ການນຳເມືອງປະທຸມພອນ ສຳຫຼວດຫ້ວຍໂຕະໂໝະ ຊຸກຍູ້ໃຫ້ເປັນແຫຼ່ງທ່ອງທ່ຽວ

ການນຳເມືອງປະທຸມພອນ ສຳຫຼວດຫ້ວຍໂຕະໂໝະ ຊຸກຍູ້ໃຫ້ເປັນແຫຼ່ງທ່ອງທ່ຽວ

ການນຳເມືອງປະທຸມພອນ ສຳຫຼວດຫ້ວຍໂຕະໂໝະ ຊຸກຍູ້ໃຫ້ເປັນແຫຼ່ງທ່ອງທ່ຽວ
ໃນວັນທີ 20 ມິຖຸນານີ້, ທ່ານ ກິ່ງແກ້ວ ນະວະພົມ ປະທານຄະນະກຳມະການປົກຄອງເມືອງປະທຸມພອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການປົກຄອງບ້ານຄອນນ້ອຍ ໄດ້ຮ່ວມກັບຜູ້ຈັດການສວນນ້ຳທິດາເພັດ ຈັດກິດຈະກຳລ່ອງເຮືອສຳຫຼວດຕາມສາຍນ້ຳຫ້ວຍໂຕະໂໝະ ບ້ານຫຼັກສີ່ສິບ ເມືອງປະທຸມພອນ ແຂວງຈຳປາສັກ ເພື່ອສຶກສາ ແລະ ປະເມີນຄວາມເປັນໄປໄດ້ ໃນການພັດທະນາແຫຼ່ງທ່ອງທ່ຽວໃນຮູບແບບພະຈົນໄພ ແລະ ທ່ອງທ່ຽວທາງທຳມະຊາດຂອງເມືອງ.
ການນຳເມອງປະທມພອນ ສຳຫວດຫວຍໂຕະໂໝະ ຊກຍໃຫເປນແຫງທອງທຽວ - image 1
 

ການສຳຫຼວດໃນຄັ້ງນີ້, ເພື່ອສຶກສາສັກກະຍະພາບຂອງສາຍນ້ຳຫ້ວຍໂຕະໂໝະ ທັງໃນດ້ານທັດສະນີຍະພາບ, ຄວາມປອດໄພໃນການລ່ອງເຮືອ, ຈຸດເດັ່ນທາງທຳມະຊາດ ແລະ ຄວາມເໝາະສົມໃນການຈັດກິດຈະກຳທ່ອງທ່ຽວທາງນ້ຳ ລະຫວ່າງພາກລັດ ແລະ ພາກເອກະຊົນ ໂດຍມີສວນນ້ຳທິດາເພັດເປັນຈຸດເລີ່ມຕົ້ນໃນການຊຸກຍູ້ ແລະ ຕໍ່ຍອດທ່າແຮງດ້ານການທ່ອງທ່ຽວຂອງທ້ອງຖິ່ນ ໃຫ້ເກີດມູນຄ່າທາງເສດຖະກິດ ແລະ ສັງຄົມສູງສຸດ.

ທ່ານ ກິ່ງແກ້ວ ນະວະພົມ ກ່າວວ່າ: ເມືອງປະທຸມພອນມີທ່າແຮງດ້ານການທ່ອງທ່ຽວຫຼາຍດ້ານ ໂດຍສະເພາະແຫຼ່ງທ່ອງທ່ຽວທາງທຳມະຊາດ ທີ່ຍັງຄົງຄວາມອຸດົມສົມບູນ. ສາຍນ້ຳຫ້ວຍໂຕະໂໝະ ຖືເປັນໜຶ່ງໃນຈຸດສຳຄັນທີ່ມີທິວທັດງົດງາມ, ມີບັນຍາກາດສະຫງົບຮົ່ມເຢັນ ແລະ ມີສັກກະຍະພາບສູງໃນການພັດທະນາເປັນເສັ້ນທາງລ່ອງເຮືອທ່ອງທ່ຽວ ທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ໃນອະນາຄົດ.

