ກິດຈະກຳອ່ານປຶ້ມຄັງປັນຍາຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ

ກິດຈະກຳອ່ານປຶ້ມຄັງປັນຍາຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ

ກິດຈະກຳອ່ານປຶ້ມຄັງປັນຍາຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ
ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຮ່ວມກັບຄະນະໂຄສະນາພັກແຂວງຢຸນນານ ຈັດຕັ້ງປະຕິບັດໂດຍກົມສື່ມວນຊົນໜຸ່ມລາວ ສຊປລ ແລະ ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ ໄດ້ຈັດກິດຈະກຳອ່ານປຶ້ມຄັງປັນຍາຫົວຂໍ້: “ຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ” ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 5 ປີແຫ່ງການເປີດນຳໃຊ້ທາງລົດໄຟລາວ-ຈີນຂຶ້ນໃນວັນທີ 27 ພະຈິກນີ້ ທີ່ ສຊປລ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານສົມມາດ ພົນເສນາ ອະດີດຮອງປະທານສະພາແຫ່ງຊາດ ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ທ່ານນາງ ເຂັມມະນີ ພົນເສນາ ປະທານສະມາຄົມມິດຕະພາບລາວ-ຈີນ, ທ່ານ ໄຊຫົງປຽວ (Chai Hongbiao) ຮອງບັນນາທິການໃຫຍ່ກຸ່ມບໍລິສັດໜັງສືພິມລາຍວັນຢຸນນານ, ມີບັນດາຜູ້ຕາງໜ້າສະຖານທູດຈີນປະຈໍາລາວ, ຄະນະຜູ້ແທນການນຳແຂວງຢຸນນານ, ຜູ້ຕາງໜ້າອົງການ, ສະມາຄົມ ແລະ ພາກສ່ວນຮ່ວມມືລາວ-ຈີນ, ຄູ-ອາຈານ, ນັກສຶກສາແລະຊາວໜຸ່ມ, ແຂກຖືກເຊີນເຂົ້າຮ່ວມ.
ກດຈະກຳອານປມຄງປນຍາຈດໝາຍຕໄປຂອງທາງລດໄຟລາວ-ຈນ - image 1
 
ໃນພິທີ, ທ່ານ ທອງລີ ສີສຸລິດ ກ່າວວ່າ: ຈາກຄວາມຝັນສູ່ຄວາມເປັນຈິງ: ຈາກເສັ້ນທາງສູ່ການສ້າງມູນຄ່າເກືອບ 5 ປີກ່ອນ, ການນຳສູງສຸດຂອງສອງພັກ ແລະ ສອງລັດ ໄດ້ຮ່ວມກັນເປີດນຳໃຊ້ທາງລົດໄຟສາຍປະຫວັດສາດນີ້. ວິໄສທັດທີ່ການນຳສອງປະເທດໄດ້ວາງໄວ້ໄດ້ເປີດໂອກາດໃຫ້ລາວຫັນຈາກຂໍ້ຈຳກັດທາງພູມສາດສູ່ການເປັນປະເທດເຊື່ອມໂຍງກັບພາກພື້ນ.
ກດຈະກຳອານປມຄງປນຍາຈດໝາຍຕໄປຂອງທາງລດໄຟລາວ-ຈນ - image 2
 
ຜ່ານມາ, ທາງລົດໄຟໄດ້ຊ່ວຍຫຍໍ້ໄລຍະເວລາເດີນທາງ, ເປີດກວ້າງການຄ້າ, ການຂົນສົ່ງ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຂອງປະຊາຊົນ. ແຕ່ການມີເສັ້ນທາງທີ່ທັນສະ ໄໝເປັນພຽງພື້ນຖານໜຶ່ງຂອງການພັດທະນາ. ຜົນປະໂຫຍດຈະເກີດຂຶ້ນເຕັມສ່ວນກໍຕໍ່ເມື່ອພວກເຮົາມີຄວາມພ້ອມດ້ານການຜະລິດ, ມາດຕະຖານສິນຄ້າ, ທັກສະແຮງງານ ແລະ ການບໍລິການ. ສິ່ງທ້າທາຍໃນມື້ນີ້ບໍ່ແມ່ນພຽງການເຮັດໃຫ້ລົດໄຟແລ່ນຜ່ານປະເທດລາວແຕ່ແມ່ນການເຮັດໃຫ້ມູນຄ່າເພີ່ມ, ວຽກເຮັດງານທຳ ແລະ ໂອກາດການພັດທະນາເກີດຂຶ້ນຢູ່ໃນປະເທດລາວ; ຊາວໜຸ່ມແລະການອ່ານ:ຈາກການເຊື່ອມໂຍງຄົນສູ່ການເຊື່ອມໂຍງຄວາມຮູ້ກິດຈະກຳອ່ານປຶ້ມປະຈຳເດືອນຂອງຊາວໜຸ່ມລົດໄຟລາວ-ຈີນ, ການແລກປ່ຽນນິທານແລະວັດທະນະທຳຢູ່ເມືອງຫຼາ, ພ້ອມທັງການຢ້ຽມຢາມສູນຝຶກອົບຮົມ, ສູນສ້ອມແປງລົດໄຟແລະວິສາຫະກິດເຕັກໂນໂລຊີຂອງຊາວໜຸ່ມສອງປະເທດ 60 ຄົນເປັນຕົວຢ່າງອັນດີຂອງການຮຽນຮູ້ຮ່ວມກັນ.
ກດຈະກຳອານປມຄງປນຍາຈດໝາຍຕໄປຂອງທາງລດໄຟລາວ-ຈນ - image 3
 
