ສາ​ລະ​ວັນສໍາເລັດການຍົກລະດັບຄວາມຮູ້ວຽກງານກໍ່ສ້າງຮາກຖານການເມືອງໃຫ້​ພະ​ນັກ​ງານ

ສາ​ລະ​ວັນສໍາເລັດການຍົກລະດັບຄວາມຮູ້ວຽກງານກໍ່ສ້າງຮາກຖານການເມືອງໃຫ້​ພະ​ນັກ​ງານ

ສາ​ລະ​ວັນສໍາເລັດການຍົກລະດັບຄວາມຮູ້ວຽກງານກໍ່ສ້າງຮາກຖານການເມືອງໃຫ້​ພະ​ນັກ​ງານ
ພະນັກງານນໍາພາ-ຄຸ້ມຄອງຈຳ​ນວນ42 ສະຫາຍ ຂອງແຂວງສາລະວັນ ສຳເລັດການຍົກລະດັບຄວາມຮູ້ວຽກງານກໍ່ສ້າງຮາກຖານການເມືອງ ທີ່ຈະລົງປະຕິບັດວຽກງານຕົວຈິງ ຢູ່ 8 ເມືອງ, 38 ຕາແສງ ທົ່ວແຂວງສາລະວັນ, ເປັນບາດກ້າວໜຶ່ງທີ່ສຳຄັນ ເຮັດໃຫ້ໄດ້ຄົ້ນຄວ້າຮ່ຳຮຽນ ຢ່າງເລິກ​ເຊິ່ງ, ກຳໄດ້ເນື້ອໃນ ທີ່ເປັນພື້ນຖານຕ່າງໆ ແລະ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງເຄື່ອນໄຫວເຮັດວຽກຕົວຈິງ ແລະ ແລກປ່ຽນບົດຮຽນທາງດ້ານທິດສະດີ-ພຶດຕິກຳຕົວຈິງ ຫຼາຍດ້ານ ເປັນຕົ້ນ: ການສ້າງທັກສະ, ວິທີເຮັດວຽກເປັນທີມ, ເປັນໝູ່ຄະນະ, ມີແບບແຜນວິທີນໍາພາ, ທັກສະການແກ້ໄຂບັນຫາຕົວຈິງ ແລະ ວຽກງານອື່ນໆຢູ່ຂັ້ນຮາກຖານ, ກ່ອນຈະລົງປະຕິບັດຕົວຈິງ.

ຕະຫຼອດໄລຍະການຝຶກອົບຮົມ, ບັນດາສຳມະນາກອນ ໄດ້ເຊື່ອມຊືມເນື້ອໃນເອກະສານທີ່ສໍາຄັນ, ເອົາໃຈໃສ່ຄົ້ນຄວ້າ, ຮ່ຳຮຽນ ໂດຍສະເພາະແມ່ນການຜັນຂະຫຍາຍມະຕິ ສະບັບເລກທີ 62/ຄບສພ, ລົງວັນທີ 09 ກໍລະກົດ 2026 ວ່າດ້ວຍ ການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກສາມສ້າງໄລຍະໃໝ່ແລະມະຕິ, ຂໍ້ກຳນົດ ແລະ ຄຳແນະນຳຕ່າງໆທີ່ກ່ຽວຂ້ອງ. ນອກນັ້ນ ໄດ້ຄົ້ນຄວ້າການແບ່ງຂັ້ນຄຸ້ມຄອງ ລະຫວ່າງເມືອງ, ບັນດາຫ້ອງການ ແລະ ຕາແສງ, ບ້ານ ໃຫ້ລະອຽດຈະແຈ້ງ, ຊ່ວຍປັບປຸງການຈັດຕັ້ງຢູ່ຂັ້ນຕາແສງໃນ 5 ໜ່ວຍງານ ເປັນຕົ້ນ ວຽກງານແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ຊ່ວຍເກັບກຳຂໍ້ມູນກ່ຽວກັບຮາກຖານພັກ ທີ່ມີຢູ່ຕາແສງ, ຄົ້ນຄວ້າສ້າງແຜນດໍາເນີນງານແຕ່ນີ້ຈົນຮອດໄລຍະຂອງກອງປະຊຸມໃຫຍ່ ຂັ້ນຕົນໃນປີ 2029 ພ້ອມທັງເນື້ອໃນຈຸດສຸມ ໃຫ້ສອດຄ່ອງກັບແຜນດໍາເນີນງານຂອງເມືອງ, ຄະນະພັກຕາແສງ; ສ້າງ ແລະ ປັບປຸງແຜນດໍາເນີນງານຂອງໜ່ວຍພັກ ຈົນຮອດສະໄໝກອງປະຊຸມໃຫຍ່ຂັ້ນຕົນ ລະຫວ່າງ ເດືອນມັງກອນ ຫາ ເດືອນສິງຫາ 2029. ການຝຶກອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 53 ສະຫາຍ, ຍິງ 10 ສະຫາຍ; ໃນນັ້ນມີຄູຝຶກ 11 ສະຫາຍ, ຍິງ 1 ສະຫາຍ ແລະ ສຳມະນາກອນ 42 ສະຫາຍ, ຍິງ 9 ສະຫາຍ ທີ່ຄັດເລືອກຈາກ ພະແນກການ, ອົງການທຽບເທົ່າ ແລະ ກຳລັງ ປກຊ-ປກສ ຂັ້ນແຂວງ ຕາມມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 344/ຄຈພຂ ສາລະວັນ ລົງວັນທີ 29 ຕຸລາ 2026.

