![]() |
ທ່ານ ນິນແສງໃສ ມະນີວົງ ຜູ້ສຳປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວ ຖ້ຳນ້ຳລອດ ໃຫ້ຮູ້ວ່າ: ຕົນເອງໄດ້ເຂົ້າມາຮັບສຳປະທານ ແລະ ບໍລິຫານຈັດການສະຖານທີ່ດັ່ງກ່າວເປັນປີທີ 2 ແລ້ວ ໂດຍມີຈຸດປະສົງເພື່ອຍົກລະດັບ ແລະ ພັດທະນາສະຖານທີ່ທ່ອງທ່ຽວແຫ່ງນີ້ ໃຫ້ເປັນຈຸດພັກຜ່ອນ ໜ້າທ່ຽວຊົມຍິ່ງຂຶ້ນ. ຜ່ານມາ, ຍັງມີພຽງແຕ່ປ້າຍເກົ່າໆ ແລະ ຍັງບໍ່ທັນໄດ້ຮັບການພັດທະນາ.
![]() |
ຖ້ຳນ້ຳລອດແຫ່ງນີ້ ມີຄວາມໂດດເດັ່ນທາງດ້ານປະຫວັດສາດ ເຄີຍເປັນຖານທີ່ໝັ້ນໃນການຕໍ່ສູ້ປົດປ່ອຍປະເທດຊາດ. ນອກຈາກນັ້ນ, ຍັງມີຈຸດເດັ່ນດ້ານສະພາບແວດລ້ອມທາງທຳມະຊາດທີ່ສົມບູນ, ມີອາກາດເຢັນສະບາຍ, ຕົ້ນໄມ້ ແລະ ແຫຼ່ງນ້ຳທຳມະຊາດ ຍັງຄົງຄວາມສົມບູນແບບດັ້ງເດີມ ໂດຍບໍ່ມີການປັບປຸງຕົບແຕ່ງຫຼາຍຈົນເສຍຮູບແບບທຳມະຊາດ, ພາຍໃນຖ້ໍາ ຍັງສາມາດຍ່າງຊົມຄວາມງາມ ໄລຍະທາງປະມານ 600 ຫາ 700 ແມັດ. ໃນສະພາບປົກກະຕິ, ຈຳນວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມແມ່ນມີປະມານ 100 ຄົນຕໍ່ມື້, ໃນໄລຍະບຸນປີໃໝ່ ຫຼື ລະດູຮ້ອນຈຳນວນນັກທ່ອງທ່ຽວພາຍໃນປະເທດ ເພີ່ມຂຶ້ນສູງເຖິງຫຼັກພັນຄົນ ແລະ ຫຼາຍພັນຄົນຕໍ່ມື້. ເພື່ອຮັບປະກັນຄວາມຍືນຍົງ, ທາງຜູ້ ສຳປະທານໄດ້ວາງມາດຕະການເຂັ້ມງວດ ໃນການອະນຸລັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ ເຊັ່ນ: ການກຳນົດເຂດຫວງຫ້າມ, ຫ້າມບໍ່ໃຫ້ປະຊາຊົນລ່າສັດນ້ຳ ແລະ ສັດປ່າທຸກປະເພດ, ພ້ອມທັງມີການປ່ອຍສັດນ້ຳ ແລະ ເພີ່ມຈຳນວນສັດປ່າເຂົ້າໃນເຂດດັ່ງກ່າວ ເພື່ອຟື້ນຟູຄວາມອຸດົມສົມບູນ. ພ້ອມດຽວກັນນັ້ນ, ຍັງໄດ້ສົ່ງເສີມປະຊາຊົນໃນເຂດອ້ອມຂ້າງ ໃຫ້ເຂົ້າມາຂາຍສິນຄ້າ ແລະ ຜະລິດຕະພັນຕ່າງໆ ໂດຍບໍ່ເສຍຄ່າເຊົ່າສະຖານທີ່ ເພື່ອສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງຊຸມຊົນ. ໃນອະນາຄົດ ຈະໄດ້ມີການພັດທະນາຈຸດຊົມທິວທັດ ແລະ ພັດທະນາທາງຍ່າງເຂົ້າຊົມຖໍ້າ ລວມທັງສິ່ງອຳນວຍຄວາມສະດວກຕ່າງໆ ເຊັ່ນ: ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ ເພື່ອໃຫ້ບໍລິການນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມ.
![]() |
ທ່ານ ນິນແສງໃສ ຍັງໄດ້ເຊີນຊວນບັນດາແຂກທັງພາຍໃນ ແລະ ຕ່າງປະເທດ ໃຫ້ມາທ່ຽວຊົມ ແລະ ຜ່ອນ ຄາຍກັບທຳມະຊາດທີ່ສວຍງາມ ແລະ ອາກາດເຢັນສະບາຍທີ່ຖ້ຳນ້ຳລອດ ບ້ານປ່າກ້ວຍດົງ ເມືອງໄຊບົວທອງ ແຂວງຄໍາມ່ວນ ຊຶ່ງເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ທີ່ພ້ອມຕ້ອນຮັບນັກທ່ອງທ່ຽວທຸກໆທ່ານ.
![]() |
ຂ່າວ: ກອງຄໍາ




ຄໍາເຫັນ