![]() |
ທ່ານ ໄພວັນ ຈັນທະສຸກ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງຫຼວງພະບາງໄດ້ກ່າວວ່າ: ການຈັດຂະບວນການບໍລິຈາກເລືອດຄັ້ງນີ້ ພາຍໃຕ້ຫົວຂໍ້ “ໃຫ້ເລືອດ ໃຫ້ຊີວິດ” ຊາວໜຸ່ມ-ໄວໜຸ່ມບຸກໃໝ່ ແບ່ງປັນຮອຍຍີ້ມສູ່ສັງຄົມ ດ້ວຍການບໍລິຈາກເລືອດ ເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ ເປັນການສ້າງຂະບວນການ ຕ້ອນຮັບວັນຊາດ ວັນທີ 2 ທັນວາ, ຄົບຮອບ 51 ປີ ທີ່ຈະໝູນວຽນມາຄົບຮອບອີກວາລະໜຶ່ງເຊິ່ງເປັນອີກໜຶ່ງກິດຈະກຳທີ່ຄະນະບໍລິຫານງານຊາວໜຸ່ມແຂວງ ຈັດຂຶ້ນ, ໂອກາດສ້າງຂະບວນການຕ້ອນຮັບວັນສຳຄັນຂອງພັກ ຂອງຊາດ, ຮຽກຮ້ອງໃຫ້ສະມາຊິກຊາວໜຸ່ມ ຈົ່ງພ້ອມກັນປະກອບສ່ວນ ໃນການບໍລິຈາກເລືອດ ເພື່ອຊ່ວຍເຫຼືອຄົນເຈັບ ທີ່ຕ້ອງການເລືອດ ເຂົ້າໃນການປິ່ນປົວສຸຂະພາບ.
ທ່ານ ຄຳຫຼ້າ ລຽນປະດິດ ໄດ້ກ່າວເຖິງຄວາມສຳຄັນຂອງການບໍລິຈາກເລືອດ ເປັນການທຳບຸນກຸສົນອັນຍິ່ງໃຫຍ່ ເນື່ອງຈາກໄດ້ປະກອບສ່ວນຊ່ວຍເຫຼືອຄົນເຈັບ ທີ່ຕ້ອງການເລືອດ ເພາະເລືອດບໍ່ມີໂຮງງານຜະລິດ ມີແຕ່ການບໍລິຈາກຂອງຄົນໃນສັງຄົມເທົ່ານັ້ນ, ນອກຈາກເປັນການຊ່ວຍເຫຼືອສັງຄົມແລ້ວ ຈະເຮັດໃຫ້ສຸຂະພາບຂອງຜູ້ບໍລິຈາກເລືອດ ແຂງແຮງຂຶ້ນຕື່ມອີກ, ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ພ້ອມກັນປະກອບສ່ວນ ບໍລິຈາກເລືອດໃຫ້ກວ້າງຂວາງ, ໂດຍສະເພາະຜູ້ທີ່ມີສຸຂະພາບແຂງແຮງຄົບຕາມເງື່ອນໄຂ ຈົ່ງພ້ອມໃຈກັນບໍລິຈາກເລືອດ, ສ່ວນຜູ້ທີ່ເຄີຍບໍລິຈາກເລືອດ ຕ້ອງພ້ອມກັນຮັກສາສຸຂະພາບ ແລະຮ່ວມບໍລິຈາກເລືອດໃຫ້ເປັນປົກກະຕິ.ສຳລັບຜູ້ທີ່ບໍ່ມີເງື່ອນໄຂບໍລິຈາກເລືອດ ສາມາດບໍລິຈາກວັດຖຸ-ປັດໄຈ ຊ່ວຍໃຫ້ຂະບວນການບໍລິຈາກເລືອດມີຄວາມຟົດຟື້ນ.
![]() |
ກິດຈະກຳຄັ້ງນີ້, ມີຫຼາຍພາກສ່ວນ ໃຫ້ການສະໜັບສະໜູນເປັນຕົ້ນ ອາຫານ, ເຂົ້າໜົມ ແລະນ້ຳດື່ມ ໃຫ້ຜູ້ສະໝັກບໍລິຈາກເລືອດ, ພ້ອມນີ້, ຜູ້ທີ່ສະໝັກບໍລິຈາກເລືອດທຸກຄົນ ໄດ້ຮັບໃບຍ້ອງຍໍຈາກຄະນະບໍລິຫານງານຊາວໜຸ່ມແຂວງ ຕື່ມອີກ, ສໍາລັບເລືອດທີ່ໄດ້ຮັບຈາກການບໍລິຈາກ ແມ່ນຈະນຳໄປໃສ່ໃຫ້ຄົນເຈັບ ທີ່ຕ້ອງການເລືອດ ຢູ່ບັນດາໂຮງໝໍພາຍໃນແຂວງຫຼວງພະບາງ.
ຂ່າວ-ພາບ: ອາພຸດເດດ ບຸບຜາ


ຄໍາເຫັນ