ຄະດີເຂົ້າມາສານປະຊາຊົນແຂວງມີ 84 ເລື່ອງ (ຄະດີຂັ້ນຕົ້ນ 75 ເລື່ອງ ແລະ ຄະດີຂັ້ນອຸທອນ 9 ເລື່ອງ), ໃນນັ້ນ, ຄ້າງມາແຕ່ປີ 2025 ຈຳນວນ 23 ເລື່ອງ ແລະ ເຂົ້າໃໝ່ 61 ເລື່ອງ, ໄດ້ແກ້ໄຂແລ້ວ 69 ເລື່ອງ ເທົ່າກັບ 83,51%, ກຳລັງດໍາເນີນ 15 ເລື່ອງ, ໃນນັ້ນມີຄະດີອາຍາ 59 ເລື່ອງ, ແກ້ໄຂໄດ້ 54 ເລື່ອງ ເທົ່າກັບ 91,52%; ຄະດີແພ່ງ 3 ເລື່ອງ, ແກ້ໄຂໄດ້ 2 ເລື່ອງ ເທົ່າກັບ 66,66%; ຄະດີການຄ້າ 6 ເລື່ອງ, ແກ້ໄຂແລ້ວ 3 ເລື່ອງ ເທົ່າກັບ 50%; ຄະດີຄອບຄົວ 2 ເລື່ອງ, ແກ້ໄຂແລ້ວ 1 ເລື່ອງ ເທົ່າກັບ 50%; ຄະດີເດັກ 5 ເລື່ອງ, ແກ້ໄຂແລ້ວ 100%; ຄະດີເຂົ້າມາສານປະຊາຊົນເຂດ I ມີ 28 ເລື່ອງ, ມີຄະດີຄ້າງມາແຕ່ປີ 2025 ຈຳນວນ 5 ເລື່ອງ ແລະ ເຂົ້າໃໝ່ 23 ເລື່ອງ, ແກ້ໄຂແລ້ວ 26 ເລື່ອງ ເທົ່າກັບ 92,85%, ກຳລັງດໍາເນີນ 2 ເລື່ອງ, ໃນນັ້ນ, ມີຄະດີອາຍາ 4 ເລື່ອງ, ແກ້ໄຂແລ້ວ 100%; ຄະດີແພ່ງ 23 ເລື່ອງ, ແກ້ໄຂໄດ້ 21 ເລື່ອງ ເທົ່າກັບ 91,30%; ຄະດີຄອບຄົວ 1 ເລື່ອງ, ແກ້ໄຂແລ້ວ 100%; ຄະດີເຂົ້າມາສານປະຊາຊົນເຂດ II ມີ 14 ເລື່ອງ, ມີຄະດີຄ້າງມາແຕ່ປີ 2025 ຈຳນວນ 2 ເລື່ອງ ແລະ ເຂົ້າໃໝ່ 12 ເລື່ອງ, ແກ້ໄຂແລ້ວ 7 ເລື່ອງ ເທົ່າກັບ 50%, ກຳລັງດໍາເນີນ 7 ເລື່ອງ; ໃນນັ້ນມີຄະດີແພ່ງ 11 ເລື່ອງ, ແກ້ໄຂໄດ້ 4 ເລື່ອງ ເທົ່າກັບ 36,36%, ຄະດີຄອບຄົວ 3 ເລື່ອງ, ແກ້ໄຂແລ້ວ 3 ເລື່ອງ ເທົ່າກັບ 100%, ຄະດີອາຍາ ແລະ ຄະດີແຮງງານ 0 ເລື່ອງ.
ທ່ານ ນາງ ສີວິໄລ ຜາວິໄລ ໃຫ້ຮູ້ຕື່ມວ່າ: ສໍາລັບທິດທາງແຜນການ 1 ປີຕໍ່ໜ້າ, ຄະນະພັກ-ຄະນະນໍາສານປະຊາຊົນແຂວງເຊກອງ ຈະສືບຕໍ່ຄົ້ນຄວ້າພິຈາລະນາຕັດສິນ, ພິພາກສາຄະດີຂັ້ນຕົ້ນ, ຂັ້ນອຸທອນໃຫ້ມີຄວາມວ່ອງໄວ, ໂປ່ງໃສ ເປັນທໍາ ໃຫ້ບັນລຸຕາມຄາດໝາຍ ຄື: ຄະດີອາຍາໃຫ້ບັນລຸ 90% ຂຶ້ນໄປ, ຄະດີແພ່ງ ແລະ ຄະດີການຄ້າໃຫ້ບັນລຸ 75% ຂຶ້ນໄປ, ຄະດີຄອບຄົວ, ແຮງງານ ແລະ ເດັກໃຫ້ບັນລຸໄດ້ 85% ຂຶ້ນໄປ, ອັດຕາຂໍອຸທອນບໍ່ໃຫ້ເກີນ 15%. ຂ່າວ: ພຸດທະສອນ
ຄໍາເຫັນ