ຫາກເວົ້າຄວາມແຕກຕ່າງລະຫວ່າງເສັ້ນທາງໃນເມື່ອກ່ອນກັບປັດຈຸບັນແມ່ນມີຄວາມແຕກຕ່າງກັນຫຼາຍທີ່ສຸດ ກ່ອນນັ້ນ ນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວໃນເຂດມະຫານາທີສີທັນດອນ ໂດຍສະເພາະໃນລະດູຝົນ ຕ້ອງພົບກັບຄວາມຫຍຸ້ງຍາກກັບຖະໜົນດິນແດງ ທີ່ເປັນຂຸມ, ເປັນຄື້ນ, ມີຂີ້ຕົມອື່ນໆ. ການເດີນທາງພົບຄວາມລໍາບາກຫຼາຍ. ພາຍຫຼັງບ້ານໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ໃນການຊ່ວຍປັບປຸງເສັ້ນທາງ ຊຶ່ງມີໄລຍະ 20 ກວ່າກິໂລແມັດ ພ້ອມທັງໄດ້ປັບປຸງທ່າເຮືອໂດຍສານ, ເດີ່ນຈອດລົດ ແລະ ສະຖານທີ່ອໍານວຍຄວາມສະດວກອື່ນໆ ເຫັນວ່າມີຜົນຕອບຮັບເກີນຄາດ, ເຮັດໃຫ້ປະຊາຊົນ, ຜູ້ປະກອບການຮ້ານອາຫານ, ໂຮງແຮມ, ເຮືອນພັກ ແລະ ສະມາຄົມລົດນໍາທ່ຽວຊຸມຊົນຂອງປະຊາຊົນ; ຍົກລະດັບວຽກງານການບໍລິການເປັນຢ່າງດີ ປະຊາຊົນມີຄວາມດີໃຈທີ່ສຸດ ແລະ ໄດ້ພ້ອມກັນບົວລະບັດຮັກສາໂດຍການອະນາໄມຕາມເສັ້ນທາງດັ່ງກ່າວ ໃຫ້ມີຄວາມສະອາດສວຍງາມ ນໍາໃຊ້ຢ່າງຍືນຍົງ.
 |
| |
ທ່ານ ໜູໃໝ່ ບົວປະເສີດ ນາຍບ້ານຫາງຄອນ ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ຮູ້ວ່າ: ເມື່ອບ້ານຫາງຄອນໄດ້ມີເສັ້ນທາງຄອນກຣີດ ໄດ້ສ້າງຄວາມສະດວກສະບາຍໃຫ້ປະຊາຊົນພາຍໃນເຂດບ້ານນາກະສັງ, ດອນເດດ-ດອນຄອນ ຫຼາຍທີ່ສຸດ; ບ້ານຫາງຄອນມີຊາຍແດນຕິດກັບປະເທດກໍາປູເຈຍ, ມີພົນລະເມືອງ 247 ຄົນ ຍິງ 123 ຄົນ; 65 ຫຼັງຄາເຮືອນ ມີເນື້ອທີ່ 363 ກິໂລຕາແມັດ. ປະຊາຊົນສ່ວນໃຫຍ່ມີອາຊີບປູກຝັງເປັນຕົ້ນຕໍ. ອາຊີບຫາປາເປັນສໍາຮອງ ຖ້າເປັນສະໄໝກ່ອນ ອາຊີບຫາປາເປັນອັນດັບໜຶ່ງ ຍ້ອນສະພາບທາງດ້ານສິ່ງແວດລ້ອມມີການປ່ຽນແປງ ເຮັດໃຫ້ມີຈໍານວນປາຫຼຸດລົງ; ບ້ານຫາງຄອນມີແຫຼ່ງທ່ອງທ່ຽວທາງປະຫວັດສາດ ຊຶ່ງເປັນຈຸດຮ່ອງຮອຍສະໄໝຝຣັ່ງທີ່ມາສ້າງໄວ້ໃນເມື່ອກ່ອນນັ້ນ ເປັນຕົ້ນ: ເຮືອນສໍາລັບໃສ່ໂຮງຈັກປັ່ນສິນຄ້າຂຶ້ນຈາກແຄມຝັ່ງ, ທ່າຜູກເຮືອກໍາປັ່ນໃຫຍ່; ຫົວລົດໄຟເກົ່າ ແລະ ດ້ານທໍາມະຊາດ ກໍແມ່ນການຊົມປາຂ່າ (ເຖິງວ່າຈະສູນຫາຍໄປແລ້ວ). ສະພາບໃນການເດີນທາງມາແຫຼ່ງທ່ອງທ່ຽວມີຄວາມສະດວກສະບາຍກວ່າແຕ່ກ່ອນຫຼາຍເທົ່າ. ຖ້າມີນັກທ່ອງທ່ຽວເຂົ້າມາທ່ຽວດອນເດດ-ດອນຄອນ ແນ່ນອນຕ້ອງໄດ້ມາຢ້ຽມຢາມບ້ານຫາງຄອນທຸກຄົນ ເພາະຈະໄດ້ສໍາພັດຮ່ອງຮອຍອັນເກົ່າແກ່ດ້ານປະຫວັດສາດ ຊຶ່ງຈຸດເດັ່ນທີ່ພາໃຫ້ມີນັກທ່ອງທ່ຽວໄດ້ເຂົ້າມາທ່ຽວຊົມບ້ານຫາງຄອນຫຼາຍ ແມ່ນເພື່ອມາເບິ່ງຫົວລົດໄຟເກົ່າ, ສາງນໍ້າມັນ, ບ່ອນຮັບສິນຄ້າທີ່ດຶງຂຶ້ນຈາກຕາຝັ່ງ ທີ່ໄດ້ຖືກສ້າງໄວ້ໃນເມື່ອກ່ອນ ຕາມການບອກເລົ່າຂອງພໍ່ເຖົ້າ ຊຶ່ງເພິ່ນໄດ້ເສຍຊີວິດຕອນອາຍຸໄດ້ 90 ກວ່າປີ ເພິ່ນເລົ່າໃຫ້ຟັງ ແລະ ເພິ່ນກໍແມ່ນໂຊເຟີຂັບເຮືອກໍາປັ່ນໃຫຍ່ ຊຶ່ງເຮືອທີ່ເພິ່ນຂັບມີຊື່ວ່າ: ອີ່ສີມອນ ຊຶ່ງແລ່ນໂດຍສານແຕ່ບ້ານຫາງຄອນ ໄປຫາ ສສ ຫວຽດນາມ ໃນສະໄໝນັ້ນ. ພາຍຫຼັງໄດ້ມີເສັ້ນທາງຄອນກຣີດເຂົ້າມາບ້ານ ບ້ານກໍໄດ້ລະດົມປະຊາຊົນຊ່ວຍກັນເອົາໃຈໃສ່ບົວລະບັດຮັກສາເສັ້ນທາງແຫ່ງນີ້ ໂດຍໄດ້ອອກແຮງງານຕາມແຄມທາງ ແລະ ບໍລິເວນໃກ້ຄຽງຢ່າງເອົາໃຈໃສ່ ເພື່ອເຮັດໃຫ້ແຂກທີ່ເຂົ້າມາທ່ອງທ່ຽວມີຄວາມປະທັບໃຈ ນອກຈາກຮ່ອງຮອຍທາງດ້ານປະຫວັດສາດແລ້ວ ກໍຍັງເຫັນໄດ້ຄວາມສະອາດຈົບງາມອີກດ້ວຍ.
 |
| |
ອະນາຄົດ ຂ້າພະເຈົ້າສະເໜີຂໍຂົວຂ້າມນໍ້າຂອງໜຶ່ງແຫ່ງ ເພາະເວົ້າເຖິງການທ່ອງທ່ຽວ ແມ່ນຂົວດັ່ງກ່າວ ຈະເປັນວົງຈອນຂອງການທ່ຽວຊົມທໍາມະຊາດ ເມື່ອຂ້າມນໍ້າຂອງໄປແລ້ວຈະແນມເຫັນດອນຄອນຢວກ ຊຶ່ງຂຶ້ນກັບບ້ານຫາງຄອນ ມີຈຸດເດັ່ນທີ່ສໍາຄັນ ຂ້າມໄປແລ້ວຈະສາມາດເບິ່ງເຫັນເຂື່ອນໄຟຟ້າ, ຫາດຊາຍຂາວທໍາມະຊາດທີ່ສວຍງາມຫຼາຍ ແລະ ຫາເບິ່ງໄດ້ຍາກ ຖ້າມີຂົວຂ້າມ ຄາດວ່າຈະມີນັກທ່ອງທ່ຽວ ແລະ ທັງເປັນການຂະຫຍາຍແຫຼ່ງທ່ອງທ່ຽວຕື່ມ ເພາະຈະເຊື່ອມຈອດໄປຫາດອນຊະໂຮງ ທີ່ມີເຂື່ອນໄຟຟ້າ. ດອນຊະໂຮງກໍຈະເກີດມີລາຍຮັບ ໂດຍການພານັກທ່ອງທ່ຽວໄປຊົມ ໂຕລີງໃນດອນຊ້າງເຜືອກ ຊຶ່ງມີປ່າໃຫຍ່ໃນແຫ່ງນັ້ນຕື່ມອີກ.
ໂດຍ: ຍຸພິນທອງ
ຄໍາເຫັນ