ທາງລົດໄຟຊ່ວຍຫຍໍ້ໄລຍະທາງລະຫວ່າງສອງປະເທດ, ແຕ່ການອ່ານແລະການຮຽນຮູ້ຈະຊ່ວຍຫຼຸດຊ່ອງຫວ່າງດ້ານຄວາມຮູ້ແລະສ້າງຄວາມເຂົ້າໃຈລະຫວ່າງຜູ້ຄົນ. ການອ່ານບໍ່ຄວນຢຸດຢູ່ພຽງການຮັບຮູ້ຂໍ້ມູນ, ແຕ່ຕ້ອງນຳໄປສູ່ການຄິດວິເຄາະ, ການຕັ້ງຄຳຖາມ, ການສ້າງສັນແລະການລົງມືປະຕິບັດ. ນອກຈາກອ່ານປຶ້ມແລ້ວ, ຂໍໃຫ້ນ້ອງໆຮູ້ຈັກອ່ານ “ປຶ້ມຊີວິດ” ຕາມແລວທາງລົດໄຟ, ຮຽນຮູ້ຈາກຊຸມຊົນ, ຈາກວຽກງານຕົວຈິງແລະຈາກປະສົບການຂອງກັນແລະກັນ. ຊາວໜຸ່ມບໍ່ຄວນເປັນພຽງຜູ້ລໍຖ້າໂອກາດແຕ່ຄວນເປັນຜູ້ສ້າງໂອກາດ, ມີຄວາມຮູ້ວິຊາຊີບ, ພາສາ, ດີຈີຕອນ, ມີວິໄນແລະຄວາມຮັບຜິດຊອບ. ສຊປລຄວນເປັນຂົວປະສານລະຫວ່າງຊາວໜຸ່ມ, ສະຖາບັນການສຶກສາ, ສູນຝຶກວິຊາຊີບແລະວິສາຫະກິດເພື່ອໃຫ້ການຮຽນຮູ້ເຊື່ອມຕໍ່ກັບໂອກາດການເຮັດວຽກ; “ສະຖານີຕໍ່ໄປ”: ສາມທິດທາງສູ່ຜົນງານຕົວຈິງ: ຈຸດໝາຍຕໍ່ໄປບໍ່ແມ່ນພຽງຄຳຖາມວ່າທາງລົດໄຟຈະໄປຮອດໃສ, ແຕ່ແມ່ນຄຳຖາມວ່າພວກເຮົາຈະນຳໃຊ້ທ່າແຮງນີ້ແນວໃດໃຫ້ເກີດຜົນປະໂຫຍດຮ່ວມກັນຢ່າງກວ້າງຂວາງແລະຍືນຍົງ. 
ກດຈະກຳອານປມຄງປນຍາຈດໝາຍຕໄປຂອງທາງລດໄຟລາວ-ຈນ - image 4
 
