະວີການເປັນຄູ່ຮ່ວມມືຮອບດ້ານ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 16 ພະຈິກ ຜ່ານມາວ່າ: ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ສະຫະປະຊາຊາດ (UN) ໄດ້ຢືນຢັນຄວາມສຳຄັນຂອງການຮ່ວມມືຮອບດ້ານໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ໃນກອງປະຊຸມສຸດຍອດອາຊຽນ-UN ຄັ້ງທີ 16 ທີ່ນະຄອນຫຼວງມະນີລາ ປະເທດຟີລິບປິນ.
ຈີນ ແລະ ກຸ່ມ​ເສດ​ຖະ​ກິດ APEC ບັນ​ລຸ​ຜົນ​ສຳ​ເລັດ​ເກືອບ 50 ລາຍ​ການ​ໃນ​ຂົງ​ເສດ​ເສດ​ຖະ​ກິດ-ການ​ຄ້າ

ຈີນ ແລະ ກຸ່ມ​ເສດ​ຖະ​ກິດ APEC ບັນ​ລຸ​ຜົນ​ສຳ​ເລັດ​ເກືອບ 50 ລາຍ​ການ​ໃນ​ຂົງ​ເສດ​ເສດ​ຖະ​ກິດ-ການ​ຄ້າ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 17 ພະຈິກນີ້ວ່າ: ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຄັ້ງ​ທີ 4 ຂອງ​ສູນ​ຂ່າວ​ກອງ​ປະ​ຊຸມ​ຜູ້​ນຳອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດອາ​ຊີ-ປາ​ຊີ​ຟິກ ຫຼື ​ APEC ປີ 2026 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກ ຜ່ານມາ,
ຫວຽດ​ນາມ ເລືອກ 5 ທ້ອງ​ຖິ່ນ​ເປັນ​ສະ​ຖານ​ທີ່​​ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເສດ​ຖະ​ກິດຜູ້​ອາ​ຍຸ​ສູງ

ຫວຽດ​ນາມ ເລືອກ 5 ທ້ອງ​ຖິ່ນ​ເປັນ​ສະ​ຖານ​ທີ່​​ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເສດ​ຖະ​ກິດຜູ້​ອາ​ຍຸ​ສູງ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 16 ພະຈິກ ຜ່ານມາວ່າ: ປັດ​ຈຸ​ບັນ, ຫວຽດ​ນາມ ມີ​ປະ​ຊາ​ຊົນ​ໃນ​ເກນ​ອາ​ຍຸ​ 60 ປີ​ຂຶ້ນ​ເມື່ອ ​ເກືອບ 16.5 ລ້ານ​ຄົນ, 9 ລ້ານກວ່າ​ຄົນ​ຍັງ​ອອກ​ແຮງ​ງານ, ​ທຳ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ. ຄາດ​ວ່າ​ຮອດ​ປີ 2034, ຈຳ​ນວນ​ຜູ້​ມີ​ອາ​ຍຸ 60 ປີ​ຂຶ້ນ​ເມືອ​ ຈະບັນ​ລຸ​ເກື​ອບ 21 ລ້ານ​ຄົນ.
ກອງ​ປະ​ຊຸມ​ໂຕະ​ມົນລະ​ຫວ່າງເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ CEO ​ຂອງ APEC ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈິ້ນ​ ຂອງ​ຈີນ

ກອງ​ປະ​ຊຸມ​ໂຕະ​ມົນລະ​ຫວ່າງເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ CEO ​ຂອງ APEC ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈິ້ນ​ ຂອງ​ຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 15 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ໂຕະ​ມົນ​ລະ​ຫວ່າງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຜູ້​ບໍ​ລິ​ຫານສູງ​ສຸດ​ (CEO) ຂອງອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ​ທີ່​ມີ​ສູນ​ລາ​ຍ​ການ​ເສ​ດ​ຖະ​ກິດ-ການ​ເງິນວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ເປັນ​ເຈົ້າ​ພາບ​ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈິ້ນ​ຂອງ​ຈີນ ພາຍ​ໃຕ້​ຫົວ​ຂໍ້: “ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ​ແຫ່ງການ​ເປີດ​ປະ​ຕູ​ສູ່​ພາຍນອກ ເພື່ອ​ບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ” ແລະ ມີ​ຈຸດ​ປະ​ສົງ​ເພື່ອ​ສ້າງ​ເວ​ທີ​ການ​ສົນ​ທະ​ນາ ແລະ ການ​ແລກ​ປ່ຽນ​ໃຫ້​ແກ່​ກຸ່ມ​ເສດ​ຖະ​ກິດ​​ສະ​ມາ​ຊິກ APEC ແລະ ວິ​ສາ​ຫະ​ກິດ​ຈີນ. ທ່ານ​ ເຊີ້ນ​ໄ​ຫ​ສົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຜູ້​ອຳ​ນວຍ​ການ​ໃຫຍ່ CMG ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ແລະ ກ່າວ​ຄຳ​ປາ​ໄສ.
ລາຍຮັບຈາກຂະແໜງການບໍລິການໄຕມາດ 3 ຂອງມາເລເຊຍ ເພີ່ມຂຶ້ນ 11%

