![]() |
ໃນພິທີດັ່ງກ່າວ, ທ່ານນາງ ໄກມະນີ ອໍລະບູນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ, ໄດ້ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເປັນກຽດປະດັບຫຼຽນກາດັ່ງກ່າວໃຫ້ແກ່ ທ່ານ ຊາງກີ ບູນ. ໃນໂອກາດນີ້, ທ່ານທູດໄດ້ກ່າວຊົມເຊີຍ ແລະ ສະແດງຄວາມຂອບໃຈຕໍ່ ທ່ານ ຊາງກີ ບູນ ທີ່ໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາ ແລະ ຄວາມຊຳນານງານ ເຂົ້າໃນການພັດທະນາຂະແໜງໄປສະນີຂອງ ສປປ ລາວ ໃນໄລຍະປີ 2019-2025. ການປະກອບສ່ວນຂອງທ່ານໄດ້ມີຄວາມໝາຍສຳຄັນຕໍ່ການພັດທະນາໂຄງລ່າງພື້ນຖານດ້ານໄປສະນີ,ການຍົກລະດັບຂີດຄວາມສາມາດດ້ານການຂົນສົ່ງ ແລະ ໂລຈິສຕິກ, ລວມທັງການເສີມສ້າງຄວາມເຂັ້ມແຂງຂອງອົງກອນທີ່ກ່ຽວຂ້ອງ. ທ່ານທູດຍັງໄດ້ເນັ້ນວ່າ: ຫຼຽນກາມິດຕະພາບທີ່ລັດຖະບານ ແຫ່ງ ສປປ ລາວ ມອບໃຫ້ໃນຄັ້ງນີ້ ເປັນການຍ້ອງຍໍຊົມເຊີຍ ແລະ ຮັບຮູ້ຜົນງານອັນໂດດເດັ່ນ ແລະ ການອຸທິດຕົນຂອງທ່ານ, ທັງເປັນສັນຍາລັກແຫ່ງມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ.
ໃນໂອກາດດຽວກັນ, ທ່ານ ຊາງກີ ບູນ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ໄດ້ຈັດພິທີອັນຊົງກຽດນີ້ຂຶ້ນ ແລະ ຝາກຄວາມຂອບໃຈໄປຍັງລັດຖະບານ ແຫ່ງ ສປປ ລາວ ຜ່ານທາງສະຖານທູດ ສຳລັບການມອບຫຼຽນກາມິດຕະພາບອັນຊົງກຽດນີ້. ທ່ານຍັງໄດ້ກ່າວເຖິງຄວາມປະທັບໃຈຈາກປະສົບການການເຮັດວຽກຢູ່ ສປປ ລາວ, ໂດຍສະເພາະການໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ການຮ່ວມມືອັນດີຈາກເພື່ອນຮ່ວມງານ, ພາກສ່ວນຕ່າງໆ ແລະ ຄະນະນຳກະຊວງທີ່ກ່ຽວຂ້ອງ. ທ່ານກ່າວວ່າປະສົບການ ແລະ ມິດຕະພາບທີ່ໄດ້ຮັບໃນໄລຍະທີ່ປະຕິບັດວຽກງານຢູ່ ສປປ ລາວ ເປັນຄວາມຊົງຈຳອັນດີງາມທີ່ທ່ານຈະຈົດຈຳໄວ້ຕະຫຼອດໄປ.
![]() |
ທ່ານ ຊາງກີ ບູນ ໄດ້ປະຕິບັດໜ້າທີ່ເປັນທີ່ປຶກສາໃຫ້ແກ່ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂອງ ສປປ ລາວ ແຕ່ປີ 2019-2025. ໃນໄລຍະດັ່ງກ່າວ, ທ່ານໄດ້ນຳໃຊ້ຄວາມຮູ້, ຄວາມສາມາດ ແລະ ປະສົບການທາງວິຊາການ ເຂົ້າໃນການປັບປຸງ ແລະ ພັດທະນາຂະແໜງໄປສະນີຂອງ ສປປ ລາວ ໃຫ້ທັນສະໄໝຍິ່ງຂຶ້ນ, ໂດຍສະເພາະດ້ານການພັດທະນາໂຄງລ່າງພື້ນຖານ, ການຍົກລະດັບຂີດຄວາມສາມາດດ້ານການຂົນສົ່ງ ແລະ ໂລຈິສຕິກ, ຕະຫຼອດຮອດການເສີມສ້າງຂີດຄວາມສາມາດຂອງອົງກອນ. ຜົນງານ ແລະ ການອຸທິດຕົນຂອງທ່ານ ບໍ່ພຽງແຕ່ມີສ່ວນສຳຄັນຕໍ່ການພັດທະນາຂະແໜງໄປສະນີຂອງ ສປປ ລາວ ເທົ່ານັ້ນ, ແຕ່ຍັງເປັນການສະທ້ອນໃຫ້ເຫັນເຖິງຄຸນຄ່າຂອງການແລກປ່ຽນຄວາມຮູ້, ປະສົບການ ແລະ ການຮ່ວມມືທາງວິຊາການ ອັນເປັນພື້ນຖານສຳຄັນໃນການເສີມສ້າງມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.
(ຂ່າວ: ກຕທ)


ຄໍາເຫັນ