![]() |
ໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ອົງການໃຈບຸນສາກົນ DIC ທີ່ໄດ້ສະແດງນ້ຳໃຈມະນຸດສະທຳອັນປະເສີດ ໃຫ້ການຊ່ວຍເຫຼືອປະຊາຊົນລາວໃນຍາມປະສົບຄວາມຫຍຸ້ງຍາກ; ທ່ານຍັງໄດ້ຢືນຢັນວ່າ: ສນຊ ຈະນຳເອົາເຂົ້າສານທັງໝົດນີ້ ໄປແຈກຢາຍໃຫ້ເຖິງມືປະຊາຊົນຜູ້ປະສົບໄພໃນແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາຢ່າງທົ່ວເຖິງ ແລະ ໂປ່ງໃສ ເພື່ອບັນເທົາຄວາມເດືອດຮ້ອນດ້ານສະບຽງອາ ຫານ ແລະ ຊ່ວຍໃຫ້ພໍ່ແມ່ປະຊາຊົນສາມາດຟື້ນຟູຊີວິດການເປັນຢູ່ ກ້າວຜ່ານວິກິດການໃນຄັ້ງນີ້ໄປໄດ້ໂດຍໄວ. ພ້ອມດຽວກັນນັ້ນ, ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ຈາລຶກເຖິງຄຸນງາມຄວາມດີໃນການປະກອບສ່ວນຊ່ວຍເຫຼືອສັງຄົມລາວ, ທ່ານຮອງປະທານ ສນຊ ໄດ້ມອບໃບຍ້ອງຍໍໃຫ້ອົງການໃຈບຸນສາກົນ ເດເຊເຣັດ.
ການຊ່ວຍເຫຼືອໃນຄັ້ງນີ້, ບໍ່ພຽງແຕ່ເປັນການຕອບສະໜອງຄວາມຕ້ອງການດ້ານອາຫານການກິນອັນຮີບດ່ວນເທົ່ານັ້ນ, ແຕ່ຍັງເປັນການຢັ້ງຢືນເຖິງສາຍພົວພັນອັນດີງາມ, ນ້ຳໃຈແຫ່ງການແບ່ງປັນ ແລະ ຄວາມສາມັກຄີຮັກແພງ ລະຫວ່າງ ອົງການຈັດຕັ້ງສາກົນ ກັບປະຊາຊົນລາວອີກດ້ວຍ.
ພາບ-ຂ່າວ: ລີ

ຄໍາເຫັນ