![]() |
ໃນໂອກາດນີ້, ມີນັກຮຽນດີເດັ່ນຈຳນວນ 30 ຄົນ ທີ່ມາຈາກສະຖາບັນຂົງຈື ມະຫາ ວິທະຍາໄລແຫ່ງຊາດລາວ, ຫ້ອງຮຽນຂົງຈື ໂຮງຮຽນມັດທະຍົມວຽງຈັນ ແລະ ຫ້ອງຮຽນຂົງຈື ໂຮງຮຽນກິນນອນຊົນເຜົ່າ ແຂວງວຽງຈັນ ໄດ້ເຂົ້າຮ່ວມກິດຈະກຳຮຽນຮູ້ຢູ່ພາກສະໜາມດ້ານໂລຈິສຕິກ ພາຍໃຕ້ການນຳພາຂອງອາສາສະໝັກ “Xingyun” ຈາກ Sinotrans ໄດ້ເລີ່ມຕົ້ນການເດີນທາງສຶກສາຮຽນຮູ້ໃນຫົວຂໍ້; “ຄົ້ນຫາຄວາມລັບຂອງຕ່ອງໂສ້ສະໜອງສິນຄ້າກະສິກຳ” ເປັນເວລາ 4 ວັນ. ກິດຈະກຳຄັ້ງນີ້, ບໍ່ພຽງແຕ່ເປີດໂອກາດໃຫ້ຊາວໜຸ່ມລາວ ໄດ້ຮຽນຮູ້ ແລະ ສຳຜັດກັບປະສົບການຕົວຈິງ ກ່ຽວກັບຂະແໜງໂລຈິສຕິກ ເທົ່ານັ້ນ, ແຕ່ຍັງເປັນການປະກອບ ສ່ວນສ້າງພະລັງແຮງໃຫ້ແກ່ໄວໜຸ່ມ ໃນການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳ ລາວ-ຈີນ ອີກດ້ວຍ.
ໝູນໃຊ້ວັດທະນະທຳເປັນຈິດວິນຍານ ເສີມສ້າງຄວາມເຂົ້າໃຈອັນດີ ລະຫວ່າງປະຊາຊົນ
ໃນພິທີເປີດຄ້າຍທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ, ມູນນິທິການກຸສົນ ກຸ່ມບໍລິສັດ China Merchants ໄດ້ມອບທຶນການສຶກສາ 100 ລ້ານກີບ ໃຫ້ແກ່ສະຖາບັນຂົງຈື ເພື່ອສະໜັບສະໜູນການສຶກສາ ແລະ ການພັດທະນາຂອງຊາວໜຸ່ມ ພ້ອມທັງຖ່າຍທອດນ້ຳໃຈແຫ່ງການແບ່ງປັນ ແລະ ການກຸສົນ ຢ່າງເປັນຮູບປະທຳ.
ໃນພິທີດັ່ງກ່າວ, ນັກຮຽນ ໄດ້ຮ່ວມທົດລອງຂຽນພູ່ກັນຈີນ ດ້ວຍຄຳວ່າ; “ບໍ່ເຖິງກຳແພງເມືອງຈີນ ບໍ່ແມ່ນວິລະບຸລຸດ” ແລະ “ປະເທດຈີນງົດງາມຫຼາຍ”, ເປັນການຊ່ວຍເພີ່ມພູນຄວາມຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບວັດທະນະທຳຈີນ ໃຫ້ແກ່ຊາວໜຸ່ມລາວ. ຂະນະດຽວກັນ, ເມື່ອຢືນຢູ່ຕໍ່ໜ້າປ້າຍສະແດງເຖິງປະຫວັດຂອງໂຮງຮຽນ “67” ຄວາມຊົງຈຳອັນປະທັບໃຈ ກ່ຽວກັບເດັກນ້ອຍລາວ ທີ່ເດີນທາງໄປສຶກສາຢູ່ເມືອງໜານໜິງ ແຂວງກວາງຊີ ແຫ່ງ ສປ ຈີນ ໃນຊຸມປີ 1960, ກໍໄດ້ຫວນຄືນສູ່ຄວາມຊົງຈຳຂອງທຸກຄົນອີກຄັ້ງ. ທ້າວ ສິດທິພອນ ກຸລະກຸນ ໄດ້ກ່າວດ້ວຍຄວາມປະທັບໃຈວ່າ: ຂ້ອຍຮູ້ສຶກຄືກັບໄດ້ເປີດປ່ອງຢ້ຽມບານໜຶ່ງ ທີ່ຮູ້ວ່າຄົນຮຸ່ນພໍ່ແມ່ຂອງພວກເຮົາ ໄດ້ສ້າງສາຍສຳພັນມິດຕະພາບທີ່ແໜ້ນແຟ້ນກັນມາແຕ່ດົນນານແລ້ວ. ຄຳເວົ້າດັ່ງກ່າວ, ໄດ້ກາຍເປັນອີກໜຶ່ງພາບຄວາມປະທັບໃຈ ທີ່ສະທ້ອນເຖິງມິດຕະພາບອັນຍາວນານກວ່າເຄິ່ງສະຕະວັດ.