ການລົງສຳຫຼວດຄັ້ງນີ້, ເພື່ອເປັນການເກັບກຳຂໍ້ມູນພື້ນຖານທີ່ສຳຄັນ ນຳໄປສູ່ການວາງແຜນພັດທະນາແຫຼ່ງທ່ອງທ່ຽວໃນໄລຍະຕໍ່ໜ້າ. ໂດຍມຸ່ງສ້າງໃຫ້ເມືອງປະທຸມພອນກາຍເປັນ “ເມືອງແວ່ ແລະ ເມືອງທ່ອງທ່ຽວທຳມະຊາດ” ທີ່ມີກິດຈະກຳຫຼາກຫຼາຍ ສອດຄ່ອງກັບສະພາບຕົວຈິງຂອງພື້ນທີ່. ທັງນີ້, ການພັດທະນາຈະດຳເນີນໄປຄວບຄູ່ກັບການອະນຸລັກສິ່ງແວດລ້ອມ, ການຮັກສາລະບົບນິເວດທາງທຳມະຊາດ ແລະ ການຄົງໄວ້ຊຶ່ງຮ່ອງ ຮອຍດ້ານວັດທະນະທຳ-ປະຫວັດສາດຂອງທ້ອງຖິ່ນຢ່າງຍືນຍົງ. ການລ່ອງເຮືອສຳຫຼວດໃນຄັ້ງນີ້, ໄດ້ເລີ່ມຕົ້ນຈາກທ່າສວນນ້ຳທິດາເພັດ ໄປຈົນຮອດປາກຫ້ວຍໂຕະໂໝະ ທີ່ໄຫຼອອກສູ່ແມ່ນ້ຳຂອງບ້ານໂຕະໂໝະທ່າໄລຍະທາງ 7 ກວ່າກິໂລແມັດ. ຕະຫຼອດເສັ້ນທາງ ແມ່ນໄດ້ແວ່ສຳຫຼວດຫຼາຍຈຸດທີ່ມີຄຸນຄ່າທັງດ້ານທຳມະຊາດ ແລະ ດ້ານປະຫວັດສາດ ເຊັ່ນ: ຈຸດຫີນສິ່ວທີ່ມີການເລົ່າຂານວ່າໃນອະດີດເຄີຍຖືກນຳໄປໃຊ້ໃນການກໍ່ສ້າງວັດພູຈຳປາສັກ ແລະ “ຂັ້ນໄດມ້າ” ຊຶ່ງເປັນຂັ້ນໄດຫີນບູຮານ ທີ່ເຊື່ອມຈາກວັດພູອາສາລົງສູ່ທ່ານ້ຳ. ຈຸດເດັ່ນເຫຼົ່ານີ້, ບໍ່ພຽງແຕ່ເພີ່ມມູນຄ່າໃຫ້ເສັ້ນທາງທ່ອງທ່ຽວທາງນ້ຳເທົ່ານັ້ນ ແຕ່ຍັງເປັນຫຼັກຖານສຳຄັນ ທີ່ສະທ້ອນໃຫ້ເຫັນເຖິງປະຫວັດ ສາດ ແລະ ຮາກຖານວັດທະນະທຳຂອງພື້ນທີ່. ການລົງພື້ນທີ່ໃນຄັ້ງນີ້, ບໍ່ພຽງແຕ່ການສຳຫຼວດເສັ້ນທາງລ່ອງເຮືອທ່ອງທ່ຽວເທົ່ານັ້ນ ແຕ່ຍັງເປັນການວາງຮາກຖານໃໝ່ ໃນການປ່ຽນທຶນທາງທຳມະຊາດ ແລະ ທຶນທາງວັດທະນະທຳ ໃຫ້ກາຍເປັນສິນຄ້າການທ່ອງທ່ຽວຄຸນນະພາບ ທີ່ສາມາດສ້າງລາຍໄດ້ໃຫ້ປະຊາຊົນ, ກະຕຸ້ນເສດຖະກິດທ້ອງຖິ່ນ ແລະ ສ້າງພາບລັກໃໝ່ໃຫ້ເມືອງປະທຸມພອນ ໃນຖານະເປັນປາຍທາງທ່ອງທ່ຽວອີກແຫ່ງໜຶ່ງຂອງແຂວງຈຳປາສັກ. ຂ່າວ-ພາບ: ສີສົມບູນ ວົງວຽງຄຳ