ລາຍຮັບຈາກຂະແໜງການບໍລິການໄຕມາດ 3 ຂອງມາເລເຊຍ ເພີ່ມຂຶ້ນ 11%

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ກົມສະຖິຕິມາເລເຊຍເປີດເຜີຍວ່າ, ລາຍຮັບຈາກຂະແໜງ ການບໍລິການຂອງມາເລເຊຍໃນເດືອນກໍລະກົດ-ກັນຍາ ປີ 2026 ບັນລຸ 732.5 ຕື້ຣິງກິດ, ເພີ່ມຂຶ້ນ 11% ເມື່ອທຽບກັບປີກ່ອນ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການຂະຫຍາຍຕົວຂອງກິດຈະກຳທາງເສດຖະກິດໃນທຸກຂະແໜງການບໍລິການ.
7 ເດືອນມຽນມາສົ່ງອອກເຂົ້າປະມານ 1.11 ລ້ານໂຕນ

7 ເດືອນມຽນມາສົ່ງອອກເຂົ້າປະມານ 1.11 ລ້ານໂຕນ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ສະຫະພັນເຂົ້າມຽນມາລາຍງານວ່າ, ການສົ່ງອອກເຂົ້າ ແລະ ເຂົ້າຫັກໃນໄລຍະ 7 ເດືອນທຳອິດຂອງປີງົບປະມານ 2026-2027 ຊຶ່ງເລີ່ມຕົ້ນໃນເດືອນເມສາ ມີປະມານ 1.11 ລ້ານໂຕນ. ໂດຍລາຍຮັບຈາກການສົ່ງອອກເຫຼົ່ານີ້ມີປະມານ 388 ລ້ານໂດລາ.
ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ເປີດໂຕສັນຍາລັກໃໝ່ ຕ້ອນຮັບສະມາຊິກ 11 ປະເທດ

ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ເປີດໂຕສັນຍາລັກໃໝ່ ຕ້ອນຮັບສະມາຊິກ 11 ປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 15 ພະຈິກ ຜ່ານມາວ່າ: ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງໄດ້ເປີດຂຶ້ນທີ່ນະຄອນຫຼວງມະນີລາ ປະເທດຟີລິບປິນ, ໂດຍບັນດາຜູ້ນຳອາຊຽນໄດ້ປຶກສາຫາລືກ່ຽວກັບບັນຫາສຳຄັນຕ່າງໆເຊັ່ນ: ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານອາຫານ ແລະ ການຮ່ວມມືດ້ານເສດຖະກິດ. ໃນລະຫວ່າງພິທີເປີດກອງປະຊຸມ, ສັນຍາລັກອາຊຽນທີ່ໄດ້ຮັບການປັບປຸງໃໝ່ໄດ້ຖືກເປີດເຜີຍ ຊຶ່ງສະທ້ອນໃຫ້ເຫັນເຖິງການເປັນສະມາຊິກຂອງຕີມໍແລັດສະເຕ.
ເສດຖະກິດຍີ່ປຸ່ນ ຫົດຕົວ 0.1% ເປັນຄັ້ງທຳອິດໃນຮອບໜຶ່ງປີ

ເສດຖະກິດຍີ່ປຸ່ນ ຫົດຕົວ 0.1% ເປັນຄັ້ງທຳອິດໃນຮອບໜຶ່ງປີ

ຂ່າວຕ່າງປະເທດລາຍງານໃນວັນທີ 16 ພະຈິກນີ້ວ່າ: ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງຍີ່ປຸ່ນຫົດຕົວລົງ 0.1% ໃນໄຕມາດທີ 3 ຂອງປີ 2026 ຊຶ່ງເປັນການຫົດຕົວຄັ້ງທໍາອິດໃນຮອບ 4 ໄຕມາດ ແລະ ກົງກັນຂ້າມກັບຄວາມຄາດຫວັງຂອງນັກເສດຖະສາດທີ່ຄາດວ່າຈະມີການຂະຫຍາຍຕົວ 0.2%. ຍ້ອນສະພາບອາກາດທີ່ບໍ່ດີ ແລະ ຄ່າຄອງຊີບທີ່ເພີ່ມຂຶ້ນສົ່ງຜົນກະທົບຕໍ່ການບໍລິໂພກຂອງພາກເອກະຊົນ, ເຖິງວ່າຈະມີການເຕີບໂຕທີ່ເຂັ້ມແຂງຢ່າງຕໍ່ເນື່ອງໃນການລົງທຶນທາງທຸລະກິດທີ່ກ່ຽວຂ້ອງກັບ AI.
ເພີ່ມເຕີມ