ໝູນໃຊ້ຂະແໜງການຜະລິດ ເປັນຂົວເຊື່ອມຮ່ວມຊົມ ຜົນສຳເລັດອັນພູມໃຈຂອງການຮ່ວມມື
ຢູ່ສະຖານີທົດລອງສາຍພັນພືດກະສິກຳ ທີ່ດີເດັ່ນຈີນ, ກວາງຊີ - ລາວ, ການຈັດກິດ ຈະກຳແຂ່ງຂັນປອກເປືອກສາລີ ໄດ້ສະແດງໃຫ້ເຫັນຜົນສຳເລັດຂອງການຮ່ວມມືດ້ານກະສິກຳ ແລະ ປ່າໄມ້ ລະຫວ່າງ ສປ ຈີນ ແລະ ສປປ ລາວ ຢ່າງເປັນຮູບປະທຳ. ບັນດາຜູ້ເຂົ້າຮ່ວມຝຶກອົບຮົມ ໄດ້ລົງມືປະຕິບັດຕົວຈິງ ແລະ ສຳຜັດໄດ້ເຖິງຜົນສຳເລັດອັນໂດດເດັ່ນຂອງການຮ່ວມມືດັ່ງກ່າວ.
ສ່ວນຢູ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ, ຫົວໜ້າກົມປູກຝັງ ກະຊວງກະສິກຳແລະ ສິ່ງແວດລ້ອມ ໄດ້ບັນຍາຍຫົວຂໍ້ພິເສດ; “ຜະລິດຕະພັນກະສິກຳ ທີ່ເປັນເອກະລັກຂອງລາວ ແລະ ລະບົບການຂົນສົ່ງສິນຄ້າຂ້າມແດນ ຈີນ-ລາວ”. ເນື້ອໃນການບັນຍາຍກວມເອົາຕັ້ງແຕ່ການຄັດເລືອກ ແລະ ປັບປຸງສາຍພັນພືດທີ່ດີ ລວມເຖິງການພັດທະນາລະບົບຂົນສົ່ງສິນຄ້າ ຄວບຄຸມອຸນຫະພູມຕ່ຳຂ້າມແດນ. ບົດບັນຍາຍດັ່ງກ່າວ, ໄດ້ຊ່ວຍປັບປ່ຽນແນວຄິດແບບເດີມຂອງຜູ້ເຂົ້າຮ່ວມທີ່ເຄີຍເຫັນວ່າ: “ການເຮັດກະສິກຳ ຕ້ອງອາໄສດິນຟ້າອາກາດເປັນຫຼັກ” ໃຫ້ມີຄວາມເຂົ້າໃຈໃໝ່ວ່າການກະສິກຳສະໄໝໃໝ່ ມີວິທະຍາສາດ ແລະ ເຕັກໂນໂລຊີເປັນພື້ນຖານສຳຄັນ ພ້ອມທັງເຮັດໃຫ້ທຸກຄົນຄໍາໜຶງເຖິງບົດບາດ ແລະ ຄວາມສຳຄັນ ຂອງລະບົບຂົນສົ່ງສິນຄ້າຂ້າມແດນ ຕໍ່ການພັດທະນາຂະແໜງການກະສິກຳ ແລະ ການຍົກລະດັບມູນຄ່າຜະລິດຕະພັນກະສິກຳ.
![]() |
ໝູນໃຊ້ໂລຈິສຕິກ ເປັນສື່ກາງການເຊື່ອມໂຍງເຊື່ອມຈອດ
ໃນການຢ້ຽມຊົມສະຖານີລົດໄຟວຽງຈັນໃຕ້, ຄັງສິນຄ້າ ແລະ ບໍລິຫານຕູ້ຄອນເທນເນີຂອງບໍລິສັດ Sinotrans ປະຈຳນະຄອນຫຼວງວຽງຈັນ, ນັກຮຽນ ໄດ້ສຳຜັດຢ່າງແທ້ຈິງເຖິງພະ ລັງແຮງຂອງການຫັນປ່ຽນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດເຊື່ອມໂຍງ ເຊື່ອມຈອດທາງບົກ ກັບພາກພື້ນ ແລະ ສາກົນ. ນາງ ອາລີຢາ ຈັນທະມາໄລ ນັກສຶກສາ ຈາກສະຖາບັນຂົງຈື ໄດ້ກ່າວດ້ວຍຄວາມປະທັບໃຈວ່າ: ບໍ່ຄິດເລີຍວ່າກ່ອນທີ່ໝາກໄມ້ ແລະ ແປ້ງມັນຕົ້ນ ຈະຖືກຂົນສົ່ງໄປປະເທດຈີນ ຈະຕ້ອງຜ່ານຂັ້ນຕອນຫຼາຍຂະໜາດນີ້! ໂລຈິສຕິກ ບໍ່ພຽງແຕ່ຊ່ວຍຂົນສົ່ງສິນຄ້າມາສູ່ພວກເຮົາ ເທົ່ານັ້ນ, ແຕ່ຍັງເປັນຂົວເຊື່ອມໂຍງປະເທດລາວ ແລະ ຈີນ ເຂົ້າກັນຢ່າງແໜ້ນແຟ້ນອີກດ້ວຍ.
