ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ກົມສະຖິຕິມາເລເຊຍເປີດເຜີຍວ່າ, ລາຍຮັບຈາກຂະແໜງ ການບໍລິການຂອງມາເລເຊຍໃນເດືອນກໍລະກົດ-ກັນຍາ ປີ 2026 ບັນລຸ 732.5 ຕື້ຣິງກິດ, ເພີ່ມຂຶ້ນ 11% ເມື່ອທຽບກັບປີກ່ອນ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການຂະຫຍາຍຕົວຂອງກິດຈະກຳທາງເສດຖະກິດໃນທຸກຂະແໜງການບໍລິການ.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 15 ພະຈິກ ຜ່ານມາວ່າ: ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງໄດ້ເປີດຂຶ້ນທີ່ນະຄອນຫຼວງມະນີລາ ປະເທດຟີລິບປິນ, ໂດຍບັນດາຜູ້ນຳອາຊຽນໄດ້ປຶກສາຫາລືກ່ຽວກັບບັນຫາສຳຄັນຕ່າງໆເຊັ່ນ: ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານອາຫານ ແລະ ການຮ່ວມມືດ້ານເສດຖະກິດ. ໃນລະຫວ່າງພິທີເປີດກອງປະຊຸມ, ສັນຍາລັກອາຊຽນທີ່ໄດ້ຮັບການປັບປຸງໃໝ່ໄດ້ຖືກເປີດເຜີຍ ຊຶ່ງສະທ້ອນໃຫ້ເຫັນເຖິງການເປັນສະມາຊິກຂອງຕີມໍແລັດສະເຕ.
ຂ່າວຕ່າງປະເທດລາຍງານໃນວັນທີ 16 ພະຈິກນີ້ວ່າ: ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງຍີ່ປຸ່ນຫົດຕົວລົງ 0.1% ໃນໄຕມາດທີ 3 ຂອງປີ 2026 ຊຶ່ງເປັນການຫົດຕົວຄັ້ງທໍາອິດໃນຮອບ 4 ໄຕມາດ ແລະ ກົງກັນຂ້າມກັບຄວາມຄາດຫວັງຂອງນັກເສດຖະສາດທີ່ຄາດວ່າຈະມີການຂະຫຍາຍຕົວ 0.2%. ຍ້ອນສະພາບອາກາດທີ່ບໍ່ດີ ແລະ ຄ່າຄອງຊີບທີ່ເພີ່ມຂຶ້ນສົ່ງຜົນກະທົບຕໍ່ການບໍລິໂພກຂອງພາກເອກະຊົນ, ເຖິງວ່າຈະມີການເຕີບໂຕທີ່ເຂັ້ມແຂງຢ່າງຕໍ່ເນື່ອງໃນການລົງທຶນທາງທຸລະກິດທີ່ກ່ຽວຂ້ອງກັບ AI.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ບໍລິສັດເຮືອບິນການຄ້າຈີນຈຳກັດ ຫຼື COMAC ແຈ້ງໃຫ້ຮູ້ວ່າ, ເຮືອບິນການຄ້າໄຟຟ້າຂະໜາດ 10 ໂຕນທີ່ຈີນຄົ້ນຄວ້າຜະລິດເອງ ໄດ້ປະສົບຜົນສໍາເລັດ ໃນການບິນອັດສະລິຍະແບບມີຄົນຂັບຄັ້ງທຳອິດ ທີ່ນະຄອນບີ່ນໂຈ່ວ ແຂວງຊ່ານຕົ່ງ ຈີນ.
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ໃນກອງປະຊຸມຄັ້ງທີ 31 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາຂອບຂອງສະຫະປະຊາຊາດ (UN) ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP31) ທີ່ໄດ້ຈັດຂຶ້ນຢູ່ນະຄອນອັນຕາລຢາ ປະເທດຕວັກກີ, ທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ UN ໄດ້ຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີການຮ່ວມມື, ຍູ້ແຮງການກະທຳເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຊຸກຍູ້ການສ້າງສົນທິສັນຍາຄວາມຍຸຕິທຳດ້ານດິນຟ້າອາກາດທົ່ວໂລກ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 12 ພະຈິກ ຜ່ານມາວ່າ: ອີງຕາມຂໍ້ມູນຫຼ້າສຸດທີ່ສະມາຄົມອຸດສາຫະກຳລົດຍົນຈີນເປີດເຜີຍໃນວັນທີ 11 ພະຈິກ ຜ່ານມາ ສະແດງໃຫ້ເຫັນວ່າ, ເດືອນຕຸລາ ຜ່ານມາ ຈຳນວນການຜະລິດ ແລະ ຈຳໜ່າຍລົດຍົນພະລັງງານໃໝ່ຂອງຈີນແມ່ນ 2,017,000 ຄັນ ແລະ 1,940,000 ຄັນຕາມລຳດັບ, ເພີ່ມຂຶ້ນ 13.8% ແລະ 13.1% ຕາມລໍາດັບ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍອດຈຳໜ່າຍລົດຍົນພະລັງງານໃໝ່ກວມເອົາ 64.3% ຂອງຍອດຈຳໜ່າຍລົດຍົນທັງໝົດ ແລະ ອັດຕາການຈຳໜ່າຍລົດຍົນພະລັງງານໃໝ່ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ມະຫາວິທະຍາໄລແຫ່ງຊາດອົສຕຣາລີໄດ້ເປີດເຜີຍວ່າ, ທີມງານນັກວິທະຍາສາດໃນອົສຕຣາລີກຳລັງພັດທະນາເຕັກໂນໂລຊີທີ່ໄດ້ຮັບແຮງບັນດານໃຈຈາກພືດ ເພື່ອບຳບັດຟື້ນຟູນ້ຳເສຍຈາກພາກອຸດສາຫະກຳໃຫ້ກາຍເປັນຊັບພະຍາກອນທີ່ມີຄຸນຄ່າເຊັ່ນ: ສານອາຫານ, ໂລຫະ ແລະ ນ້ຳສະອາດ.
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ຄໍາເຫັນ