ຊຽງຂວາງສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

ຊຽງຂວາງສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

ຊຽງຂວາງສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ
ແຂວງ​ຊຽງ​ຂວາງໄດ້​ຈັດກອງປະຊຸມ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ3ສ້າງ 5ປີ(2021-2025) ແລະ ທິດທາງແຜນການ5ປີ(2026-2030), ໃນວັນທີ18ພະຈິກນີ້,ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງສະຫບວຽກງານກສາງຮາກຖານການເມອງ - image 1
 

 

ທ່ານ ບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານ ໄດ້ຜ່ານຮ່າງບົດສະຫຼຸບໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 056/ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍການປັບປຸງຮາກຖານການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງ ແລະ ໜັກແໜ້ນ ແລະ ບັນດາຄຳສັ່ງ, ນິຕິກຳຕ່າງໆຂອງຂັ້ນເທິງ ເພື່ອສ້າງຄວາມເຂັ້ມແຂງຂອງລະບົບບໍລິຫານລັດໃນໄລຍະໃໝ່, ທັງສຸມທຶນຮອນ, ກໍາລັງຄົນເຂົ້າໃສ່ກໍ່ສ້າງຮາກຖານພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເສດຖະກິດ-ວັດທະນະທໍາສັງຄົມໄດ້ຮັບການພັດທະນາ, ລະບົບການບໍລິຫານລັດມີຄວາມເຂັ້ມແຂງ,ສ້າງບ້ານປ້ອມໝັ້ນສູ້ຮົບໄດ້ 29 ບ້ານ, ກຸ່ມບ້ານສູ້ຮົບຕິດລ່ຽນໄດ້ 3 ກຸ່ມ, ສ້າງບ້ານປ້ອງກັນຄວາມສະຫງົບດີ ໄດ້ 127 ບ້ານ, ຄອບຄົວປ້ອງກັນຄວາມສະຫງົບດີ ໄດ້ 12,894 ຄອບຄົວ, ບ້ານປ້ອງກັນຊາດເຂັ້ມແຂງ ໄດ້ 296 ບ້ານ, ຄອບຄົວປ້ອງກັນຊາດເຂັ້ມແຂງ 33,913 ຄອບຄົວ, ບ້ານປອດຢາເສບຕິດໄດ້ 96 ບ້ານ, ໂຮງຮຽນປອດຢາເສບຕິດ 93 ແຫ່ງ;ຕັ້ງໜ້າ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຕາມ 2 ວາລະແຫ່ງຊາດ, ຫັນພະນັກງານຂອງແຂວງ, ຂອງເມືອງລົງກໍ່ສ້າງຮາກຖານຢູ່ 5 ເມືອງ, 46 ກຸ່ມບ້ານ, 284 ບ້ານເປົ້າໝາຍ.

ສາມາດສ້າງຄອບຄົວພົ້ນທຸກໄດ້ 4,538 ຄອບຄົວ ທຽບໃສ່ແຜນບໍ່ປະຕິບັດໄດ້ 91 ຄອບຄົວ, ສ້າງບ້ານພົ້ນທຸກ ໄດ້ 116 ບ້ານ ປະຕິບັດໄດ້ເກີນແຜນ 11 ບ້ານ; ສ້າງເມືອງພົ້ນທຸກ ໄດ້ 1 ເມືອງ, ສ້າງບ້ານພັດທະນາໄດ້ 96 ບ້ານ ທຽບໃສ່ແຜນບໍ່ປະຕິບັດໄດ້ 1 ບ້ານ;ແຂວງໄດ້ຈັດຕັ້ງຜັນຂະຫຍາຍນິຕິກໍາກ່ຽວກັບວຽກງານ 3 ສ້າງຂັ້ນສູນກາງ,ໂດຍອອກເປັນນິຕິກໍາຂອງແຂວງ ໂດຍສະເພາະ ການແບ່ງຂັ້ນຄຸ້ມຄອງຕາມທິດສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ;ບັນດາພະແນກການ,ກົມກອງ, ຫ້ອງການຂັ້ນແຂວງ ໄດ້ສໍາເລັດການແບ່ງຂັ້ນຄຸ້ມຄອງໃຫ້ຂັ້ນເມືອງຕາມນິຕິກໍາທີ່ໄດ້ກໍານົດໄວ້.

ຊຽງຂວາງສະຫບວຽກງານກສາງຮາກຖານການເມອງ - image 2
 

ກອງປະຊຸມຄັ້ງນີ້ໄດ້ຮັບຟັງ ເຊື່ອມຊຶມ ບັນດານິຕິກຳຂອງແຂວງ ທີ່ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ3ສ້າງ; ບັນດາຜູ້ແທນກອງປະຊຸມ ໄດ້ປະກອບຄຳເຫັນໃສ່ກັບແຜນວຽກໃນຕໍ່ໜ້າ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນສູງ.

ທ່ານພູວົງອຸ່ນຄຳແສນໄດ້ມີຄຳເຫັນຊີ້ນຳ ໂດຍເນັ້ນໜັກໃຫ້ເພີ່ມທະວີເຮັດວຽກງານການເມືອງ-ແນວຄິດໃຫ້ແຂງແຮງ, ປັບປຸງເນື້ອໃນ, ຮູບການ ແລະ ວິທີການກໍ່ສ້າງຮາກຖານການເມືອງ, ເປັນເຈົ້າການສະກັດກັ້ນ, ຕ້ານ ແລະ ແກ້ໄຂໜໍ່ແໜງປະກົດການຫຍໍ້ທໍ້ຕ່າງໆ, ປັບປຸງລະບົບການເມືອງຢູ່ຮາກຖານໃຫ້ເຂັ້ມແຂງ ແລະ ໃນຖັນແຖວ ປກຊ-ປກສ; ສຸມໃສ່ຈັດຕັ້ງປະຕິບັດ2ວາລະປຫ່ງຊາດ, ແກ້ໄຂຄວາມທຸກຍາກຢ່າງມີຈຸດສຸມ, ຍູ້ແຮງວຽກງານ3ສ້າງ ໃຫ້ສອດຄ່ອງກັບທິດທາງການປັບປຸງບູລະນະການປົກຄອງທ້ອງຖິ່ນ ໃນໄລຍະໃໝ່ທີ່ມີຕາແສງ.

ໃນພິທີຍັງໄດ້ປະດັບຫຼຽນ ໄຊຊັ້ນ3ໃຫ້ພະນັກງານ5ທ່ານ, ຫຼຽນກາແຮງງານຈຳນວນ9ທ່ານ, ໃບຍ້ອງຍໍ7ທ່ານ, ປະດັບຫຼຽນກາພັດທະນາໃຫ້ບໍລິສັດ ຊີແວວ ອິນເຕີເນເຊິນນໍ ເຕັກໂນໂລຊີ ອີເນີຈີລາວຈຳກັດ; ໃຫ້ກຽດປະດັບຫຼຽນໂດຍທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ.

ຂ່າວ: ບຸນມີ ແສງທຸມມີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄໍາມ່ວນເກັບກ່ຽວເຂົ້ານາປີສຳ​ເລັດແລ້ວ 86.5%

ຄໍາມ່ວນເກັບກ່ຽວເຂົ້ານາປີສຳ​ເລັດແລ້ວ 86.5%

ອີງຕາມຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການຜະ​ລິດເຂົ້ານາປີ 2026, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651ໂຕນ. ໃນນັ້ນ,ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ສນ​ຊ ມອບເຂົ້າແລະ ເງິນຊ່ວຍ​ເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ ແຂວງຫຼວງ​ນ້ຳ​ທາ

ສນ​ຊ ມອບເຂົ້າແລະ ເງິນຊ່ວຍ​ເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ ແຂວງຫຼວງ​ນ້ຳ​ທາ

ສູນ​ກາງ​ແນວ​ລາວ​ສ້າງ​ຊາດ (ສນ​ຊ) ໄດ້​ນຳ​ເອົາ​ເຂົ້າສານຈຳນວນ 160 ໂຕນ (ມູນຄ່າ 2,640,000,000 ກີບ) ແລະ ເງິນສົດ 100 ລ້ານກີບໄປ​ມອບ​ໃຫ້​ແຂວງຫຼວງ​ນ້ຳ​ທາ ເພື່ອ​ນຳ​ໄປ​ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກ​ຄວາມ​ເດືອດ​ຮ້ອນ​ຂອງ​ປະ​ຊາ​ຊົນຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຟ​ພ​ພິ​ບັດ​ນ້ຳ​ຖ້ວມ.
ຄອສພ ເຊື່ອມຊຶມວຽກປ້ອງກັນພາຍໃນ ແລະ ເຊັນບົດບັນທຶກປະສານງານກັບ ກົມ 200