ຄໍາເຫັນ

ຂ່າວທ່ອງທ່ຽວ

ຍົກລະດັບນໍ້າຕົກຕາດແກ້ງຍຸຍເມືອງວັງວຽງເປັນຈຸດໝາຍປາຍທາງການທ່ອງທ່ຽວ

ຍົກລະດັບນໍ້າຕົກຕາດແກ້ງຍຸຍເມືອງວັງວຽງເປັນຈຸດໝາຍປາຍທາງການທ່ອງທ່ຽວ

ພິທີເຊັນສັນຍາການບໍລິການແລະບໍລິຫານຄຸ້ມຄອງໂຄງລ່າງພື້ນຖານສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວຢູ່ “ສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ” ໄດ້ຈັດຂຶ້ນໃນວັນທີ 11 ພະຈິກນີ້, ທີ່ເມືອງວັງວຽງແຂວງວຽງຈັນໃຫ້ກຽດເປັນປະທານຮ່ວມຂອງທ່ານນາງດາລານີພົມມະວົງສາຮອງລັດຖະມົນຕີກະຊວງວັດທະນະທໍາແລະການທ່ອງທ່ຽວ (ວທ), ມີທ່ານນາງJingmin Huang ຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈຳສປປລາວ (ຜູ້ໃໝ່) ແລະທ່ານສຸວຽງທອງວົງຈຳປາປະທານຄະນະກຳມະການປົກຄອງເມືອງວັງວຽງ. ຮ່ວມລົງນາມຂອງທ່ານອັດສະຍາໃສມະນີວັນຫົວໜ້າຫ້ອງການວທ ເມືອງວັງວຽງແລະທ່ານບຸນພັນວົງສຳພັນຜູ້ອຳນວຍການບໍລິສັດທ່ອງທ່ຽວວັນເດີຟູນລາວຈຳກັດ.
ທະນາຄານພັດທະນາອາຊີ ສະໜັບສະໜູນວຽກງານທ່ອງທ່ຽວແຂວງຈຳປາສັກໄດ້ຮັບການພັດທະນາ

ທະນາຄານພັດທະນາອາຊີ ສະໜັບສະໜູນວຽກງານທ່ອງທ່ຽວແຂວງຈຳປາສັກໄດ້ຮັບການພັດທະນາ

ໂຄງການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (The Second Greater Mekong Subregion Tourism Infratructure for Inclusive Growth Project) ໂດຍໄດ້ຮັບການສະໜັບສະໜູນທຶນຈາກທະນາຄານພັດທະນາອາຊີ (ADB) ເຮັດໃຫ້ເຂດທ່ອງທ່ຽວປະຫວັດສາດມະຫານາທີສີທັນດອນ ບ້ານດອນເດດ-ດອນຄອນ ຈາກຖະໜົນດິນແດງ ລໍາບາກໃນການໄປມາຂອງປະຊາຊົນ ແລະ ແຂກທີ່ມາທ່ອງທ່ຽວ, ປັດຈຸບັນ ມີຖະໜົນຄອນກຣີດທີ່ສະດວກສະບາຍຫຼາຍຂຶ້ນກ່ວາເກົ່າ.
ຖ້ໍານໍ້າລອດ ພ້ອມຕ້ອນຮັບທຸກໆທ່ານ ມາສໍາຜັດກັບຄວາມງົດງາມທາງທຳມະຊາດ

