![]() |
ພາຍໃຕ້ການເປັນປະທານ ພ້ອມທັງກ່າວເປີດຊຸດຝຶກອົບຮົມຂອງສະຫາຍສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ; ໃຫ້ກຽດກ່າວປິດ ແລະ ໂອ້ລົມຕໍ່ຊຸດຝືກອົບຮົມຂອງສະຫາຍອະລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ,ປະທານສະພາປະຊາຊົນແຂວງ;ມີສະຫາຍ ປະດິດ ວັນນະລັດສະໝີ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ; ໃຫ້ກຽດເປັນວິທະຍາກອນຂອງສະຫາຍ ບຸນເພັງ ຈັນທະດາລາ ກໍາມະການພັກ, ຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກພ້ອມດ້ວຍທີມງານ;ມີນັກສໍາມະນາກອນທີ່ມາຈາກບັນດາພະແນກການ, ກົມກອງອ້ອມຂ້າງ, ຄະນະໂຄສະນາອົບຮົມ 9 ເມືອງ ແລະ 1 ນະຄອນ ພາຍໃນແຂວງຈໍາປາສັກ ແລະ ພະນັກງານຫຼັກແຫຼ່ງຂອງຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດຈໍານວນ120 ສະຫາຍ, ຍິງ 36 ສະຫາຍ.
![]() |
ການຝຶກອົບຮົມຄັ້ງນີ້ຖືເປັນການຍົກລະດັບຄວາມຮັບຮູ້, ຄວາມເຂົ້າໃຈຢ່າງເລິກເຊິ່ງ ໃຫ້ແກ່ຖັນແຖວພະນັກງານການເມືອງ-ແນວຄິດ ເວົ້າລວມ, ເວົ້າສະເພາະ ແມ່ນການເພີ່ມຂີດຄວາມສາມາດໃຫ້ແກ່ພະນັກງານຜູ້ທີ່ຮັບຜິດຊອບວຽກງານຄົ້ນຄວ້າສັງລວມ-ຫາງສຽງສັງຄົມ ເພື່ອນໍາໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບຢ່າງມີປະສິດທິພາບ.ຕະຫຼອດໄລຍະການຝຶກອົບຮົມ,ນັກສໍາມະນາກອນໄດ້ຮັບຟັງການບັນຍາຍເນື້ອໃນເອກະສານບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ,ວິທີການຕິດຕາມ;ເກັບກໍາ ແລະ ນໍາໃຊ້ຫາງສຽງສັງຄົມ ເຂົ້າໃນວຽກງານການເມືອງ-ແນວຄິດ,ເຄືອຂ່າຍຕາໜ່າງເພື່ອນຮ່ວມງານ ແລະ ວຽກງານຄົ້ນຄວ້າ-ສັງລວມ; ນອກຈາກຮັບຟັງການບັນຍາຍເນື້ອໃນທິດສະດີແລ້ວ, ສໍາມະນາກອນ ຍັງໄດ້ເຮັດທົດລອງລັກສະນະຕົວຈິງ ໂດຍຈັດຕັ້ງເປັນກຸ່ມ ເພື່ອພ້ອມກັນຄົ້ນຄວ້າ, ໄຈ້ແຍກຄວາມແຕກຕ່າງລະຫວ່າງ ຫາງສຽງສັງຄົມ, ຂ່າວລື ແລະ ຖ້ອຍທໍານອງບິດເບືອນ, ພ້ອມດຽວກັນນັ້ນກໍໄດ້ວິເຄາະ, ວິໄຈສາເຫດຕົ້ນຕໍ ແລະ ຄາດຄະເນທ່າອ່ຽງຜົນກະທົບ ຂອງຫາງສຽງສັງຄົມໃນຕໍ່ໜ້າ ຕິດພັນກັບການຄົ້ນຄວ້າວິທີການ ແລະ ມາດຕະການປັບປຸງແກ້ໄຂຢ່າງລະອຽດໃນແຕ່ລະໄລຍະ; ນອກຈາກນັ້ນ,ບັນດາສໍາມະນາກອນ ຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄວາມຄິດຄວາມເຫັນ, ຕັ້ງຄໍາຖາມ ແລະ ແລກປ່ຽນບົດຮຽນຢ່າງກົງໄປ-ກົງມາກັບວິທະຍາກອນ ເຮັດໃຫ້ຊຸດຝຶກອົບຮົມໃນຄັ້ງນີ້ ມີບັນຍາກາດຟົດຟື້ນ, ມີເນື້ອໃນຄວາມໝາຍເລິກເຊິ່ງ ແລະ ສອດຄ່ອງກັບສະພາບຕົວຈິງໃນເງື່ອນໄຂປັດຈຸບັນ.
![]() |
ພາຍຫຼັງສໍາເລັດຊຸດຝຶກອົບຮົມແລ້ວ, ສະຫາຍ ບຸນເພັງ ຈັນທະດາລາ ກໍາມະການພັກ, ຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງຈໍາປາສັກ ແລະ ເມືອງສຸຂຸມາຕື່ມອີກ.(ຂ່າວ-ພາບ: ນາງ ຄໍາສະໄຫວ ຈັນທະລັງ)



ຄໍາເຫັນ