ສຳເລັດຊຸດຝຶກອົບຮົມພາສາຫວຽດນາມໄລຍະສັ້ນ ໃຫ້ພະນັກງານຢູ່ແຂວງໄຊສົມບູນ

ສຳເລັດຊຸດຝຶກອົບຮົມພາສາຫວຽດນາມໄລຍະສັ້ນ ໃຫ້ພະນັກງານຢູ່ແຂວງໄຊສົມບູນ

ສຳເລັດຊຸດຝຶກອົບຮົມພາສາຫວຽດນາມໄລຍະສັ້ນ ໃຫ້ພະນັກງານຢູ່ແຂວງໄຊສົມບູນ
ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງໄຊສົມບູນ ຮ່ວມກັບ ນະຄອນບັກນິງ ສສ ຫວຽດນາມ ໄດ້ສຳເລັດຊຸດຝຶກອົບຮົມວິຊາພາສາຫວຽດນາມຂັ້ນພື້ນຖານໃຫ້ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການ ແຂວງໄຊສົມບູນ. ພາຍຫຼັງດຳເນີນການຮຽນ-ການສອນມາເປັນເວລາ 3 ເດືອນ ປະຈຳປີ 2026 ຊຶ່ງເລີ່ມແຕ່ວັນທີ 15 ສິງຫາ 2026 ແລະ ໄດ້ສຳເລັດລົງຢ່າງຈົບງາມໃນວັນທີ 11 ພະຈິກນີ້, ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ມີທ່ານ ພຸດລຳໄພ ທຽມພຣະສອນ ກໍາມະການພັກແຂວງ ຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຫົວໜ້າພະແນກ, ຄູ-ອາ ຈານ ຈາກນະຄອນບັກນິງ ສສ ຫວຽດນາມ ແລະ ພະນັກງານອ້ອມຂ້າງແຂວງ ເຂົ້າຮ່ວມ.
ສຳເລດຊດຝກອບຮມພາສາຫວຽດນາມໄລຍະສນ ໃຫພະນກງານຢແຂວງໄຊສມບນ - image 1
 

ທ່ານ ລີປາວ ໄຊຍະຊ່າງ ຮອງຫົວໜ້າພະແນກ ສກຂ ແຂວງ ໄດ້ຜ່ານບົດສະຫຼຸບການຮຽນ-ການສອນ ວ່າ: ຕະຫຼອດໄລຍະການຮຽນ-ການສອນ ບັນດາຄູ-ອາຈານ ແລະ ພະນັກງານໄດ້ພ້ອມກັນສຸມສະຕິປັນຍາຂອງຕົນເຂົ້າໃນການຮຽນ-ການສອນດ້ວຍຄວາມຮັບຜິດຊອບສູງ, ມີຄວາມຫ້າວຫັນ ຕັ້ງໃຈຄົ້ນຄວ້າຮໍ່າຮຽນ ແລະ ປະ ຕິບັດຕາມໂມງເວລາໄດ້ດີ ເຮັດໃຫ້ຊຸດຝຶກອົບຮົມໃນຄັ້ງນີ້ສຳເລັດຕາມຄາດໝາຍທີ່ວາງໄວ້.

ໂອກາດນີ້, ທ່ານ ອາຈານ ນາງ ຈຸຖິຫຽບ ຄູອາສາສະໝັກ ຈາກນະຄອນບັກນິງ ສສ ຫວຽດນາມ ກ່າວວ່າ: ເພື່ອຈັດຕັ້ງປະຕິບັດສົນທິສັນຍາການຮ່ວມມື ລະຫວ່າງ ນະຄອນບັກນິງ ແລະ ແຂວງໄຊສົມບູນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດລາວ-ຫວຽດນາມ ກໍຄືນະຄອນບັກນິງ ກັບແຂວງໄຊສົມບູນ ໃຫ້ນັບມື້ແໜ້ນແຟ້ນ ຈະເລີນງອກງາມ ໝັ້ນຄົງທະນົງແກ່ນຊົ່ວກາລະນານ ແລະ ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ.

