ໃນປີ 2022 ແຂວງຄໍາມ່ວນໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນເຢຍລະມັນ ຜ່ານ KfWເພື່ອກໍ່ສ້າງທາງຊົນນະບົດໃນເມືອງບົວລະພາ ແລະ ເມືອງໄຊບົວທອງ ລວມຄວາມຍາວ 77 ກິໂລແມັດ ພ້ອມຂົວຂະໜາດນ້ອຍ 9 ແຫ່ງ ມູນຄ່າປະມານ 88 ຕື້ກີບ. ນອກນັ້ນ ຍັງສະໜັບສະໜູນໂຄງການອະນຸລັກຊີວະນາໆພັນແບບປະສົມປະສານ ໃນເຂດປ່າສະຫງວນຫີນໜາມໜໍ່ ແລະ ຂຸນເຊໜອງມ້າ ເຊິ່ງໄດ້ສຳເລັດຕາມເປົ້າໝາຍ ທັງດ້ານການອະນຸລັກຊັບພະຍາກອນປ່າໄມ້ ແລະ ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ.
ໃນໂອກາດນີ້ ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນເຢຍລະມັນ ທີ່ໃຫ້ການຊ່ວຍເຫຼືອດ້ານທຶນຮອນ ແລະ ເຕັກນິກ ເພື່ອພັດທະນາໂຄງລ່າງຊົນນະບົດ ແລະ ອະນຸລັກທຳມະຊາດ, ພ້ອມສະເໜີໃຫ້ສືບຕໍ່ຂະຫຍາຍການຮ່ວມມືດ້ານການພັດທະນາ, ການຊ່ວຍເຫຼືອ ແລະ ການສົ່ງເສີມການທ່ອງທ່ຽວ. ທັງສອງຝ່າຍຍັງໄດ້ປະເມີນຜົນການດຳເນີນໂຄງການ, ແລກປ່ຽນບັນຫາ ແລະ ຂໍ້ສະເໜີແນະ ໂດຍເນັ້ນໜັກການຮັກສາຄວາມປອດໄພການສັນຈອນ ແລະ ການຄຸ້ມຄອງບຳລຸງຮັກສາເສັ້ນທາງໃຫ້ມີຄວາມຍືນຍົງ.
ຂ່າວ : ມະນີວັນ
ຄໍາເຫັນ