ທ່ານ ທອງລີ ສີສຸລິດ ໄດ້ສະເໜີແລກປ່ຽນ 3 ທິດທາງຄື: ໜຶ່ງ: ການເຊື່ອມໂຍງສີຂຽວ: ຄວນຮ່ວມກັນຄົ້ນຄວ້າກິດຈະກຳຊາວໜຸ່ມອາສາຮັກສາສິ່ງແວດລ້ອມຕາມຊຸມຊົນໃກ້ສະຖານີ, ສົ່ງເສີມການຈັດການຂີ້ເຫຍື້ອ, ການປະຢັດພະລັງງານແລະການທ່ອງທ່ຽວທີ່ຮັບຜິດຊອບ. ການພັດທະນາຄວນໄປຄຽງຄູ່ກັບການຮັກສາທຳມະຊາດແລະຜົນປະໂຫຍດຂອງຊຸມຊົນ; ສອງ: ການເຊື່ອມໂຍງເສດຖະກິດແລະອຸດສາຫະກຳ: ຄວນຫາລືກັບບັນດາຄູ່ຮ່ວມມືເພື່ອສ້າງໂອກາດຝຶກວິຊາຊີບແລະຝຶກງານໃນຂະແໜງລົດໄຟ, ໂລຈິສຕິກ, ການບໍລິການ, ພາສາຈີນແລະເຕັກໂນໂລຊີດີຈີຕອນລວມທັງ AI. ພ້ອມນັ້ນ, ຄວນຊ່ວຍຊາວໜຸ່ມຜູ້ປະກອບການໃຫ້ຮູ້ຈັກພັດທະນາສິນຄ້າ, ການຫຸ້ມຫໍ່, ມາດຕະຖານແລະການເຂົ້າເຖິງຕະຫຼາດ. ຜົນສຳເລັດຄວນວັດແທກຈາກທັກສະທີ່ໄດ້ຮັບ, ໂອກາດວຽກງານແລະລາຍຮັບທີ່ເກີດຂຶ້ນ; ສາມ: ການເຊື່ອມໂຍງຄົນ, ຄວາມຮູ້ແລະວັດທະນະທຳ: ຄວນຮ່ວມກັນຂະຫຍາຍເຄືອຂ່າຍການອ່ານປຶ້ມ, ການແລກປ່ຽນນັກສຶກສາແລະຊາວໜຸ່ມວິຊາຊີບ, ການຮຽນຮູ້ພາສາແລະວັດທະນະທຳຂອງກັນແລະກັນ. ຄວນເປີດໂອກາດໃຫ້ຊາວໜຸ່ມຈາກຊົນນະບົດໄດ້ເຂົ້າເຖິງກິດຈະກຳເຫຼົ່ານີ້ຫຼາຍຂຶ້ນ. 
ທ່ານ ໄຊຫົງປຽວ ໄດ້ຂຶ້ນມີຄໍາເຫັນຕໍ່ກິດຈະກໍາດັ່ງກ່າວ. ໃນໂອກາດນີ້, ໄດ້ມີພິທີເປີດຕູ້ປຶ້ມຄັງປັນຍາຈາກພາກໃຕ້ ສປ ຈີນ ຢ່າງເປັນທາງການ. ຈາກນັ້ນ, ໄດ້ມີການແບ່ງປັນເລື່ອງລາວໃນຫົວຂໍ້ສໍາຄັນຕ່າງໆທີ່ກ່ຽວຂ້ອງແລະກິດຈະກໍາອື່ນໆ.
ໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ພ້ອມຄະນະປະທານໄດ້ຂຶ້ນຕັດເຄັກເພື່ອສະເຫຼີມສະຫຼອງການເປີດນຳໃຊ້ທາງລົດໄຟລາວ-ຈີນຄົບຮອບ 5 ປີ.
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການຮ່ວມມື

ສະແດງກາຍຍະສິນຣັດເຊຍ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ສະແດງກາຍຍະສິນຣັດເຊຍ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍປະຈຳ ສປປ ລາວ ຈັດງານສະແດງກາຍຍະສິນຣັດເຊຍຂຶ້ນໃນວັນທີ 26 ພະຈິກຜ່ານມາ ທີ່ໂຮງກາຍຍະສິນແຫ່ງຊາດ, ໂດຍການເຂົ້າຮ່່ວມຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວທ, ທ່ານ ເຊຣເກວຣາດີເມບໂຣວິດຊົດສະກີ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງສະຫະພັນຣັດເຊຍປະຈໍາ ສປປ ລາວ, ທ່ານ ອາເລັກ ຊານເດີຣັດກອບ ຫົວໜ້າສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍປະຈຳ ສປປ ລາວ, ມີບັນດາການນຳພັກ-ລັດ, ທູດຕານຸທູດ, ປະຈໍາ ສປປ ລາວ ເຂົ້າຮ່ວມ.
ຄະນະຜູ້ແທນ ມະຫາວິທະຍາໄລຈາກ ສປຈີນແລກປ່ຽນການຮ່ວມມືຢູ່ແຂວງຫຼວງພະບາງ

