ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ
ເນື່ອງໃນໂອກາດສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ໄດ້ເຂົ້າຮ່ວມງານສັບປະດາຮ່ວມມືສື່ມວນຊົນອາຊຽນປະຈຳປີ 2026 ທີ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 5-11 ພະຈິກ 2026, ຄະນະສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນໄດ້ເຄື່ອນໄຫວຢ້ຽມຢາມກຸ່ມບໍລິສັດອຸດສາຫະກຳເຈ້ຍຈຽ່ງນານຈຳກັດ ສປ ຈີນ.
ເຈຍຈຽງນານຈະຢດໝນແນວຄດເຕກໂນໂລຊ ແລະ ສຂຽວ - image 1
 

 

 

ທ່ານ ເວີຍໄຫໝິນ ຜູ້ອຳນວຍການໃຫຍ່ບໍລິສັດອຸດສາຫະກຳເຈ້ຍຈ່ຽງນານທຈຳກັດ ສປ ຈີນ ເມືອງເຫີງຊ້ຽນກວາງຊີ ໄດ້ລາຍງານວ່າ: ກຸ່ມບໍລິສັດ ອຸດສາຫະກຳເຈ້ຍຈ່ຽງນານ ຈຳກັດ ສປ ຈີນ ໄດ້ດຳເດີນການຜະລິດເຈ້ຍມາເປັນເວລາ 30 ປີ, ປັດຈຸບັນສາມາດຜະລິດເຈ້ຍເພື່ອຮັບໃຊ້ປີລະ 50,000 ໂຕນ, ບໍລິສັດດັ່ງກ່າວໄດ້ສ້າງຕັ້ງຂຶ້ນໃນປີ 1996 ດຳເນີນທຸລະກິດໃນຂົງເຂດເຈ້ຍເຊັດທີ່ໃຊ້ໃນຊີວິດປະຈຳວັນມາເປັນເວລາ 30 ປີໄດ້ຮັບການຍ້ອງຍໍວ່າເປັນຜູ້ນຳດ້ານການຜະລິດເຈ້ຍເຊັດຂອງຈີນ. ຜ່ານການພັດທະນາຢ່າງໝັ້ນທ່ຽງຫຼາຍສິບປີປັດຈຸບັນໄດ້ຂະຫຍາຍຕົວຂຶ້ນເປັນກຸ່ມບໍລິສັດທັນສະໄໝທີ່ມີການຄົ້ນຄວ້ານະວັດຕະກຳທາງວິທະຍາສາດເປັນຕົວຂັບເຄື່ອນ ແລະ ທັງມີການວາງແຜນທຸລະກິດຫຼາຍຮູບແບບ ຊຶ່ງມີສຳນັກງານໃຫຍ່ຕັ້ງຢູ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ກຸ່ມບໍລິສັດອຸດສາຫະກຳເຈ້ຍດັ່ງກ່າວໄດ້ວາງຖານການຜະລິດອັດສະລິຍະສອງແຫ່ງຢູ່ເຂດອຸດສາຫະກຳລິວຈິງນະຄອນໜານໜິງ, ຖານການຜະລິດແບບອັດຕະໂນມັດທີ່ກ້າວໜ້າທີ່ສຸດໃນຂະແໜງການລວມມີລະບົບຄວບຄຸມອັດຕະໂນມັດ DCS ແລະ ລະບົບຄວບຄຸມຄຸນນະພາບແບບອອນລາຍ QCS ຜ່ານການຮັບຮອງລະບົບມາດຕະຖານທີ່ຊົງອິດທິພົນເຊັ່ນ: FSC, ISO 9001 ແລະ ອື່ນໆ, ສ້າງລະບົບຄວບຄຸມຄຸນນະພາບທັງຂະບວນການເພື່ອເປັນການສ້າງຄວາມໝັ້ນຄົງ ແລະ ໜ້າເຊື່ອຖືຂອງຜະລິດຕະພັນ, ທຸລະກິດຫຼັກຂອງກຸ່ມບໍລິສັດກວມ 2 ປະເພດຫຼັກຄື: ຊຸດເຈ້ຍເຊັດ ແລະ ວັດສະດຸແກນກາງສຳລັບຜະລິດຕະພັນອະນາໄມ, ຜະລິດຕະພັນປະກອບມີເຈ້ຍເຊັດມື, ເຈ້ຍສຳລັບຫ້ອງຄົວ, ເຈ້ຍອະນາໄມ, ເຈ້ຍເຊັດໜ້າ ແລ ະເຈ້ຍມ້ວນໃຫຍ່ຊະນິດຕ່າງໆພ້ອມທັງແກນກາງດູດຊຶມທາດແຫຼວທີ່ບາງພິເສດເໜາະສຳລັບການແພດແລະອື່ນໆ.ສໍາລັບເຄືອຂ່າຍຕະຫຼາດຄວບຄຸມໃນທົ່ວປະເທດແລະຍັງສົ່ງອອກໄປເອີຣົບ, ອາເມຣິກາ, ອາຊີຕາເວັນອອກສ່ຽງໃຕ້, ຕາເວັນອອກກາງ ແລະ ປະເທດຕ່າງໆ, ຊຸດເຈ້ຍເຊັດເນື້ອກຸ້ຍຊຽນ ແລະ ຊວາງໂຊວ ພາຍໃຕ້ກຸ່ມບໍລິສັດໄດ້ຮັບລາງວັນຕ່າງໆໃນອຸດສາຫະກຳຫຼາຍຄັ້ງ.

