ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ການຈັດງານບຸນໃນຄັ້ງນີ້, ເພື່ອຮ່ວມສືບສານປະເພນີອັນດີງາມທາງພຸດທະສາສະໜາ ພ້ອມສົມທົບທຶນກໍ່ສ້າງສິມຫຼັງໃໝ່, ກໍາແພງວັດສະຫຼີດອນໄຊ ແລະ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຄົບຮອບ 10 ປີ ແລະ ໃນປີນີ້ ເປັນປີທີ່ 4 ຂອງການຮ່ວມຈັດງານ ຊຶ່ງສະແດງເຖິງຄວາມຮ່ວມມືລະຫວ່າງບໍລິສັດ ໄຟຟ້າຫົງສາ ຈໍາກັດ ກັບອົງການປົກຄອງເມືອງ ແລະ ຊຸມຊົນ ໃນການປົກປັກຮັກສາວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງພຸດທະສາສະໜາ. ສໍາລັບຍອດເງິນ ທີ່ໄດ້ຮັບບໍລິຈາກໃນຄັ້ງນີ້ ມີຈໍານວນ 151,967,000 ກີບ ແລະ ເງິນບາດໄດ້ 183,690 ບາດ.
ຂ່າວ: ເມືອງເງິນ
ຄໍາເຫັນ