ຄະນະຜູ້ແທນ ມະຫາວິທະຍາໄລຈາກ ສປຈີນແລກປ່ຽນການຮ່ວມມືຢູ່ແຂວງຫຼວງພະບາງ

ວັນທີ 25 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ຫຼວງພະບາງ, ຄະນະຜູ້ແທນຈາກ ມະຫາວິທະຍາໄລ ສິລະປະສາດ ແລະວິທະຍາສາດເສສວນ ແຂວງເສສວນ ສປ ຈີນ ນຳໂດຍທ່ານ ຊູ ຊາວຈົງ ຮອງເລຂາຄະນະພັກມະຫາວິທະຍາໄລ ສິລະປະສາດ ແລະວິທະຍາສາດເສສວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຮ່ວມກັບ ຄະນະພະແນກ ສກຂ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກ ສກຂ ພ້ອມດ້ວຍຄະນະນຳ ແລະພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ກົງສຸນໃຫຍ່ຫວຽດນາມ ອວຍພອນ ເລຂາພັກແຂວງແຂວງຄໍາມ່ວນ ໂອກາດວັນຊາດຄົບຮອບ 51 ປີ

ກົງສຸນໃຫຍ່ຫວຽດນາມ ອວຍພອນ ເລຂາພັກແຂວງແຂວງຄໍາມ່ວນ ໂອກາດວັນຊາດຄົບຮອບ 51 ປີ

ສະຫາຍ ຫງວຽນ ວັນຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ເຂົ້າອວຍພອນ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ, ໃນ​ວັນ​ທີ 26 ພະ​ຈິກ​ຜ່ານ​ມາທີ່ ແຂວງ​ຄຳ​ມ່ວນ, ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 51 ປີ (2 ທັນວາ 1975–2 ທັນວາ 2026), ໂດຍມີພາກສ່ວນກ່ຽວຂ້ອງ ແລະ ສະມາຄົມນັກທຸລະກິດຫວຽດນາມເຂົ້າຮ່ວມນຳ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣາຊະອານາຈັກກໍາປູເຈຍ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣາຊະອານາຈັກກໍາປູເຈຍ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ຮຸນກຣອງ ພະນອງ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນວັນທີ 27 ພະຈິກນີ້ ທີ່ທໍານຽບປະທານປະເທດ.
ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ໃນວັນທີ 25 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງສະຫາຍ ນາງ ເທຍ ນິງ ກຳມະການສູນກາງພັກກອມມູນິດຈີນ ຮອງປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ລະຫວ່າງວັນທີ 25-26 ພະຈິກ 2026.
UNFPA ຮຽກຮ້ອງໃຫ້ມີແຜນດຳເນີນງານ ແລະ ຈັດຕັ້ງປະຕິບັດໂດຍດ່ວນ ເພື່ອປົກປ້ອງອະນາຄົດຂອງໄວໜຸ່ມ

UNFPA ຮຽກຮ້ອງໃຫ້ມີແຜນດຳເນີນງານ ແລະ ຈັດຕັ້ງປະຕິບັດໂດຍດ່ວນ ເພື່ອປົກປ້ອງອະນາຄົດຂອງໄວໜຸ່ມ

ບົດລາຍງານສະຖານະພາບປະຊາກອນໂລກປີ 2026 ຂອງອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນ (UNFPA) ໄດ້ເຜີຍແຜ່ຢ່າງເປັນທາງການຢູ່ລັດຖະສະພານະຄອນຫຼວງແຄນເບີຣາ ປະເທດອົສຕຣາລີ ເມື່ອບໍ່ດົນມານີ້ ຊຶ່ງໄດ້ຮຽກຮ້ອງໃຫ້ມີການລົງທຶນຫຼາຍຂຶ້ນເຂົ້າໃນການສ້າງວຽກ ເຮັດງານທຳທີ່ດີ, ປົກປ້ອງສິດທິຂອງໄວໜຸ່ມ ແລະ ເປີດໂອກາດໃຫ້ເຂົາເຈົ້າສາມາດປະກອບສ່ວນເຂົ້າ ໃນຂະບວນການຕັດສິນໃຈຕ່າງໆ ທີ່ສົ່ງຜົນກະທົບຕໍ່ເຂົາເຈົ້າຫຼາຍຂຶ້ນ.
ຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນສ້າງແບບຢ່າງໃໝ່ໃຫ້ແກ່ການຮ່ວມມືຂອງໂລກ

ຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນສ້າງແບບຢ່າງໃໝ່ໃຫ້ແກ່ການຮ່ວມມືຂອງໂລກ