ຖ້ໍານໍ້າລອດ ພ້ອມຕ້ອນຮັບທຸກໆທ່ານ ມາສໍາຜັດກັບຄວາມງົດງາມທາງທຳມະຊາດ

ຖ້ຳນ້ຳລອດ ຊຶ່ງເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ມີຄວາມສຳຄັນທາງປະຫວັດສາດ ໃນການເປັນຖານທີ່ໝັ້ນປົກປ້ອງຊາດໃນອາດີດ ຕັ້ງຢູ່ບ້ານປ່າກ້ວຍດົງ ເມືອງໄຊບົວທອງ ແຂວງຄໍາມ່ວນ, ປັດຈຸບັນກໍາລັງຢູ່ໃນໄລຍະເລີ່ມຕົ້ນການພັດທະນາ ແລະ ປັບປຸງສະຖານທີ່ ເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາສໍາຜັດກັບຄວາມງົດງາມທາງທຳມະຊາດແບບດັ້ງເດີມ.
ນາກະສັງ, ດອນເດດ-ດອນຄອນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ນາກະສັງ, ດອນເດດ-ດອນຄອນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ຫາກເວົ້າຄວາມແຕກຕ່າງລະຫວ່າງເສັ້ນທາງໃນເມື່ອກ່ອນກັບປັດຈຸບັນແມ່ນມີຄວາມແຕກຕ່າງກັນຫຼາຍທີ່ສຸດ ກ່ອນນັ້ນ ນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວໃນເຂດມະຫານາທີສີທັນດອນ ໂດຍສະເພາະໃນລະດູຝົນ ຕ້ອງພົບກັບຄວາມຫຍຸ້ງຍາກກັບຖະໜົນດິນແດງ ທີ່ເປັນຂຸມ, ເປັນຄື້ນ, ມີຂີ້ຕົມອື່ນໆ. ການເດີນທາງພົບຄວາມລໍາບາກຫຼາຍ. ພາຍຫຼັງບ້ານໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ໃນການຊ່ວຍປັບປຸງເສັ້ນທາງ ຊຶ່ງມີໄລຍະ 20 ກວ່າກິໂລແມັດ ພ້ອມທັງໄດ້ປັບປຸງທ່າເຮືອໂດຍສານ, ເດີ່ນຈອດລົດ ແລະ ສະຖານທີ່ອໍານວຍຄວາມສະດວກອື່ນໆ ເຫັນວ່າມີຜົນຕອບຮັບເກີນຄາດ, ເຮັດໃຫ້ປະຊາຊົນ, ຜູ້ປະກອບການຮ້ານອາຫານ, ໂຮງແຮມ, ເຮືອນພັກ ແລະ ສະມາຄົມລົດນໍາທ່ຽວຊຸມຊົນຂອງປະຊາຊົນ; ຍົກລະດັບວຽກງານການບໍລິການເປັນຢ່າງດີ ປະຊາຊົນມີຄວາມດີໃຈທີ່ສຸດ ແລະ ໄດ້ພ້ອມກັນບົວລະບັດຮັກສາໂດຍການອະນາໄມຕາມເສັ້ນທາງດັ່ງກ່າວ ໃຫ້ມີຄວາມສະອາດສວຍງາມ ນໍາໃຊ້ຢ່າງຍືນຍົງ.
ມອບ-ຮັບ ໂຄງການຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກ  ສົ່ງເສີມການທ່ອງທ່ຽວ

ມອບ-ຮັບ ໂຄງການຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກ ສົ່ງເສີມການທ່ອງທ່ຽວ