ຄອສພ ເຊື່ອມຊຶມວຽກປ້ອງກັນພາຍໃນ ແລະ ເຊັນບົດບັນທຶກປະສານງານກັບ ກົມ 200

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ ແລະ ພິທີເຊັນບົດບັນທຶກການປະສານງານ ຮ່ວມກັບ ກົມປ້ອງກັນພາຍໃນ (ກົມ 200) ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ (ປກສ) ເພື່ອຍົກລະດັບການຮ່ວມມືດ້ານວິຊາສະເພາະ ແລະ ປົກປັກຮັກສາຄວາມລັບຂອງຊາດໃນສະພາບການໃໝ່ ໃນວັນທີ 19 ພະຈິກນີ້ ທີ່ສະໂມສອນ ຂອງ ຄອສພ; ໂດຍການເປັນປະທານກ່າວເປີດ ແລະ ສະຫຼຸບ ຂອງສະຫາຍ ສາຄອນ ພົມມະລາດ ຄະນະປະຈຳພັກ ປະທານກວດກາພັກ ຮອງຫົວໜ້າ ຄອສພ ແລະ ຮອງປະທານຄະນະ ປກຊ-ປກສ ພາຍໃນ ຄອສພ ພ້ອມດ້ວຍຄະນະພັກ, ຄະນະປ້ອງກັນພາຍໃນ ຄອສພ ແລະ ຄະນະ-ນັກວິທະຍາກອນ ຈາກ ກົມ 200 ກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.
ໂຄງການຢູ່ລິນໃນລະບົບຕ່ອງໂສ້ອຸດສາຫະກຳເຄື່ອງເທດຄົບວົງຈອນ

ໂຄງການຢູ່ລິນໃນລະບົບຕ່ອງໂສ້ອຸດສາຫະກຳເຄື່ອງເທດຄົບວົງຈອນ

ທ່ານ ຊົ້ງຈຸ່ຍ ຮອງປະທານບໍລິສັດເຄື່ອງເທດ ຟູດາຢູ່ລິນຮຸ່ນສ່ວນຈໍາກັດ ໄດ້ໃຫ້ສໍາພາດເນື່ອງໃນໂອກາດທີ່ ສື່ມວນຊົນລາວ ແລະ ສື່ມວນຊົນສະມາຊິກອາຊຽນທ່ຽວຊົມທ່່າເຮືອດັ່ງກ່າວ ວ່າ: ທ່າເຮືອໂລຈິສຕິກເຄື່ອງເທດສາກົນຟູດາຢູ່ລິນ ທີ່ລົງທຶນກໍ່ສ້າງໂດຍກຸ່ມຟູດາ, ເປັນໂຄງການສຳຄັນລະດັບເຂດປົກ ຄອງຕົນເອງກວາງຊີຈວ້າງ, ເປັນເວທີສຳຄັນຂອງຕະຫຼາດສະຖານທີ່ເຄື່ອງເທດຢູ່ລິນທີ່ສ້າງຮ່ວມລະຫວ່າງຂັ້ນແຂວງ ກັບ ກະຊວງ ແລະ ເປັນໂຄງການສຳຄັນຂອງຢູ່ລິນໃນການສ້າງລະບົບຕ່ອງໂສ້ອຸດສາຫະກຳເຄື່ອງເທດຄົບວົງຈອນ ແລະ ໂຄງການມີແຜນການໃຊ້ທີ່ດິນທັງໝົດປະມານ 900 ເມົ່າ (ປະມານ 60 ເຮັກຕາ), ພື້ນທີ່ກໍ່ສ້າງທັງໝົດປະມານ 700,000 ຕາແມັດ ແລະ ເງິນລົງທຶນທັງໝົດປະມານ 3 ຕື້ຢວນ.
ສ້າງຄວາມເຂັ້ມແຂງ ການລຶບລ້າງການຈຳແນກ ຢູ່ສະຖານທີ່ເຮັດວຽກ ໃຫ້ພະນັກງານກໍາມະບານ