ການຝຶກອົບຮົມໃນຄັ້ງນີ້, ໄດ້ຮຽນຮູ້ກ່ຽວກັບການຟັງ, ການເວົ້າ-ການອ່ານ ແລະ ການຂຽນ ຊຶ່ງສະແດງອອກດັ່ງນີ້: ນັກຮຽນເກັ່ງຫຼາຍມີ 7 ຄົນ ຍິງ 3 ຄົນ, ນັກຮຽນເກັ່ງມີ 7 ຄົນ ຍິງ 2 ຄົນ, ນັກຮຽນກາງມີ 10 ຄົນ ຍິງ 2 ຄົນ, ນັກຮຽນອ່ອນມີ 3 ຄົນ ຍິງ 0 ຄົນ. ໃນພິທີໄດ້ມອບໃບຍ້ອງຍໍໃຫ້ຄູ-ອາຈານສອນ ພ້ອມທັງມອບໃບ ຢັ້ງຢືນໃຫ້ພະນັກງານທີ່ສຳເລັດການຝຶກອົບຮົມ ຊຶ່ງມີທັງໝົດ 28 ຄົນ ຍິງ 7 ຄົນ ໃຫ້ກຽດມອບຂອງທ່ານ ພຸດລຳໄພ ທຽມພຣະສອນ.

ສຳເລດຊດຝກອບຮມພາສາຫວຽດນາມໄລຍະສນ ໃຫພະນກງານຢແຂວງໄຊສມບນ - image 2
 

ໂອກາດນີ້, ທ່ານ ພົຈວ ບົວພັນ ອິນທະປັນຍາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອາຈານສອນ ແລະ ນັກຮຽນທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຮຽນ-ການສອນ ຈົນສຳເລັດຕາມຄາດໝາຍ. ພ້ອມທັງຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສຳຄັນຂອງການຮຽນວິຊາພາສາຫວຽດນາມ ເນື່ອງຈາກວ່າ ແຂວງໄຊສົມບູນ ໄດ້ມີການຮ່ວມມືກັບ ສສ ຫວຽດນາມ ຈຶ່ງມີຄວາມຈຳເປັນທີ່ນັກຮຽນຈະຕ້ອງໄດ້ຮຽນຮູ້ພາສາຫວຽດນາມ ເພື່ອສື່ສານກັນໃຫ້ເຂົ້າ ໃຈ ສະແດງໃຫ້ເຫັນເຖິງສາຍພົວພັນໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ຄວາມສາມັກຄີແບບພິເສດ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມໃຫ້ໝັ້ນຄົງຕະຫຼອດໄປ. ພ້ອມທັງຮຽກຮ້ອງໃຫ້ບັນດານັກຮຽນທີ່ຮຽນຮູ້ພາສາຫວຽດນາມ ຈົ່ງນຳເອົາຄວາມຮູ້ທີ່ໄດ້ຈາກການຮຽນ-ການສອນ ໄປໝູນໃຊ້ເຂົ້າໃນວຽກງານຂອງຕົນໃຫ້ເກີດປະໂຫຍດສູງສຸດ. ພາບ-ຂ່າວ: ແກ່ນຈັນ ທຳມະນີ

ຄໍາເຫັນ

ຂ່າວການຮ່ວມມື

ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

ພິທີມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງຈັດຂຶ້ນຢ່າງເປັນທາງການໃນວັນທີ 11 ພະຈິກນີ້, ທີ່ສະໜາມກິລາດັ່ງກ່າວ, ໂດຍມີທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິຊຶໂຕມຸເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ມີຮອງປະທານຄະນະກຳມາທິການບໍລິຫານງານອົງການ JICA, ບັນດາການນຳພັກ - ລັດຂອງສອງປະເທດລາວ - ຍີ່ປຸ່ນ, ແຂກຖືກເຊີນພ້ອມດ້ວຍມວນຊົນເຂົ້າຮ່ວມ.
ສະຫຼອງ 69 ປີວັນຊາດມາເລເຊຍ ແລະ 60 ປີ ສາຍພົວພັນການທູດລາວ-ມາເລເຊຍ

ສະຫຼອງ 69 ປີວັນຊາດມາເລເຊຍ ແລະ 60 ປີ ສາຍພົວພັນການທູດລາວ-ມາເລເຊຍ

​ ສະຖານເອກອັກຄະລັດຖະທູດ ມາເລເຊຍປະຈໍາ ສປປ ລາວ ທີ່ນະຄອນຫຼວງວຽງຈັນ, ໄດ້ຈັດງານສະເຫຼີມສະຫຼອງວັນຊາດມາເລເຊຍ ຄົບຮອບ 69 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ມາເລເຊຍ ຄົບຮອບ 60 ປີ ຢ່າງເປັນທາງການ ໃນວັນທີ 11 ພະຈິກຜ່ານມານີ້ ທີ່ໂຮງແຮມ ອາວານີ + ລ້ານຊ້າງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ບັນດາທູດ, ທູຕານຸທູດ ພ້ອມແຂກຖືກເຊີນ.
ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ລາວ-ກຳປູເຈຍ ພົບປະແລກປ່ຽນການຮ່ວມມື

ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ລາວ-ກຳປູເຈຍ ພົບປະແລກປ່ຽນການຮ່ວມມື

ກອງປະຊຸມພົບປະແລກປ່ຽນການຮ່ວມມື ລະຫວ່າງກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ (ປກສ) ແຫ່ງ ສປປ ລາວ ແລະ ກົມໃຫຍ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກະຊວງພາຍໃນແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ນະຄອນ ຫຼວງວຽງຈັນ, ຝ່າຍລາວນຳໂດຍທ່ານ ພັນເອກ ເພັດດາວົງ ແກ້ວກັນຍາ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ຝ່າຍກຳປູເຈຍ ນໍາໂດຍ ທ່ານ ພົນໂທ ສົກເວດສະນາ ຫົວໜ້າກົມໃຫຍ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ໂດຍມີຄະນະທັງສອງຝ່າຍ ເຂົ້າຮ່ວມ.
ເວທີປາໄສສັງຄົມນິຍົມໂລກ ຄັ້ງທີ 16 ເປີດຂຶ້ນຢູ່ນະຄອນຫຼວງປັກກິງ  (16th World Socialism Forum)

ເວທີປາໄສສັງຄົມນິຍົມໂລກ ຄັ້ງທີ 16 ເປີດຂຶ້ນຢູ່ນະຄອນຫຼວງປັກກິງ (16th World Socialism Forum)

ເວທີປາໄສສັງຄົມນິຍົມໂລກ ຄັ້ງທີ 16 (16th World Socialism Forum) ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 3 ຫາ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ. ເປັນເຈົ້າພາບໂດຍ ສະຖາບັນວິທະຍາສາດສັງຄົມຈີນ, ສູນຄົ້ນຄວ້າສັງຄົມນິຍົມໂລກແຫ່ງສະຖາບັນວິທະຍາສາດສັງຄົມຈີນ, ສະຖາບັນຄົ້ນຄວ້າລັດທິມາກ, ສູນຄົ້ນຄວ້າແນວຄິດ (ສີ ຈິ້ນຜິງ) ວ່າດ້ວຍຍຸກສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ ແລະ ສູນຄົ້ນຄວ້າແນວຄິດການສ້າງຕັ້ງພັກຂອງ (ສີ ຈິ້ນຜິງ).
ຄະນະສິລະປະກອນ ກອງບັນຊາການທະຫານເຂດ 5 ຫວຽດນາມ ສະແດງສິລະປະ ຢູ່ແຂວງອັດຕະປື

ຄະນະສິລະປະກອນ ກອງບັນຊາການທະຫານເຂດ 5 ຫວຽດນາມ ສະແດງສິລະປະ ຢູ່ແຂວງອັດຕະປື

ວັນທີ 9 ພະຈິກຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື, ຄະນະສິລະປະກອນ ຈາກກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ນຳໂດຍ ສະຫາຍ ພັນໂທ ດິ່ງ ວັນ ເດ່ ຫົວໜ້າຄະນະສິລະປະກອນ ໄດ້ນຳພາຄະນະ ເຄື່ອນໄຫວສະແດງສິລະປະ ຢູ່ແຂວງອັດຕະປື ເພື່ອສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 51 ປີ ຄື: ວັນທີ 2 ທັນວາ 1975-2 ທັນວາ 2026 ແລະ ໃນໂອກາດຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄື: ວັນທີ 5 ກັນຍາ 1962-5 ກັນຍາ 2027 ແລະ ຄົບຮອບ 50 ປີ ວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ວັນທີ 18 ກໍລະກົດ 1977-18 ກໍລະກົດ 2027 ທີ່ຈະມາເຖິງ.
ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກໍາປູເຈຍ-ລາວ ປີ 2026 ທີ່ຫວຽດນາມ

ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກໍາປູເຈຍ-ລາວ ປີ 2026 ທີ່ຫວຽດນາມ

ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກຳາປູເຈຍ-ລາວ ປີ 2026 ຈັດຂຶ້ນໃນລະຫວ່າງວັນທີ 8-11 ພະຈິກ ນີ້ ທີ່ຫ້ອງປະຊຸມ ແລະ ວາງສະແດງແຂວງກວາງຫງາຍ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍທ່ານ ອູ່ຮວັນ ກຳມະການສຳຮອງສູນກາງພັກ ຮອງເລຂາຜູ້ປະຈຳການພັກແຂວງ ປະທານຄະນະກຳມະການແນວໂຮມຊາວຫວຽດນາມ ແຂວງກວາງຫງາຍ ພ້ອມດ້ວຍແຂກຖືກເຊີນ ແລະ ຄະນະຜູ້ແທນຊາວໜຸ່ມທັງ 3 ປະເທດເຂົ້າຮ່ວມ. ຄະນະຜູ້ແທນຊາວໜຸ່ມລາວນຳພາໂດຍ ທ່ານ ນາງ ສີສົມພອນ ຕິປັນຍາ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ).
ເປີດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026

ເປີດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026

ວັນທີ 10 ພະຈິກຜ່ານມາ, ກອງບັນຊາການທະຫານແຂວງແທັງຮວາສສຫວຽດນາມສົມທົບກອງບັນຊາການທະຫານແຂວງຫົວພັນໄດ້ເປີດຊຸດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026 ຢູ່ກອງບັນຊາການທະຫານແຂວງຫົວພັນ, ໂດຍມີສະຫາຍພົນຈັດຕະວາຄໍາເມືອງໂຄດວົງຄູນຫົວໜ້າການທະຫານກອງບັນຊາການທະຫານແຂວງຫົວພັນພ້ອມດ້ວຍຄະນະ, ສະຫາຍພັນເອກເຈີນຮີ້ວຕຸ່ງຮອງຫົວໜ້າການທະຫານກອງບັນຊາການທະຫານແຂວງແທັງຮວາສສຫວຽດນາມພ້ອມດ້ວຍຄະນະ, ມີບັນດາຄູ-ອາຈານແລະນັກຝຶກອົບຮົມເຂົ້າຮ່ວມ.
ພິທີຮັບຮອງແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ

ພິທີຮັບຮອງແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ

ໃນວັນທີ 10 ພະຈິກ ນີ້ ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີຮັບຮອງຢ່າງເປັນທາງການ ແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ວ່າດ້ວຍ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ, ເປັນລະບຽບ ແລະ ປົກກະຕິ ສຳລັບ ສປປ ລາວ, ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ທັນຍາ ປາຊີຟີໂກ (Ms. Tanja Pacifico) ຫົວໜ້າອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈໍາ ສປປ ລາວ ແລະ ຣາຊະອານາຈັກໄທ ຊຶ່ງມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງ ການພາກລັດ, ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນ ແລະ ແຂກທີ່ກ່ຽວຂ້ອງເຂົ້າຮ່ວມ 70 ກວ່າທ່ານ.
ທ່ານ ລິນຄໍາ ດວງສະຫວັນ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ

ທ່ານ ລິນຄໍາ ດວງສະຫວັນ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ

ໃນວັນທີ 10 ພະຈິກນີ້ ທີ່ຫ້ອງຮັບແຂກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມອໍາລາ ຂອງ ທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດພາລະກິດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ທ່ານ ໄມທອງ ທຳມະວົງສາຕ້ອນຮັບຜູ້ອຳນວຍການຫ້ອງການADBເຂົ້າຍື່ນສານແຕ່ງຕັ້ງ

ທ່ານ ໄມທອງ ທຳມະວົງສາຕ້ອນຮັບຜູ້ອຳນວຍການຫ້ອງການADBເຂົ້າຍື່ນສານແຕ່ງຕັ້ງ

ໃນວັນທີ 9ພະຈິກຜ່ານມາ, ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານແຕ່ງຕັ້ງ ຂອງ ທ່ານນາງ ຫວງ ຈີງໝິນ(Jingmin Huang) ຜູ້ອຳນວຍການຫ້ອງການທະນາຄານພັດທະນາອາຊີ (ADB)ປະຈຳ ສປປ ລາວ ຄົນໃໝ່.
ເພີ່ມເຕີມ