ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການສູນກາງພັກ, ກົມເຍົາວະຊົນສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ແລະ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ຜູ້ນຳປະຕິວັດຂອງຫ້ອງວ່າການສູນກາງພັກ ໄດ້ຈັດພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມກັນຈັດຕັ້ງທັດສະນະສຶກສາ ແລະ ກິດຈະກຳຮຽນຮູ້ປະຫວັດສາດໃຫ້ເຍົາວະຊົນ ແລະ ອະນຸຊົນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ແລະ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ພ້ອມດ້ວຍບັນດາການນຳ ແລະ ພະນັກງານຈາກສອງພາກສ່ວນ. ຮ່ວມລົງນາມໂດຍ ທ່ານ ນາງ ໃບຄູນ ສົມບັດດວງ ຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ແລະ ຜູ້ນໍາປະຕິວັດ ຫ້ອງວ່າການສູນກາງພັກ ແລະ ທ່ານ ນາງ ວິໄລວັນ ວົງພັກດີ ວ່າການຫົວໜ້າກົມເຍົາວະຊົນ ສຊປລ.
ການຮ່ວມມືໃນຄັ້ງນີ້, ໂດຍຜ່ານ 2 ກິດຈະກຳຫຼັກຄື: 1. ໂຄງການທັດສະນະສຶກສາເດືອນລະ 1 ຄັ້ງ ໂດຍພານັກຮຽນປະຖົມ ແລະ ມັດທະຍົມ ຈາກນະຄອນຫຼວງ ແລະ ບັນດາແຂວງ ໄປຮຽນຮູ້ຢູ່ຫໍພິພິທະພັນ ແລະ ອະນຸສອນສະຖານ; 2. ກິດຈະກຳຮຽນຮູ້ຕາມໄວ ປະກອບມີການເລົ່າເລື່ອງປະຫວັດສາດ, ແຂ່ງຂັນຕອບຄຳຖາມ, ວາດພາບ ແລະ ຂຽນຄວາມຮູ້ສຶກກ່ຽວກັບຜົນງານຂອງບັນດາຜູ້ນຳຮຸ່ນກ່ອນ. ຊຶ່ງການຮຽນຮູ້ຈາກສະຖານທີ່ຈິງ ຈະຊ່ວຍໃຫ້ນ້ອງໆເຂົ້າໃຈປະຫວັດສາດການຕໍ່ສູ້ ແລະ ຜົນງານຂອງປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ ແລະ ບັນດາຜູ້ນຳຮຸ່ນກ່ອນ. ກິດຈະກຳເຫຼົ່ານີ້ແນໃສ່ປູກຝັງຈິດສຳນຶກຮັກຊາດ, ຮູ້ຄຸນຄ່າຂອງສັນຕິພາບ ແລະ ສືບທອດມູນເຊື້ອອັນດີງາມຂອງຊາດ ໃຫ້ ເຍົາວະຊົນ-ອະນຸຊົນ. ພ້ອມທັງເປັນສ່ວນໜຶ່ງໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII. ບົດບັນ ທຶກການຮ່ວມມືສະບັບນີ້ ມີອາຍຸ 1 ປີ ແລະ ສອງຝ່າຍຈະຮ່ວມກັນປະເມີນຜົນ ແລະ ຖອດຖອນບົດຮຽນເມື່ອຄົບ 6 ເດືອນ.
(ຂ່າວ-ພາບ: ສຊປລ)
ຄໍາເຫັນ