ນອກຈາກນີ້, ຍັງໄດ້ເຊື່ອມຊຶມເນື້ອໃນເອກະສານກ່ຽວກັບ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງຄະນະພັກຮາກຖານຕາແສງ; ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ມະຕິ 04ຂອງກົມການເມືອງສູນກາງພັກ ວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ບັນດາມະຕິທີ່ສຳຄັນຕ່າງໆ.

ພິທີປິດຊຸດຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການມອບພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ລົງຊ່ວຍວຽກອົງການປົກຄອງເມືອງ ແລະ ຕາແສງ ໃນທົ່ວແຂວງສາລະວັນ, ໄດ້ມີຂຶ້ນໃນວັນທີ 10 ພະຈິກຜ່ານມາ, ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ; ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພາບ-ຂ່າວ: ສ.ພະຈັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແກ່ນທ້າວ ສະຫຼອງວັນຊົນລະປະທານພ້ອມເປີດຂະບວນການຜະລິດລະດູແລ້ງ

ແກ່ນທ້າວ ສະຫຼອງວັນຊົນລະປະທານພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ), ວັນສັກຢາກັນພະຍາດສັດ ແຫ່ງຊາດ (ວັນທີ 11 ພະຈິກ) ແລະ ​ວັນເປີດຂະບວນການຜະລິດລະດູແລ້ງ (ວັນທີ 15 ພະຈິກ) ປະຈຳປີ 2026, ໃນ​ວັນ​ທີ 11 ພະ​ຈິກ​ນີ້ ທີ່ ບ້ານ​ນາ​ບອນໂດຍມີທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງ,ມີຄະນະປະຈຳພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ
ປະທານຄະນະກວດກາສູນກາງພັກຢ້ຽມ​ຢາມບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ

ປະທານຄະນະກວດກາສູນກາງພັກຢ້ຽມ​ຢາມບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ

ທ່ານ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວລົງຊຸກຍູ້, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານ ຂອງບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ຢູ່ເມືອງລ້ອງແຈ້ງ ໃນວັນທີ 10 ພະຈິກຜ່ານ​ມາ ໂດຍມີ ທ່ານ ພອຍຄໍາ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນ ແຂວງໄຊສົມບູນພ້ອມ​ຄະ​ນະ​ຕິດ​ຕາມ​ນຳ
ງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2026 ຈະຈັດຂຶ້ນເປັນເວລາ 5 ວັນ

ງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2026 ຈະຈັດຂຶ້ນເປັນເວລາ 5 ວັນ

ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ຮອງປະທານ ຜູ້ປະຈໍາການ ຄະນະຮັບຜິດຊອບກະກຽມ ແລະ ດໍາເນີນງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈໍາປີ 2026 ໄດ້ຖະແຫຼງຂ່າວງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຕໍ່ສື່ມວນຊົນ ໃນວັນທີ 11 ພະຈິກນີ້ວ່າ: ການຈັດງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້, ຈະໄດ້ມີການວາງສະແດງສິນຄ້າທີ່ຫຼາກຫຼາຍປະເພດ, ຫຼາຍສີສັນຂອງສິນຄ້າ ທີ່ຈະໄດ້ມາຈັດວາງສະແດງ.
ແຂວງໄຊສົມບູນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ແຂວງໄຊສົມບູນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ໃນວັນທີ 11 ພະຈິກນີ້, ແຂວງໄຊສົມບູນ ໄດ້ເປີດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊສົມບູນ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ-ຮອງປະທານຄະນະກວດກາພັກແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ໂດຍປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 7 ສິງຫາ 2026 ວ່າດ້ວຍ ການເກັບກູ້ອາວຸດເສິກ ແລະ ວັດຖຸລະເບີດ, ອີງຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 311/ປກສ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ, ອີງຕາມຄໍາສັ່ງຂອງປະທານຄະນະກໍາມະການ ປກຊ-ປກສ ແຂວງວຽງຈັນ ສະບັບເລກທີ 13/ປກຊ-ປກສ, ລົງວັນທີ 25 ມີນາ 2022 ວ່າດ້ວຍການຮີບໂຮມ, ຂຶ້ນບັນຊີ, ຄຸ້ມຄອງອາວຸດເສິກ.
ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ວັນທີ 6 ພະຈິກຜ່ານມາ, ສູນ 523 ໄດ້ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈໍາປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ, ມີຄະນະກົມຊ່າງແສງ, ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ຄະ ນະພັກ-ຄະນະບັນຊາສູນ 523, ພະແນກການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ພິທີປະກາດຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນໄດ້ຈັດຂຶ້ນໃນວັນທີ 10 ພະຈິກຜ່ານມາ,ໂດຍການເປັນປະທານຂອງສະຫາຍພົນໂທວົງສອນອິນປານພິມຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍພູທະນູເພັດໄຊສົມບັດກໍາມະການສູນກາງພັກ, ເລຂາຄະນະບໍລິຫານການພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ສະຫາຍພົນຈັດຕະວາອຸ່ນຄຳສີແຫວນວົງສັກຜູ້ບັນຊາການທະຫານຊາຍແດນ, ມີກົມກອງທີ່ກ່ຽວຂ້ອງຈາກກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນ, ກົມກອງອ້ອມຂ້າງແລະແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ວັນທີ 10 ພະຈິກຜ່ານມາ, ທີ່ສໍານັກງານເມືອງໄຊເສດຖາຄະນະໂຄສະນາອົບຮົມແຂວງ​ອັດຕະປື​ໄດ້ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ, ໃຫ້ກຽດເຜີຍແຜ່ຂອງ​ທ່ານກົງຈັກສີສະຫວາດກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ,​ ມີ​ຄະນະພັກ, ຄະນະນໍາ,​ສື່ມວນຊົນອ້ອມຂ້າງເມືອງເຂົ້າຮ່ວມ.​
ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ວັນທີ 10 ພະຈິກຜ່ານມາ, ທີ່ກອງພັນທະຫານຮາບ 19 ໄດ້ຈັດພິທີເປີດຊຸດອົບຮົມ- ຫັດແອບວຽກງານຮັບປະກັນພະລາທິການປະຈຳປີ 2026 ທົ່ວກອງບັນຊາການທະຫານແຂວງອັດຕະປື, ໂດຍການເປັນປະທານຂອງສະຫາຍພົວສີສົມໃຈມະໂນລາຄະນະປະຈຳພັກແຂວງ, ເລຂາພັກຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, ພະນັກງານ, ຄູ-ອາຈານແລະສຳມະນາກອນເຂົ້າຮ່ວມ.
ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ເພື່ອເຮັດໃຫ້ວຽກງານຄົ້ນຄ້ວາສັງລວມ-ຫາງສຽງສັງຄົມ ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສາມາດຕອບສະໜອງໄດ້ກັບການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນເງື່ອນໄຂປັດຈຸບັນ.ເມື່ອບໍ່ດົນມານີ້, ຫ້ອງການຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ຮ່ວມກັບຄະນະໂຄສະນາອົບຮົມແຂວງ(ຄອຂ)ຈໍາປາສັກໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ຢູ່ແຂວງຈໍາປາສັກ; ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 2-3 ພະຈິກ 2026ທີ່ສະໂມສອນແຂວງຈໍາປາສັກ(ຫຼັກ 4),
ເພີ່ມເຕີມ