ຂະນະທີ່ຢືນເບິ່ງຂະບວນລົດໄຟຂົນສົ່ງສິນຄ້າ, ນັກຮຽນທຸກຄົນ ຕ່າງໄດ້ຮັບຮູ້ເຖິງບົດບາດອັນສຳຄັນຂອງລະບົບໂລຈິສຕິກ ໃນການຊຸກຍູ້ການຄ້າ ແລະ ການເຊື່ອມໂຍງ ລະຫວ່າງສອງປະເທດ. ຈາກຄວາມປະທັບໃຈ ໃນສະຖາບັນຂົງຈື ສູ່ພາກສະໜາມການປູກພືດກະສິກຳ ແລະ ຕໍ່ເນື່ອງໄປຈົນເຖິງຂະບວນລົດໄຟຂົນສົ່ງຕູ້ຄອນເທນເນີ ຄວບຄຸມອຸນຫະພູມ ສູງທີ່ສະຖານີວຽງຈັນໃຕ້, ການເດີນທາງສຶກສາຮຽນຮູ້ໃນຄັ້ງນີ້ ບໍ່ພຽງແຕ່ຊ່ວຍໃຫ້ຊາວໜຸ່ມລາວ ໄດ້ເຫັນເຖິງພະລັງຂອງລະບົບໂລຈິສຕິກ ເທົ່ານັ້ນ, ແຕ່ຍັງເຮັດໃຫ້ພວກເຂົາ ໄດ້ສຳຜັດເຖິງສາຍໃຍແຫ່ງມິດຕະພາບ ລາວ-ຈີນ ທີ່ສືບທອດມາຈາກຮຸ່ນສູ່ຮຸ່ນອີກດ້ວຍ
ການຈັດກິດຈະກຳຄ້າຍສຶກສາຮຽນຮູ້ “C Me Fly” ປະຈຳປະເທດລາວ ໃນຄັ້ງນີ້ ຖືເປັນພາບສະທ້ອນອັນຊັດເຈນ ຂອງການທຸ່ມເທດຳເນີນງານຢ່າງຕໍ່ເນື່ອງຕະຫຼອດ 3 ປີ ຂອງໂຄງການ. ມາຮອດປັດຈຸ, ບັນດາໂຄງການ ໄດ້ສະໜັບສະໜູນການພັດທະນາຊາວໜຸ່ມຕ່າງປະເທດແລ້ວ ຫຼາຍກວ່າ 200 ຄົນ ແລະ ໄດ້ກາຍເປັນໜຶ່ງໃນໂຄງການສາທາລະນະກຸສົນ ທີ່ມີບົດບາດສຳຄັນ ໃນການສົ່ງເສີມການພັດທະນາຊາວໜຸ່ມ, ການແລກປ່ຽນວັດທະນະທຳ ລະຫວ່າງ ຈີນກັບຕ່າງປະເທດ ແລະ ການສ້າງຄວາມເຂົ້າໃຈອັນດີລະຫວ່າງປະຊາຊົນ.
ໃນຕໍ່ໜ້າ, ບໍລິສັດ China Merchants ຈະອາໄສທ່າແຮງຈາກເຄືອຂ່າຍການດຳເນີນງານຢູ່ຕ່າງປະເທດທີ່ກວ້າງຂວາງຂອງຕົນເພື່ອສືບຕໍ່ຂະຫຍາຍຂອບເຂດປະເທດທີ່ຈັດກິດຈະ ກຳ ແລະ ຮູບແບບການດຳເນີນງານຂອງໂຄງການ “C Me Fly” ໃຫ້ຫຼາກຫຼາຍຍິ່ງຂຶ້ນ, ເພື່ອນຳພາຊາວໜຸ່ມ ໄດ້ລົງສຳຜັດກັບປະສົບການຕົວຈິງນັບມື້ຫຼາຍຂຶ້ນ ໃນຂະແໜງໂລຈິສຕິກ.
ບໍລິສັດ China Merchants ຈະສືບຕໍ່ໝູນໃຊ້ໂລຈິສຕິກ ເປັນສື່ກາງ ແລະ ການກຸສົນ ເປັນຂົວເຊື່ອມ ເພື່ອຊ່ວຍໃຫ້ຄວາມໄຝ່ຝັນຂອງຊາວໜຸ່ມ ໄດ້ໂບຍບິນສູງຂຶ້ນ ແລະ ໄປໄດ້ໄກຍິ່ງຂຶ້ນ ໃນໂລກແຫ່ງການເຊື່ອມໂຍງດ້ວຍລະບົບໂລຈິສຕິກ.


ຄໍາເຫັນ