![]() |
ສະຫາຍ ຫງວຽນຄັກຕວ່ານ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ສະຫາຍ ສີວັນ ຫອມໄຊຍະເດດ ພ້ອມດ້ວຍຄະນະທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 16 - 20 ພະຈິກ ນີ້, ພ້ອມທັງລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງນະຄອນດາໜັງໃຫ້ຮັບຊາບ. ໃນໄລຍະຜ່ານມາ, ນະຄອນດາໜັງ ແລະ ບັນດາແຂວງພາກໃຕ້ຂອງລາວໄດ້ມີການຮ່ວມມືໃນຫຼາຍໆດ້ານແລະ ໃນປີ 2027 ນີ້, ນະຄອນດາໜັງ ຈະໄດ້ຈັດຫຼາຍກິດຈະກຳເພື່ອສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບລາວ-ຫວຽດນາມ ຄົບຮອບ 50 ປີ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຫວຽດນາມ ຄົບຮອບ 65 ປີ ແລະ ເຫດການສຳຄັນອື່ນໆອີກ. ພ້ອມນີ້, ສະເໜີໃຫ້ໜັງສືພິມປະຊາຊົນຊ່ວຍໂຄສະນາໃນໂອກາດສະເຫຼີມສະຫຼອງ 2 ວັນປະຫວັດສາດດັ່ງກ່າວ.
ການເຄື່ອນໄຫວຄັ້ງນີ້, ສະຫາຍ ສີວັນ ຫອມໄຊຍະເດດ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງສະຫາຍ ຫງວຽນຄັກຕວ່ານ ພ້ອມດ້ວຍຄະນະ ຊຶ່ງນະຄອນດາໜັງເປັນນະຄອນທີ່ມີຊື່ສຽງແລະ ມີການພັດທະນາໃນຫຼາຍດ້ານເຊັ່ນ: ດ້ານການຄ້າ, ການຂົນສົ່ງ, ການລົງທຶນ, ການທ່ອງທ່ຽວທຳມະຊາດ,ປະຫວັດສາດ, ວັດທະນະທໍາ. ພ້ອມທັງແຈ້ງໃຫ້ຊາບຈຸດປະສົງໃນການເດີນທາງມາຢ້ຽມຢາມເພື່ອແລກປ່ຽນການພົວພັນຮ່ວມມືກັບໜັງສືພິມເຢິນເຢິນ ສຽງຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ເພື່ອນໍາເອົາບົດຮຽນໄປພັດທະນາໜັງສືພິມປະຊາຊົນ ໃຫ້ມີປະສິດທິພາບສູງຂຶ້ນເພື່ອເສີມຂະຫຍາຍຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
![]() |
ພ້ອມນີ້, ສະຫາຍຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນຍັງໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ໂຄສະນາໃນໂອກາດການສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບລາວ-ຫວຽດນາມ ຄົບຮອບ 50 ປີ ແລະສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຫວຽດນາມ ຄົບຮອບ 65 ປີ ແລະ ວັນສຳຄັນຕ່າງໆທີ່ສອງຊາດລາວ-ຫວຽດນາມ ຈັດຂຶ້ນ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືສອງຊາດໃຫ້ກ້າວເຂົ່າສູ່ລວງເລິກ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ ແລະ ໃນອະນາຄົດຫວັງວ່າໜັງສືພິມປະຊາຊົນ ແລະ ນະຄອນດາໜັງ ຈະມີການຮ່ວມມືກັນໃນຫຼາຍດ້ານ.
ໂອກາດນີ້, ສະຫາຍ ຫງວຽນຄັກຕວ່ານ ໄດ້ອວຍພອນໃຫ້ຄະນະຜູ້ແທນໜັງສືພິມປະຊາຊົນພ້ອມດ້ວຍຄະນະຈົ່ງປະສົບຜົນສຳເລັດໃນການຢ້ຽມຢາມແລກປ່ຽນບົດຮຽນຄັ້ງນີ້ ແລະ ສະເໜີໃຫ້ສອງໜັງສຶພິມປະຊາຊົນລາວ-ຫວຽດນາມ ຈົ່ງເພີ່ມທະວີການພົວພັນຮ່ວມມືກ້າວສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ຂ່າວ: ພູວັນ


ຄໍາເຫັນ