ສະຫາຍເລຫາຍບິ່ງໄດ້ກ່າວສະແດງຄວາມຍິນດີຕ້ອນຮັບແລະຕີລາຄາສູງຕໍ່ສະຫາຍສີວັນຫອມໄຊນະເດດພ້ອມດ້ວຍຄະນະທີ່ໄດ້ມາເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ສສຫວຽດນາມໃນລະຫວ່າງວັນທີ 16 ຫາ 20 ພະຈິກ 2026 ນີ້, ພ້ອມທັງສະແດງຄວາມຊົມຕໍ່ສະຫາຍສີວັນຫອມໄຊຍະເດດທີ່ໄດ້ຮັບຕຳແໜ່ງເປັນຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ.ຈາກນັ້ນ, ສະຫາຍໄດ້ລາຍງານໃຫ້ຮູ້ວ່າ:ໃນໄລຍະຜ່ານມາ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນໄດ້ມີການຈັດກອງປະຊຸມຄົ້ນຄວ້າແລກປ່ຽນກັບສະຖາບັນການເມືອງການປົກຄອງແຫ່ງຊາດຂອງລາວໃນຫົວຂໍ້ສະເພາະ 3 ຊຸດພ້ອມດ້ວຍການແລກປ່ຽນກັບຝ່າຍລາວໃນເງື່ອນໄຂຕ່າງໆແລະໃນປີ 2027 ນີ້,ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນຈະໄດ້ຈັດຫຼາຍກິດຈະກຳເພື່ອສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບລາວ-ຫວຽດນາມຄົບຮອບ 50 ປີແລະສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຫວຽດນາມຄົບຮອບ 65 ປີແລະເຫດການສຳຄັນອື່ນໆອີກພ້ອມນີ້, ສະເໜີໃຫ້ໜັງສືພິມປະຊາຊົນຊ່ວຍໂຄສະນາໃນໂອກາດວັນສຳຄັນດັ່ງກ່າວ.
ການພົບປະຄັ້ງນີ້, ສະຫາຍສີວັນຫອມໄຊຍະເດດໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງສະຫາຍເລຫາຍບິ່ງພ້ອມດ້ວຍຄະນະຊຶ່ງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນເປັນສະຖາບັນອັນດັບໜຶ່ງໃນການຝຶກຝົນພະນັກງານລາວເພື່ອກ້າວເປັນການນໍາໃນອະນາຄົດ, ພ້ອມທັງແຈ້ງໃຫ້ຊາບຈຸດປະສົງໃນການເດີນທາງມາຢ້ຽມຢາມຄັ້ງນີ້,ເພື່ອແລກປ່ຽນການຮ່ວມມືໃນຂົງເຂດວຽກງານໜັງສືພິມເພື່ອນໍາເອົາບົດຮຽນໃນການເຄື່ອນໄຫວຄັ້ງນີ້ໄປພັດທະນາໜັງສືພິມປະຊາຊົນໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງມີຄຸນນະພາບເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືຄວາມສາມັກຄີພິເສດຮອບດ້ານຂອງສອງຊາດລາວ-ຫວຽດນາມໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ພ້ອມນີ້, ສະຫາຍຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນຍັງໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ໂຄສະນາໃນໂອກາດການສະເຫຼີມສະຫຼອງວັນສຳຄັນຕ່າງໆທີ່ສອງຊາດລາວ-ຫວຽດນາມຈັດຂຶ້ນດ້ວຍຫຼາກຫຼາຍສີສັນເພື່ອສົ່ງເສີມສາຍພົວພັນຮ່ວມມືສອງຊາດໃຫ້ກ້າວເຂົ່າສູ່ລວງເລິກແລະໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
ຂ່າວ: ພູວັນ
ຄໍາເຫັນ