ວັນທີ 3 ພະຈິກຜ່ານມາ, ແຂວງຄໍາມ່ວນ ຈັດພິທີມອບ-ຮັບຊົ່ວຄາວ ໂຄງການປັບປຸງຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກຕົວເມືອງ ພາຍໃຕ້ໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນ້ຳຂອງ 4 (GMS4) ທີ່ສູນຂໍ້ມູນຂ່າວສານການທ່ອງທ່ຽວໂອດັອບ ໂດຍມີທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມເຄຫາ ແລະ ຜັງ ເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ, ການນໍາເມືອງທ່າແຂກ ແລະ ແຂກຖຶກເຊີນເຂົ້າຮ່ວມ.
8 ເດືອນ ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນ 3 ລ້ານກວ່າຄົນ

8 ເດືອນ ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນ 3 ລ້ານກວ່າຄົນ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບທະນາຄານໂລກປະຈຳລາວ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ວິເຄາະສະພາບການທ່ອງທ່ຽວຂອງລາວ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ແລະ ສ້າງວຽກເຮັດງານທຳແບບຍືນຍົງ ຈັດຂຶ້ນໃນວັນທີ 3 ພະຈິກນີ້ ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ, ໂດຍເປັນປະທານຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວທ ແລະ ທ່ານ ຄວິມາ ເອັນທາຣາ ຫົວໜ້າຫ້ອງການທະນາຄານໂລກປະຈຳລາວ, ມີຫົວໜ້າກົມ-ຮອງກົມທີ່ກ່ຽວຂ້ອງ, ບັນດາແຂວງທົ່ວປະເທດເຂົ້າຮ່ວມກັບທີ່ ແລະ ທາງອອນລາຍ.
ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ສ້າງວຽກເຮັດໃຫ້ຊາວໜຸ່ມບ້ານດອນເດດ-ດອນຄອນ ເພີ່ມຂຶ້ນ

ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ສ້າງວຽກເຮັດໃຫ້ຊາວໜຸ່ມບ້ານດອນເດດ-ດອນຄອນ ເພີ່ມຂຶ້ນ

ບ້ານນາກະສັງ ດອນເດດ-ດອນຄອນ ຫຼືເອີ້ນວ່າ ເຂດມະຫານາທີສີທັນດອນ ເມືອງໂຂງ ແຂວງຈໍາປາສັກ ພາຍຫຼັງທີ່ໄດ້ນໍາໃຊ້ເສັ້ນທາງຄອນກຣີດ ໂດຍໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ເຫັນວ່າ: ໄດ້ຮັບການພັດທະນາຄັ້ງໃຫຍ່ ຫຼັງຈາກໄດ້ຮັບການຊ່ວຍເຫຼືອຈາກໂຄງການດັ່ງກ່າວ ເຮັດໃຫ້ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຫຼາຍຂຶ້ນ ປະຊາຊົນມີຄວາມສະດວກສະບາຍໃນການປະກອບອາຊີບ, ການຂີ່ລົດຖີບອ້ອມຮອບເຂດດອນເດດ-ດອນຄອນ ແມ່ນງ່າຍ ແລະ ປອດໄພກວ່າແຕ່ກ່ອນຫຼາຍ ຊຶ່ງໄດ້ກາຍເປັນໃບໜ້າໃໝ່ທີ່ໂດດເດັ່ນຂອງບ້ານ ແລະ ເປັນຈຸດດຶງດູດເອົາແຂກຢາກມາທ່ຽວ ເຂດມະຫານາທີສີທັນດອນ ເພີ່ມຂຶ້ນ.
ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ກຽມເປີດຮັບນັກທ່ອງທ່ຽວຕົ້ນປີ 2027

ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ກຽມເປີດຮັບນັກທ່ອງທ່ຽວຕົ້ນປີ 2027