ສ້າງຄວາມເຂັ້ມແຂງ ການລຶບລ້າງການຈຳແນກ ຢູ່ສະຖານທີ່ເຮັດວຽກ ໃຫ້ພະນັກງານກໍາມະບານ

ກົມປົກປ້ອງແຮງງານ ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບອົງການແຮງງານສາກົນ ປະຈຳ ສປປ ລາວ (ILO) ໄດ້ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງກ່ຽວກັບການລຶບລ້າງການຈໍາແນກ ແລະ ການລ່ວງລະເມີດ ຢູ່ສະຖານທີ່ເຮັດວຽກ ໃຫ້ພະນັກງານກໍາມະບານ ແລະ ສະຫະພັນແມ່ຍິງ ແລະ ກໍາມະບານຮາກຖານຢູ່ຫົວໝ່ວຍແຮງງານ ຂຶ້ນໃນລະຫວ່າງວັນທີ 19-20 ພະຈິກນີ້ ທີ່ສະຖາບັນພັດທະນາກໍາມະບານລາວ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ອະທິລັດ ອຸດົມເດດ ຮອງກົມປົກປ້ອງແຮງງານ ສກລ ແລະ ທ່ານ ບຸນທະວີ ບຸນມີ ຜູ້ປະສານງານໂຄງການລຶບລ້າງການຈໍາແນກຢູ່ສະຖານທີ່ເຮັດວຽກ, ການລ່ວງລະເມີດ ແລະ ການນໍາໃຊ້ແຮງງານເດັກຢູ່ ສປປ ລາວ ເພື່ອສະໜັບສະໜູນການຄ້າ ແລະ ການປະຕິບັດລະບຽບການອົງການແຮງງານສາກົນໄອໂລ, ມີສໍາມະນາກອນ, ວິທະຍາກອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງໝົດ 40 ທ່ານ ຍິງ 26 ທ່ານ.
ເປີດໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ 2 ເມືອງ ໃນ ນວ ຢ່າງເປັນທາງການ

ເປີດໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ 2 ເມືອງ ໃນ ນວ ຢ່າງເປັນທາງການ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບບໍລິສັດ ແພງພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ໄດ້ຈັດພິທີເປີດໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ 2 ເມືອງ ຄື: ເມືອງນາຊາຍທອງ ແລະ ເມືອງໄຊທານີ ນວ ແຕ່ທາງຫຼວງແຫ່ງຊາດ 13 ເໜືອ ບ້ານດົງຫຼວງ ຫາ ບ້ານດົງຊຽງດີ ເມືອງນາຊາຍທອງ, ບ້ານໜອງພະຍາ (ເສັ້ນທາງຕານມີໄຊ ຫາ ສີເກີດ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ລວງຍາວ 9.48 ກິໂລແມັດ, ທາງໜ້າກວ້າງ 12 ແມັດ ມູນຄ່າ 280,852,547,980 ກີບ ແລະ ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແຕ່ບ້ານດົງຫຼວງ ຫາ ບ້ານນາຊາຍເໜືອ ແລະ ບ້ານດົງຊຽງດີ ເມືອງນາຊາຍທອງ ນວ ລວງຍາວ 4.84 ກິໂລແມັດ, ໜ້າທາງ ກວ້າງ 7-12 ແມັດ ມູນຄ່າ 119,913,428,880 ກີບ ລວມມູນຄ່າ 400,765,976,860 ກີບ ຂຶ້ນຢ່າງເປັນທາງການ ໃນວັນທີ 18 ພະຈິກນີ້, ທີ່ຫ້ອງການບ້ານໂພນແກ້ວ ເມືອງນາຊາຍທອງ ນວ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສຸລິວັນ ພົມມະຫາໄຊ ກຳມະການພັກ ນວ ເລຂາພັກເມືອງນາຊາຍທອງ, ມີທ່ານ ນາງ ແພງພອນ ຂັນທະຍົງທອງ ປະທານບໍລິສັດແພງພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ, ມີຮອງຫົວໜ້າພະແນກ ຍທຂ ນວ, ຮອງເລຂາພັກເມືອງ, ຕາແສງສີເກີດ, ນາຍບ້ານແຕ່ລະບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ເຂົ້າຮ່ວມກິດຈະກຳການເດີນເຮືອ

ສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ເຂົ້າຮ່ວມກິດຈະກຳການເດີນເຮືອ

ທ່ານ ຈາງ ໄຄ ປະທານກຸ່ມບໍລິສັດຄອງຜິງລູ້ ພັດທະນາວັດທະນະທໍາ ແລະ ທ່ອງທ່ຽວ ຈໍາກັດ ໄດ້ໃຫ້ສໍາພາດ ເນື່ອງໃນໂອກາດທີ່ສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ໄດ້ເຂົ້າຮ່ວມກິດຈະກຳໃນການລ່ອງເຮືອຕາມຄອງຜິງລູ້ ຄັ້ງນີ້ວ່າ: ສໍາລັບສະພາບການຂອງເສັ້ນທາງເດີນເຮືອຜູ້ໂດຍສານນັບແຕ່ກຸ່ມບໍລິສັດຄອງຜິງລູ້ພັດທະນາວັດທະນະທໍາ ແລະ ທ່ອງທ່ຽວ ຈໍາກັດໄດ້ເປີດການເດີນເຮືອ 4 ເສັ້ນທາງຂົນສົ່ງຜູ້ໂດຍສານທາງນໍ້າໄດ້ບັນລຸຕາມເປົ້າໝາຍ “ການເດີນເຮືອກໍໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ” ຊຶ່ງໃນວັນທີ 7 ພະຈິກ ຜ່ານມາ ຄອງຜິງລູ້ ກໍໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ເປີດການເດີນເຮືອທັງໝົດໄດ້ 541 ຖ້ຽວ, ສາມາດຮັບນັກທ່ອງທ່ຽວ 68,000 ກວ່າຄົນ. ໃນນັ້ນ, ຕອນໜານໜິງໄດ້ເປີດການເດີນເຮືອທັງໝົດ 245 ຖ້ຽວ, ຮັບນັກທ່ອງທ່ຽວ 30,000 ກວ່າຄົນ; ຕອນຊິນໂຈວໄດ້ເປີດການເດີນເຮືອທັງໝົດ 296 ຖ້ຽວ, ຮັບນັກທ່ອງທ່ຽວປະມານ 38,000 ຄົນ.
ອົງການກາແດງ ມອບເຄື່ອງຊ່ວຍເຫຼືອ 14 ບ້ານ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງນາແລ

ອົງການກາແດງ ມອບເຄື່ອງຊ່ວຍເຫຼືອ 14 ບ້ານ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງນາແລ

​ ໃນວັນທີ 15-16 ພະຈິກ ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ປະຊາຊົນ 14 ບ້ານ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງນາແລ ແຂວງຫຼວງນໍ້າທາ ມີ 14 ບ້ານທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ປະກອບມີ: ບ້ານສະໂຫຼຍ, ທົ່ງຖອນ, ວັງມີໄຊ, ຫາດລອຍ, ບ້ານເລາະ, ຫາດຈອນ, ຫາດນາແລ້ງ, ຄອນຈັນ, ພູລາ, ພູປາດ, ພູລວງ, ສາງອາກ, ບ້ານນາແລ້ງ ແລະ ບ້ານຫາດແຕະ.
ຄະນະນໍາໜັງສືພິມປະຊາຊົນ ພົບປະສອງຝ່າຍກັບ ໜັງສືພິມເຢິນເຢິນ

ຄະນະນໍາໜັງສືພິມປະຊາຊົນ ພົບປະສອງຝ່າຍກັບ ໜັງສືພິມເຢິນເຢິນ

ໃນວັນທີ 17ພະຈິກນີ້, ທີ່ໜັງສືພິມເຢິນເຢິນສຽງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສີວັນ ຫອມໄຊຍະເດດ ກຳມະການຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະສອງຝ່າຍກັບ ສະຫາຍ ເລກວັກມິງ ກຳມະການສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມເຢິນເຢິນ ຮອງຫົວໜ້າໂຄສະນາສຶກສາສູນກາງ ປະທານສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບ.
ເພີ່ມເຕີມ