![]() |
ທ່ານ ສຸດໃຈ ໄຊມົນຕີ ຫົວໜ້າຂະແໜງວິຊາການ ສູນພັດທະນາສີມືແຮງງານ ໄດ້ລາຍງານຜົນການຝຶກອົບຮົມວ່າ: ຜ່ານການຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ພ້ອມການປະເມີນຜົນຫຼັງການຝຶກ ພົບວ່າ ນັກສຳມະນາກອນທັງ 30 ຄົນ ສາມາດຮັບຮູ້ ແລະ ເຂົ້າໃຈເນື້ອໃນບົດຮຽນໄດ້ 95%, ຖືວ່າການຝຶກອົບຮົມບັນລຸຕາມຈຸດປະສົງທີ່ວາງໄວ້. ນັກສຳມະນາກອນ ມີຄວາມຮູ້ພື້ນຖານ ແລະ ທັກສະໃນການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ສາມາດນຳເອົາຄວາມຮູ້ທີ່ໄດ້ຮຽນໄປໝູນໃຊ້ເຂົ້າໃນຊີວິດປະຈຳວັນ ແລະ ຕໍ່ຍອດເປັນອາຊີບເສີມ ຫຼື ສ້າງກິດຈະການຂະໜາດນ້ອຍພາຍໃນຄອບຄົວ.
![]() |
ທ່ານ ສຸກສະເໝີ ແສນກັນຍາ ໄດ້ເນັ້ນໜັກວ່າ: ການຝຶກອົບຮົມ ຍົກລະດັບສີມືແຮງງານ ເປັນວຽກງານສຳຄັນໃນການພັດທະນາຄົນ ແລະ ສ້າງແຮງງານໃຫ້ມີຄວາມຮູ້, ມີທັກສະວິຊາຊີບ ສາມາດປະກອບອາຊີບ ແລະ ສ້າງລາຍຮັບໃຫ້ຕົນເອງ ແລະ ຄອບຄົວ. ພ້ອມນີ້, ຍັງໄດ້ຊຸກຍູ້ໃຫ້ນັກສຳມະນາກອນ ນຳເອົາຄວາມຮູ້ ແລະ ປະ ສົບການທີ່ໄດ້ຮຽນມາ ໄປຝຶກຝົນພັດທະນາສີມືໃຫ້ມີຄວາມຊຳນານຂຶ້ນ, ເລີ່ມຈາກການຜະລິດເພື່ອບໍລິໂພກພາຍໃນຄອບຄົວໄປສູ່ການຜະລິດເພື່ອຈຳໜ່າຍ ແລະ ສ້າງອາຊີບເສີມ. ນອກນັ້ນ, ຍັງໄດ້ແນະນຳໃຫ້ນັກສຳມະກອນເອົາ ໃຈໃສ່ຮັກສາຄຸນນະພາບຜະລິດຕະພັນ, ຄວາມສະອາດ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ, ພ້ອມທັງຮູ້ຈັກຄິດໄລ່ຕົ້ນທຶນ ແລະ ກຳນົດລາຄາຈຳໜ່າຍໃຫ້ເໝາະສົມ ເພື່ອພັດທະນາອາຊີບໃຫ້ມີປະສິດທິຜົນ.
![]() |
ໃນພິທີໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນທັງ 30 ຄົນ ໃຫ້ກຽດມອບຂອງທ່ານ ນາງ ສຸກອຳພອນ ໂພສະລາດ. ຂ່າວ: ມະນີວອນ



ຄໍາເຫັນ