ຂໍ້ລິເລີ່ມການພັດທະນາທົ່ວໂລກ ທີ່ຢຶດໝັ້ນ “ການພັດທະນາເປັນບຸລິມະສິດ” ແລະ “ຖືປະຊາຊົນເປັນໃຈກາງ”, ສະທ້ອນໃຫ້ເຫັນການຮ່ວມມືທີ່ເປັນຮູບປະທຳຂອງສອງປະເທດ ທີ່ຖືຊີວິດການເປັນຢູ່ຂອງປະຊາຊົນເປັນພື້ນຖານ; ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ທີ່ສະເໜີທັດສະນະຄວາມໝັ້ນຄົງແບບ “ຮ່ວມກັນ, ຮອບດ້ານ, ຮ່ວມມື ແລະ ຍືນຍົງ”, ສອດຄ່ອງກັບຈຸດຢືນອັນໜັກແໜ້ນຂອງສອງປະເທດ ໃນການສະໜັບສະໜູນຊຶ່ງກັນ ແລະ ກັນ ແລະ ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ທ່າມກາງການປ່ຽນແປງຄັ້ງຍິ່ງໃຫຍ່ໃນຮອບຮ້ອຍປີ; ຂໍ້ລິເລີ່ມອາລະຍະທຳທົ່ວໂລກ ທີ່ສະເໜີໃຫ້ “ເຄົາລົບຄວາມຫຼາກຫຼາຍທາງອາລະຍະທຳຂອງໂລກ” ແລະ “ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືດ້ານການໄປມາຫາສູ່ກັນຂອງປະຊາຊົນ ແລະ ດ້ານວັດທະນາທໍາໃນລະດັບສາກົນ”, ຊ່ວຍບົ່ມເພາະມິດຕະພາບອັນເລິກເຊິ່ງ ຂອງສອງປະເທດ ທີ່ຮ່ວມດື່ມນ້ຳຈາກແມ່ນ້ຳສາຍດຽວກັນ ແລະ ມີຈິດໃຈປະຊາຊົນເຊື່ອມໂຍງກັນ; ຂໍ້ລິເລີ່ມວ່າດ້ວຍການບໍລິຫານທົ່ວໂລກ ທີ່ຊຸກຍູ້ໃຫ້ການບໍລິຫານທົ່ວໂລກ ຫັນໄປສູ່ທິດທາງທີ່ມີຄວາມຍຸຕິທຳ ແລະ ສົມເຫດສົມຜົນຍິ່ງຂຶ້ນ, ຊີ້ນຳສອງປະເທດ ໃຫ້ຮ່ວມມືກັນຍົກສູງບົດບາດການເປັນຕົວແທນ ແລະ ສິດທິໃນການອອກສຽງ ຂອງບັນດາປະເທດກຳລັງພັດທະນາ. ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ, ການຮ່ວມມືທີ່ເປັນຮູບປະທຳ ລະຫວ່າງລາວ ແລະ ຈີນ ກໍແມ່ນການສະແດງອອກຢ່າງມີຊີວິດຊີວາ ຂອງຈິດໃຈ “ການພັດທະນາເປັນບຸລິມະສິດ, ຊີວິດການເປັນຢູ່ຂອງປະຊາຊົນເປັນພື້ນຖານ, ການປຶກສາຫາລືກັນຢ່າງສະເໝີພາບ”. ໃນຖານະທີ່ເປັນປະເທດກໍາລັງພັດທະນາຄືກັນ, ລາວ ແລະ ຈີນ ສອງປະເທດ ໄດ້ສະແດງໃຫ້ໂລກເຫັນຜ່ານການປະຕິບັດຕົວຈິງຂອງຕົນວ່າ: ບັນດາປະເທດກຳລັງພັດທະນາສາມາດອີງໃສ່ສະພາບຕົວຈິງຂອງປະເທດຕົນເອງໄດ້ຢ່າງສົມບູນ, ເພື່ອບຸກເບີກເສັ້ນທາງການຮ່ວມມືທີ່ຫັນເປັນທັນສະໄໝ ທີ່ເຄົາລົບຊຶ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນຢ່າງແທ້ຈິງ, ໂດຍບໍ່ຈຳເປັນຕ້ອງຮຽນແບບຮູບແບບໃດໆ ຈາກພາຍນອກ ທຸກຂັ້ນຕອນໂດຍບໍ່ປັບໃຫ້ເໝາະສົມ. ຄຸນຄ່າຂອງການບຸກເບີກນີ້, ໄດ້ກ້າວຂ້າມຂອບເຂດຄວາມສໍາພັນສອງຝ່າຍມາແຕ່ດົນແລ້ວ, ໂດຍໄດ້ປະກອບສ່ວນດ້ວຍສະຕິປັນຍາ ແລະ ກໍາລັງແຮງຂອງລາວ–ຈີນ ເຂົ້າໃນການສ້າງລະບຽບສາກົນທີ່ຍຸຕິທຳ ແລະ ສົມເຫດສົມຜົນຍິ່ງຂຶ້ນ, ທັງຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ການມີອຸດົມການຮ່ວມກັນ ແລະ ແນວທາງສອດຄ່ອງກັນ ແມ່ນການມີທິດທາງດຽວກັນ ແລະ ສອດປະສານກັນໃນລະດັບດ້ານແນວຄວາມຄິດ; ຮ່ວມກັນກ້າວໜ້າ, ແມ່ນການຄ້ຳຊູຊຶ່ງກັນ ແລະ ກັນໃນເສັ້ນທາງສູ່ການຫັນເປັນທັນສະໄໝ. ເມື່ອຫວນຄືນປະຫວັດສາດການພັດທະນາການພົວພັນລາວ-ຈີນ, ຈະເຫັນວ່າມີເຫດ
ຜົນທີ່ຊັດເຈນໜຶ່ງ ທີ່ຢຶດຖືມາໂດຍຕະຫຼອດຄື: ຖືເອົາວາລະການພັດທະນາຂອງລາວເອງເປັນຫຼັກ, ຖືເອົາຄວາມຜາສຸກຂອງປະຊາຊົນເປັນເປົ້າໝາຍສຸດທ້າຍ, ເສີມຂະຫຍາຍຂໍ້ດີຂອງແຕ່ລະຝ່າຍຜ່ານການຮຽນຮູ້ ແລະ ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ແລະ ເຮັດໃຫ້ປະຊາຊົນສອງປະເທດໄດ້ຮັບການແບ່ງປັນໝາກຜົນຂອງການຮ່ວມມືຮ່ວມກັນ. ນີ້ເປັນເຫດຜົນພື້ນຖານອັນເລິກເຊິ່ງ ທີ່ເຮັດໃຫ້ສາຍພົວພັນລາວ–ຈີນ ຍິ່ງໜັກແໜ້ນໝັ້ນຄົງຂຶ້ນຫຼັງຈາກຜ່ານການທົດສອບຈາກການເວລາ ແລະ ກໍເປັນຮາກຖານອັນໜັກແໜ້ນທີ່ສຸດຂອງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ.
ເສັ້ນທາງຍິ່ງຍາວໄກ, ມິດຕະພາບຍິ່ງແໜ້ນແຟ້ນ. ເມື່ອເບິ່ງໄປອະນາຄົດ, ພາຍໃຕ້ການຊີ້ນຳທາງຍຸດທະສາດຂອງຜູ້ນຳສູງສຸດຂອງສອງພັກ ແລະ ສອງລັດ; ລາວ ແລະ ຈີນ ຈະສືບຕໍ່ກ້າວໄປຕາມທິດທາງແຫ່ງການເຄົາລົບຊຶ່ງກັນ ແລະ ກັນ, ຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ; ສືບຕໍ່ຂະຫຍາຍການຮ່ວມມືທີ່ເປັນຮູບປະທຳໃຫ້ເລິກເຊິ່ງ, ສ້າງຜົນປະໂຫຍດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສ້າງຜົນປະໂຫຍດໃນໄລຍະຍາວ, ພ້ອມເພີ່ມເຕີມເນື້ອໃນ ແລະ ຄວາມໝາຍແຫ່ງຍຸກສະໄໝ ຂອງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ໃຫ້ອຸດົມສົມບູນຢ່າງບໍ່ຢຸດຢັ້ງ.
ຄໍາເຫັນ