ເຈຍຈຽງນານຈະຢດໝນແນວຄດເຕກໂນໂລຊ ແລະ ສຂຽວ - image 2
 

ສາມາດສ້າງມາດຕະຖານຄຸນນະພາບ ແລະ ເປັນແບບຢ່າງທາງດ້ານຊື່ສຽງອີງໃສ່ທ່າແຮງຂອງທຸລະກິດແລະ ຫຸ້ນທຸລະກິດຂອງກຸ່ມບໍລິສັດໄດ້ຂະຫຍາຍໄປສູ່ຂົງເຂດວັດສະດຸໃໝ່ເຕັກໂນໂລຊີການລົງທຶນ, ການບໍລິການທາງທຸລະກິດ, ສ້າງລະບົບນິເວດອຸດສາຫະກຳທີ່ສົມທົບກັນຢ່າງມີປະສິດທິພາບ ແລະ ເຕັມໄປດ້ວຍຊີວິດຊີວາ, ກຸ່ມບໍລິສັດຢຶດໝັ້ນການນຳພາດ້ວຍນະວັດຕະກຳມາໂດຍຕະຫຼອດຄົ້ນຄວ້າພັດທະນາເຕັກໂນໂລຊີການຜະລິດເຈ້ຍຈາກກາກອ້ອຍ (ເສດຂີ້ອ້ອຍ) ເພື່ອທົດແທນເຈ້ຍຈາກໄມ້ ແລະ ຕັ້ງໜ້າປະຕິບັດເສດຖະກິດໝູນວຽນ ແລະ ເສັ້ນທາງການພັດທະນາແບບສີຂຽວ ແລະ ກາກບອນຕໍ່າເປັນວິສາຫະກິດຜະລິດເຈ້ຍຈາກກາກອ້ອຍຊັ້ນນຳຂອງປະເທດໃນຂົງເຂດຜະລິດຕະພັນອະນາໄມ ແລະ ໄດ້ຄົ້ນຄວ້ານະວັດຕະກຳແກນກາງດູດຊຶມບາງພິເສດບຸກທະລຸເສັ້ນທາງເຕັກໂນໂລຊີແບບດັ້ງເດີມເປັນການເພີ່ມພະລັງຂັບເຄື່ອນໃໝ່ໃຫ້ການຍົກລະດັບຂອງອຸດສາຫະກຳ. ກຸ່ມບໍລິສັດໄດ້ຮ່ວມສ້າງເວທີຄົ້ນຄວ້າພັດທະນາກັບມະຫາໄລກວາງຊີ ແລະ ສະຖາບັນອື່ນໆຢ່າງເລິກເຊິ່ງ. ການປະສານງານລະຫວ່າງອຸດສາຫະກຳ, ການສຶກສາ, ການຄົ້ນຄວ້າຊ່ວຍເຫຼືອການສ້າງບຸກຄະລາກອນວິຊາຊີບ ແລະ ການຫັນຜົນງານທາງວິທະຍາສາດເປັນຈິງ. ສຳລັບອະນາຄົດກຸ່ມບໍລິສັດອຸດສາຫະກຳເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດນຳພາອະນາຄົດເຕັກໂນໂລຊີ ແລະ ສີຂຽວໃຊ້ນະວັດຕະກຳຂັບເຄື່ອນການຍົກລະດັບອຸດສາຫະກຳໃຊ້ການກະທຳປະຕິບັດຄຳໝັ້ນສັນຍາການພັດທະນາແບບຍືນຍົງຢືນຢູ່ແຖວໜ້າຂອງການພັດທະນາຂະແໜງການ, ລົງເລິກການຜະລິດອັດສະລິຍະສີຂຽວມຸ້ງໝັ້ນທີ່ຈະເປັນພະລັງນະວັດຕະກຳອຸດສາຫະກຳລະດັບໂລກທີ່ໄດ້ຮັບຄວາມນັບຖືປະກອບສ່ວນສະຕິປັນຍາຂອງຈ່ຽງນານເພື່ອສ້າງຊີວິດທີ່ສະອາດ, ສະຫຼາດ ແລະ ດີງາມກວ່າເກົ່າ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ພິທີປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງ ຂອງແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ6 ພະຈິກ ຜ່ານມາ, ທີ່ຫໍປະຊຸມໃຫຍ່ຫຼັກ4, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີຫົວໜ້າ, ຮອງຫົວໜ້າພະແນກກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງແລະ ຂະແໜງການຂັ້ນເມືອງເຂົ້າຮ່ວມ.
ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ເພີ່ມເຕີມ