![]() |
ໃນພິທີ, ທ່ານ ພັນເອກ ຈັນທອນ ເຮືອງຄຳໄຊ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ລາຍງານຜົນການປະຕິບັດໜ້າທີ່ຂອງ ທ່ານ ນາງ ປຸລະພອນ ພານິດຊະການ ໃນໄລຍະຈັດຕັ້ງປະຕິບັດໜ້າທີ່ ຢູ່ ສປປ ລາວ ພ້ອມທັງຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການມອບຫຼຽນກາປ້ອງກັນຄວາມສະຫງົບ ສະບັບເລກທີ 2429/ປກສ, ລົງວັນທີ 4 ກັນຍາ 2026 ໃຫ້ທ່ານ ນາງ ປຸລະພອນ ພານິດຊະການ ທີ່ມີຄຸນງາມຄວາມດີ ປະກອບສ່ວນຊຸກຍູ້ຊ່ວຍເຫຼືອ ໃນໄລຍະການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ ສປປ ລາວ ແຕ່ປີ 2021-2025 ຜ່ານມາ.
ຕະຫຼອດໄລຍະທີ່ຜ່ານມາ, ທ່ານ ນາງ ປຸລະພອນ ພານິດຊະການ ໄດ້ໃຫ້ການຮ່ວມມື, ທຶນຮອນ, ການປະສານງານຫຼັກ ໃນການພົວພັນກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມຊອກຫາ ແລະ ຈັບກຸມຜູ້ຫຼົບໜີຄະດີຄົນໄທທີ່ເຂົ້າມາລີ້ຊ່ອນຢູ່ ສປປ ລາວ, ຊ່ວຍໃນການຍາດແຍ່ງການຊ່ວຍເຫຼືອຈາກລັດຖະບານແຫ່ງຣາຊະອານາຈັກໄທ ເພື່ອມາສະໜັບສະໜູນໂຄງການປູກພືດທົດແທນການປູກຝິ່ນ ຂອງແຂວງຫົວພັນ ແລະ ສ້າງດ່ານກວດກາຢາເສບຕິດ ປາກທາ ແຂວງບໍ່ແກ້ວ ລວມທັງການສະໜັບສະໜູນດ້ານອື່ນໆ ທີ່ກ່ຽວຂ້ອງກັບວຽກງານປ້ອງກັນ ແລະ ປາບປາມຢາເສບຕິດ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງສປປ ລາວ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ ກໍຄື ສອງອົງການໃຫ້ນັບມື້ນັບແໜ້ນແຟ້ນ ຍິ່ງໆຂຶ້ນ.
ໂອກາດນີ້, ທ່ານ ພົນຈັດຕະວາ ສາລີ ພຸດທະວົງ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຂອບໃຈ ເປັນຢ່າງສູງຕໍ່ການປະກອບສ່ວນອັນລ້ຳຄ່າຂອງ ທ່ານ ນາງ ປຸລະພອນ ພານິດຊະການ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມືດ້ວຍດີຕະຫຼອດມາ ພ້ອມທັງຫວັງວ່າໃນຕໍ່ໜ້າ ຈະຍັງຄົງໄດ້ຮັບການສະໜັບສະໜູນ ແລະ ຮ່ວມມືຢ່າງຕໍ່ເນື່ອງ.
ຂ່າວ: ແກ້ວອຸເພັດ

ຄໍາເຫັນ