![]() |
ຕົກມາໄລຍະທີ່ມີໂຄງ ການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວໃນ ອະນຸພາກພື້ນແມ່ ນໍ້າຂອງໄລຍະ 2 (The Second Greater Mekong Subregion Tourism Infratructure for Inclusive Growth Project) ໂດຍໄດ້ຮັບການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ເຂົ້າມາຊ່ວຍປັບປຸງເສັ້ນ ທາງ ຈາກທາງດິນແດງ ມາເປັນ ທາງຄອນກຣີດ ບ້ານດອນເດດ- ດອນຄອນ ເຮັດໃຫ້ມີຄວາມສະ ດວກສະບາຍ ໃນການໃຫ້ບໍລິ ການວຽກງານນໍາທ່ຽວໃຫ້ມີ ບາດກ້າວທີ່ດີຂຶ້ນຫຼາຍເທົ່າ. ຫຼັງຈາກເສັ້ນທາງສໍາເລັດ ທາງ ສະມາຄົມກໍໄດ້ປຸກລະດົມປະຊາຊົນພາຍໃນບ້ານໃຫ້ມີສ່ວນຮ່ວມໃນການປົກປັກຮັກສາເສັ້ນທາງ ດັ່ງກ່າວ ເພື່ອເຮັດ ແນວໃດໃຫ້ມີຄວາມສະອາດຈົບງາມ ໂດຍການຊ່ວຍກັນເກັບມ້ຽນຂີ້ເຫຍື້ອຕາມແຄມທາງ ປັດກວດລະ ຫວ່າງບ້ານ ຕໍ່ບ້ານ. ສໍາລັບປະຊາຊົນໃນຊຸມຊົນ ແມ່ນ ເປັນເລື່ອງທີ່ບໍ່ຄາດຄິດມາກ່ອນ ວ່າຈະໄດ້ເຫັນເສັ້ນທາງຄອນ ກຣີດໃນຊຸມ ຊົນພວກເຮົາ.
![]() |
ທ່ານ ໂຢ ບຸດຕິວົງ ໃຫ້ຮູ້ອີກ ວ່າ: ປັດຈຸບັນ ສະມາຄົມມີລົດ ນໍາທ່ຽວທັງໝົດ 28 ຄັນ ໃນນັ້ນ ມີລົດນໍາໃຊ້ນໍ້າມັນ 18 ຄັນ ແລະ ລົດໄຟຟ້າ 10 ຄັນ ຊຶ່ງເປັນລົດ ຂອງປະຊາຊົນເຂົ້າມາຮ່ວມກັບ ສະມາຄົມ ໂດຍການໜູນວຽນ ກັນອອກໃຫ້ບໍລິການ ຊຶ່ງໄລຍະນີ້ ແມ່ນຈະມີລົດອອກໃຫ້ບໍລິການ 7 ຫາ 8 ຄັນຕໍ່ວັນ; ຖ້າມີແຂກ ຫຼາຍກໍໃຊ້ລົດນໍາທ່ຽວເຖິງ 10 ກວ່າຄັນໃນໄລຍະຜ່ານມາ. ສໍາລັບລາຄາ ສະມາຄົມໄດ້ປະຕິ ບັດຕາມທາງຂັ້ນເທິງວາງອອກ ລົດບໍລິການແມ່ນລູກຄ້າສາມາດ ເລືອກໄດ້ຕາມຕ້ອງການ ຖ້າລູກ ຄ້າ 10 ຄົນລົງມາ ສ່ວນຫຼາຍ ແມ່ນໃຊ້ລົດໄຟຟ້າ ທ່ຽວຊົມສະ ເພາະດອນເດດ-ດອນຄອນ ແບບເໝົາ ລາຄາ 330,000 ກີບ ຕໍ່ວັນ; ຖ້າຫາກວ່າຫຼາຍກວ່າ 10 ຄົນຂຶ້ນໄປ ແລະ ນັກທ່ອງທ່ຽວ ຕ້ອງການໄປຮອດແຫຼ່ງທ່ອງ ທ່ຽວບ້ານຫາງຄອນ ຈຸດຊາຍ ແດນປາຂ່າ, ຄອນປາສ້ອຍ, ຫຼີ່ຜີ ອ້ອມບ້ານດອນເດດ-ດອນຄອນ ລາຄາແມ່ນ 550,000ກີບ ຕໍ່ວັນ.
![]() |
ໂຄງການພັດທະນາໂຄງລ່າງພື້ນ ຖານການທ່ອງທ່ຽວ ເຮັດໃຫ້ຊີ ວິດການເປັນຢູ່ຂອງປະຊາຊົນໃນຊຸມຊົນ ມີບາດກ້າວປ່ຽນແປງ ຫຼາຍທີ່ສຸດ ສະແດງຄວາມ ຂອບໃຈມາຍັງພັກ-ລັດຜູ້ໃຫ້ທຶນສະໜັບສະໜູນ ກໍຄືທະນາຄານ ພັດທະນາອາຊີ ມອບສິ່ງທີ່ພິເສດ ທີ່ສຸດ ໃຫ້ຊຸມຊົນດອນເດດ- ດອນຄອນ ເຮັດໃຫ້ປະຊາຊົນມີ ກໍາລັງໃຈໃນການປະກອບອາຊີບຂອງຕົນໃຫ້ດີຂຶ້ນ ເປັນຕົ້ນ ທາງ ສະມາຄົມໄດ້ປັບປຸງລົດໃຫ້ມີສະພາບທີ່ກຽມພ້ອມຕະຫຼອດ, ປະ ດັບລົດໃຫ້ມີສີສັນທີ່ໂດດເດັ່ນ ສວຍງາມ ແລະ ໄດ້ແນະນໍາພະ ນັກງານທີ່ໃຫ້ບໍລິການ ໃຫ້ບໍລິ ການດ້ວຍຄວາມສຸພາບ, ຍີ້ມ ແຍ້ມແຈ່ມໃສ ບໍລິການດ້ວຍ ຄວາມໃສ່ໃຈ ເຮັດໃຫ້ແຂກທີ່ ມາທ່ຽວ ບໍ່ວ່າຈະເປັນນັກທ່ອງ ທ່ຽວພາຍໃນ ແລະ ຕ່າງປະເທດ ມີຄວາມປະທັບໃຈ ມາແລ້ວ ຢາກກັບມາທ່ຽວອີກ.
![]() |




ຄໍາເຫັນ