ແຂວງອັດຕະປື ມີທ່າແຮງດ້ານການທ່ອງທ່ຽວທາງທຳມະຊາດ ດ້ວຍຄວາມອຸດົມສົມບູນຂອງປ່າໄມ້, ສາຍນ້ຳ ແລະ ອາກາດທີ່ສົດຊື່ນ. ປັດຈຸບັນ ສວນສຸກອາພອນ ແຄມປິ້ງ ຕັ້ງຢູ່ບໍລິເວນຫ້ວຍສະໝອງ ເມືອງສະໜາມໄຊ ກຳລັງກະກຽມປັບປຸງ ແລະ ພັດທະນາສະຖານທີ່ ເພື່ອເປີດໃຫ້ບໍລິການປະຊາຊົນ ແລະ ນັກທ່ອງທ່ຽວໃນຕົ້ນປີ 2027.
ADB ປະກອບສ່ວນພັດທະນາສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນຄອນ

ADB ປະກອບສ່ວນພັດທະນາສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນຄອນ

ທ່ານ ໂຢ ບຸດຕິວົງ ຫົວ ໜ້າສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນ ຄອນ ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສື ພິມປະຊາຊົນ ວ່າ: ໃນນາມຕາງໜ້າໃຫ້ຊຸມຊົນ ເຫັນດີວ່າການບໍລິການ ການທ່ອງທ່ຽວຂອງ ບ້ານດອນເດດ ຊຶ່ງໄດ້ເລີ່ມເປີດ ບໍລິການມາໄດ້ 10 ກວ່າປີ ເຫັນໄດ້ວ່າການນໍາທ່ຽວມີບາດ ກ້າວ ທີ່ແຂງແຮງຂຶ້ນ ພາຍຫຼັງໄດ້ ມີເສັ້ນທາງຄອນກຣີດ ຊຶ່ງຕ່າງ ຈາກເມື່ອກ່ອນຫຼາຍ. ເສັ້ນທາງ ໃນຕອນນັ້ນ ເປັນທາງດິນ ແດງ ເປັນຂຸມ ເປັນຄື້ນ ລໍາບາກໃນ ການສັນຈອນ ເຮັດໃຫ້ນັກທ່ອງ ທ່ຽວ ທີ່ເປັນຊາວຕ່າງປະເທດ ສ່ວນຫຼາຍທີ່ນິຍົມ ຂີ່ລົດຖີບທ່ຽວຊົມ ຫຼືລົດນ້ອຍອື່ນໆກໍພົບ ຄວາມລໍາບາກຫຼາຍ ໂດຍສະ ເພາະແມ່ນໃນລະດູຝົນ.
ສວນບໍລະເວນ ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ

ສວນບໍລະເວນ ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ

ການທ່ອງທ່ຽວຖືເປັນເສົາຄ້ຳເສດຖະກິດທີ່ສຳຄັນໃນການສ້າງລາຍຮັບ, ແລກປ່ຽນເງິນຕາຕ່າງປະເທດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ການທ່ອງທ່ຽວແມ່ນກໍາລັງຂັບເຄື່ອນຫຼັກທີ່ຊ່ວຍຟື້ນຟູເສດຖະກິດມະຫາພາກ ແລະ ເປັນການໝູນໃຊ້ຊັບພະຍາກອນທຳມະຊາດ ໃຫ້ເປັນປະໂຫຍດ ແລະ ມີຄວາມຍືນຍົງ. ໂດຍສະເພາະ ທຳມະຊາດ, ແຫຼ່ງນ້ຳ, ປ່າໄມ້ ແລະ ວິຖີຊີ ວິດຂອງຊຸມຊົນ ກຳລັງກາຍເປັນຈຸດໝາຍປາຍທາງທີ່ດຶງດູດນັກທ່ອງທ່ຽວ. “ການທ່ອງທ່ຽວແບບຍືນຍົງ” ເປັນປັດໄຈສໍາຄັນໃນການສ້າງລາຍຮັບໃຫ້ປະຊາຊົນ ແລະ ຊຸມຊົນ, ພ້ອມກັບຮັກສາປ່າໄມ້, ແຫຼ່ງນ້ຳ, ສັດປ່າ ແລະ ວັດທະນະທຳ ໃຫ້ຍືນຍົງ.
ເພີ່ມເຕີມ