![]() |
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍເຜີຍແຜ່ເອກະສານນິຕິກຳທີ່ສຳຄັນຈາກ ກົມ 200 ກະຊວງ ປກສ ເປັນຕົ້ນແມ່ນທິດສະດີພື້ນຖານກ່ຽວກັບວຽກງານປ້ອງກັນພາຍໃນສຳນັກງານອົງການ, ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະປ້ອງກັນພາຍໃນ, ລະບຽບການປ້ອງກັນພາຍໃນ ແລະ ລະ ບຽບການປ້ອງກັນປົກປັກຮັກສາຄວາມລັບຂອງຊາດ, ວຽກງານດ້ານຍຸດທະສາດກັບປັບປຸງປ່ຽນແປງໃໝ່.
ພ້ອມກັນນີ້, ຍັງໄດ້ມີພິທີເຊັນບົດບັນທຶກການປະສານງານລະຫວ່າງ ກົມປ້ອງກັນພາຍໃນ ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະປ້ອງກັນພາຍໃນ ຄອສພ ເພື່ອສ້າງກົນໄກການຮ່ວມມືທີ່ແໜ້ນແຟ້ນ ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຕົວຈິງ; ສະຫາຍ ສາຄອນ ພົມມະລາດ ໃຫ້ຮູ້ວ່າ ໃນສະພາບການທີ່ພາກພື້ນ ແລະ ສາກົນ ມີການຜັນແປຢ່າງສະຫຼັບສັບຊ້ອນ, ອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ໄດ້ສືບຕໍ່ເຄື່ອນໄຫວມ້າງເພທຳລາຍດ້ວຍຫຼາຍຮູບແບບ ໂດຍສະເພາະທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ການນຳໃຊ້ສື່ສັງຄົມອອນລາຍ. ດັ່ງນັ້ນ, ວຽກງານປ້ອງກັນພາຍໃນ ຈຶ່ງເປັນໜ້າທີ່ສຳຄັນຍຸດທະສາດ ແລະ ເປັນຄວາມຮັບຜິດຊອບໂດຍກົງຂອງພະນັກງານ-ສະມາຊິກພັກທຸກສະຫາຍ ໂດຍສະເພາະຢູ່ ຄອສພ ຊຶ່ງເປັນອົງການເສນາທິການດ້ານວຽກງານການ ເມືອງ-ແນວຄິດຂອງພັກ; ໃນໂອກາດສະຫຼຸບກອງປະຊຸມ, ສະຫາຍໄດ້ເນັ້ນໜັກໃຫ້ທຸກພາກສ່ວນປະຕິບັດ 3 ບັນຫາສຳຄັນ ຄື: 1. ເປັນເຈົ້າການຜັນຂະຫຍາຍນິຕິກຳ: ຄະນະປ້ອງກັນພາຍໃນ ຄອສພ ແລະ ບັນດາກົມ/ທຽບເທົ່າກົມ ຕ້ອງນຳເອົາເນື້ອໃນເອກະສານໄປຜັນຂະຫຍາຍ ແລະ ປະຕິບັດຢ່າງເຂັ້ມງວດ ໂດຍສະເພາະລະບຽບການປ້ອງກັນພາຍໃນ ແລະ ການປົກປັກຮັກສາຄວາມລັບຂອງຊາດ, 2. ຍົກສູງສະຕິລະວັງຕົວ: ພະນັກງານ-ລັດຖະກອນທຸກສະຫາຍ ຕ້ອງມີສະຕິໃນການຄຸ້ມຄອງເອກະສານທາງລັດຖະການ ແລະ ລະມັດລະວັງການນຳໃຊ້ສື່ສັງຄົມອອນລາຍ ລວມທັງລະບົບເອເລັກໂຕຣນິກ ບໍ່ໃຫ້ມີຊ່ອງວ່າງໃຫ້ຄົນບໍ່ດີສວຍໃຊ້, 3. ປະຕິບັດບົດບັນທຶກໃຫ້ເກີດຜົນເປັນຈິງ: ຄະນະປ້ອງກັນພາຍໃນ ຄອສພ ຕ້ອງເປັນເຈົ້າການແລກປ່ຽນຂໍ້ມູນຂ່າວສານ ແລະ ປະສານສົມທົບກັບ ກົມ 200 ເປັນປົກກະຕິ ເພື່ອຖອດຖອນບົດຮຽນ ແລະ ແກ້ໄຂບັນຫາໄດ້ຢ່າງທັນການ.
![]() |
ໃນວັນດຽວກັນ, ບັນດາສະຫາຍທີ່ເຂົ້າຮ່ວມ ຍັງໄດ້ຮັບຟັງ ການສະຫຼຸບວຽກງານປ້ອງກັນພາຍໃນ 5 ປີ ຜ່ານມາ ຂອງ ຄອສພ, ການກຳນົດທິດທາງແຜນການ 5 ປີຕໍ່ໜ້າ ພ້ອມທັງປະກາດແຕ່ງຕັ້ງຄະນະປ້ອງກັນພາຍໃນຊຸດໃໝ່ ແລະ ມອບໃບຍ້ອງຍໍໃຫ້ແກ່ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນອີກດ້ວຍ.
(ຂ່າວ: ແສງຈັນ)


ຄໍາເຫັນ