ໃນໂລກປັດຈຸບັນ, ການປ່ຽນແປງຄັ້ງໃຫຍ່ທີ່ບໍ່ເຄີຍມີມາໃນຮອບຮ້ອຍປີກຳລັງດຳເນີນໄປຢ່າງໄວວາ, ປັດໄຈທີ່ບໍ່ແນ່ນອນ, ບໍ່ໝັ້ນຄົງ ແລະ ຄາດຄະເນໄດ້ຍາກ ສືບຕໍ່ເພີ່ມຂຶ້ນ. ການຮ່ວມມືສອງຝ່າຍຈຳນວນບໍ່ໜ້ອຍ ຈຶ່ງມັກສັ່ນຄອນໄປຕາມຄວາມຜັນຜວນຂອງສະພາບແວດລ້ອມພາຍນອກ. ການຄົ້ນຫາແນວທາງສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ກໍໄດ້ສະເໜີແບບຢ່າງໃໝ່ແຫ່ງການພົວພັນລະຫວ່າງປະເທດ: ມິດຕະພາບລະຫວ່າງປະເທດທີ່ໜັກແໜ້ນຢ່າງແທ້ຈິງ, ບໍ່ໄດ້ອີງໃສ່ການຜູກມັດກັບຜົນປະໂຫຍດໄລຍະສັ້ນ ແລະ ບໍ່ບັງຄັບໃຫ້ເສັ້ນທາງການພັດທະນາຕ້ອງຄືກັນ. ແກ່ນສານສຳຄັນແມ່ນການຢຶດໝັ້ນໃນການເຄົາລົບອະທິປະໄຕຊຶ່ງກັນ ແລະ ກັນ, ເຄົາລົບການເລືອກເສັ້ນທາງການພັດທະນາດ້ວຍຕົນເອງ, ຢຶດໝັ້ນໃນການປຶກສາຫາລືຢ່າງສະເໝີພາບ ແລະ ການຢູ່ຮ່ວມກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.ແບບຢ່າງນີ້, ມີຄວາມສອດຄ່ອງຢ່າງເລິກເຊິ່ງກັບ “ສີ່ຂໍ້ລິເລີ່ມໃຫຍ່” ທີ່ຝ່າຍຈີນສະເໜີ ແລະ ຍັງໄດ້ຮັບການຕອບຮັບ ແລະ ສະໜັບສະໜູນຢ່າງຕັ້ງໜ້າຈາກພັກ ແລະ ລັດຖະບານລາວ.
ລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທູດກຳປູເຈຍ ປະຈຳ ສປປ ລາວ

ລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທູດກຳປູເຈຍ ປະຈຳ ສປປ ລາວ

ໃນວັນທີ 25 ພະຈິກຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຮຸນກລອງ ພະນອງ (HULKRANG Phanang) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານທູດເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ຫາລື ເລັ່ງຊຸກຍູ້ໂຄງການເສັ້ນທາງມິດຕະພາບລາວ-ຫວຽດນາມ

ຫາລື ເລັ່ງຊຸກຍູ້ໂຄງການເສັ້ນທາງມິດຕະພາບລາວ-ຫວຽດນາມ

ກອງປະຊຸມປຶກສາຫາລື, ເຜີຍແຜ່ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ ຄະນະຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ປກຊ-ປກສ ລຽບຕາມຊາຍແດນລາວ-ຫວຽດນາມ ຫຼື ເສັ້ນທາງມິດຕະພາບລາວ-ຫວຽດ ນາມ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ຫ້ອງວ່າການປົກຄອງແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍການນຳ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອາຊຽນ ຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ຖະແຫຼງຂ່າວໃນພາກພື້ນ

ອາຊຽນ ຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ຖະແຫຼງຂ່າວໃນພາກພື້ນ

ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN-COCI) ຄັ້ງທີ 61 ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 25 ພະຈິກນີ້ ທີ່ເມືອງວັງວຽງ,ແຂວງວຽງຈັນ ສປປ ລາວ, ເພື່ອເປັນການຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ຖະແຫຼງຂ່າວໃນພາກພື້ນອາຊຽນ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປີດກອງປະຊຸມ ຂອງ ທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນ ຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ມີທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະ ກຳມະການປົກຄອງແຂວງວຽງຈັນ, ມີບັນດາຫົວໜ້າຄະນະກຳມະການວັດທະນະທຳ ແລະ ຖະແຫຼງ ຂ່າວປະອາຊຽນ(ASEAN-COCI),ຫົວໜ້າອະນຸກຳມະການວັດທະນະທຳ(SCC), ຫົວໜ້າອະນຸກຳມະການ ຖະແຫຼງຂ່າວ (SCI), ຜູ້ຕາງໜ້າກອງເລຂາອາຊຽນເຂົ້າຮ່ວມ.
ເພີ່ມເຕີມ