![]() |
ທ່ານຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລະຄອນເພັງ ໃຫ້ຮູ້ຕື່ມອີກວ່າ: ພາຍຫຼັງທີ່ຊາວກະສິກອນ ສຳເລັດການເກັບມ້ຽນເຂົ້ານາປີ, ຈະໄດ້ເອົາໃຈໃສ່ສົ່ງເສີມການປູກພືດລະດູແລ້ງ ເພື່ອໃຫ້ການນຳໃຊ້ເນື້ອທີ່ດິນ ແລະ ແຫຼ່ງນ້ຳເກີດປະໂຫຍດສູງສຸດ ໂດຍຕາມແຜນການຂອງຂະແໜງການ ຈະສຸມໃສ່ 75 ບ້ານ ໃນເນື້ອທີ່ລວມ 591 ເຮັກຕາ, ຄາດຄະເນຜົນຜະລິດ 3,428 ໂຕນ ສະເລ່ຍ 5.8 ໂຕນຕໍ່ເຮັກຕາ; ພ້ອມທັງສືບຕໍ່ຊຸກຍູ້ປະຊາຊົນໃຫ້ຜະລິດຢ່າງຕໍ່ເນື່ອງ, ນຳໃຊ້ທີ່ດິນ ແລະ ແຫຼ່ງນ້ຳຢ່າງເໝາະສົມ ເພື່ອຍົກສູງຜົນຜະລິດ, ສ້າງລາຍຮັບ ແລະ ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງປະຊາຊົນໃນທ້ອງຖິ່ນ.
![]() |
ການຜະລິດກະສິກຳ ຖືເປັນຂະແໜງການພື້ນຖານທີ່ສຳຄັນຕໍ່ການສ້າງລາຍຮັບ, ຍົກລະດັບຊີວິດການເປັນຢູ່ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ແກ່ປະຊາຊົນ. ສຳລັບເມືອງລະຄອນເພັງ ແຂວງສາລະວັນ ຊຶ່ງເປັນເມືອງເຂດທົ່ງພຽງທີ່ມີສະພາບພູມສັນຖານເໝາະສົມຕໍ່ການປູກຝັງ ແລະ ລ້ຽງສັດ, ປະຊາຊົນສ່ວນໃຫຍ່ ໄດ້ຍຶດຖືອາຊີບກະສິກຳເປັນຫຼັກ ເພື່ອສ້າງຄວາມເຂັ້ມແຂງດ້ວຍຕົນເອງ ກ້າວໄປສູ່ການພັດທະນາເສດຖະກິດຄອບຄົວ ຕາມແນວທາງນະໂຍບາຍຂອງພັກ ໃນການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ.
![]() |
ພາບ-ຂ່າວ: ສ.ພະຈັນ



ຄໍາເຫັນ