![]() |
ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ຕີລາຕາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ແລະ ໃກ້ຊິດລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ໃນໄລຍະ 6 ກວ່າທົດສະຫວັດຜ່ານມາທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງໃນຫຼາຍຂົງເຂດ ການຮ່ວມມືເປັນຕົ້ນແມ່ນການແລກປ່ຽນການຢ້ຽມຢາມລະຫວ່າງການນໍາຂັ້ນສູງ ແລະ ປະຊາຊົນຂອງ ທັງສອງປະເທດຢ່າງເປັນປົກກະຕິ ລວມທັງການຮ່ວມມືທາງດ້ານເສດຖະກິດ, ການທ່ອງທ່ຽວ ແລະ ດ້ານອື່ນໆກໍໄດ້ຮັບການພັດທະນາເປັນກ້າວໆ. ພ້ອມດຽວກັນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ໃນການເພີ່ມທະວີການຊຸກຍູ້ ແລະ ສົ່ງເສີມການຮ່ວມມືໃນດ້ານຕ່າງໆ ເປັນຕົ້ນດ້ານການເມືອງ-ຄວາມໝັ້ນຄົງ ແລະ ດ້ານອື່ນໆ ທີ່ສອງປະເທດມີທ່າແຮງຮ່ວມກັນໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນ ຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານ, ການສຶກສາ, ສາທາລະນະສຸກ, ກະສິກໍາ, ອຸດສາຫະກໍາ-ການຄ້າ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ. ນອກຈາກນີ້, ສອງຝ່າຍ ຍັງໄດ້ເຫັນດີຮ່ວມກັນໃນການກະກຽມຈັດກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ (6th JCBC)ລະຫວ່າງ ລາວ-ອິນໂດເນເຊຍ ຄັ້ງທີ 6 ຢູ່ ສປປລາວ ໃນປີ 2027 ທີ່ຈະມາເຖິງນີ້.
ໃນການພົບປະຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ອາມານະຖາ ຄຣິສເຕຍວານ ນາເຊຍ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ອິນໂດເນເຊຍ ຄົນໃໝ່ ພ້ອມທັງໄດ້ຕາງໜ້າໃຫ້ລັດ ຖະບານ ແລະ ປະຊາຊົນລາວສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນອິນໂດ ເນເຊຍສໍາລັບການສະໜັບສະໜູນ ແລະ ຊ່ວຍເຫຼືອໃຫ້ແກ່ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ມີ ບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໃນຂະນະດຽວກັນ, ທ່ານລັດຖະມົນຕີ ອາມານະຖາ ຄຣິສເຕຍວານ ນາເຊຍ ກໍໄດ້ສະແດງ ຄວາມຂອບໃຈຕໍ່ຄໍາເວົ້າອັນຈົບງາມ ແລະ ສະແດງຄວາມໝາຍໝັ້ນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ແລະ ປະກອບສ່ວນເຂົ້າໃນ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີງາມລະຫວ່າງສອງປະເທດໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.
(ຂ່າວ: ກຕທ)

ຄໍາເຫັນ