ອັນທໍາອິດ, ການສ້າງການເຊື່ອມໂຍງໄດ້ຮັບການເພີ່ມທະວີຢ່າງຕໍ່ເນື່ອງ, ການເຊື່ອມໂຍງດ້ານພື້ນ
ຖານໂຄງລ່າງ ແລະ ດ້ານນະໂຍບາຍ ໄດ້ຮັບການພັດທະນາຫຼາຍຂຶ້ນ. ສອງປະເທດກໍາລັງເລັ່ງລັດຊຸກຍູ້ການປະຕິບັດສົນທິສັນຍາວ່າດ້ວຍການຈັດຕັ້ງວຽກງານການກວດກາສອງຄັ້ງຜ່ານປະຕູດຽວ.
ສະເພາະການຂົນສົ່ງຜູ້ໂດຍສານຢູ່ດ່ານສະຖານີທາງລົດໄຟ ລາວ-ຈີນ (ບໍ່ເຕ່ນ-ບໍ່ຫານ) ລະຫວ່າງ ລັດຖະບານສອງປະເທດ, ຊຸກຍູ້ເສັ້ນທາງຄໍານີ້ໃຫ້ມີປະສິດທິພາບສູງສຸດໃນການສັນຈອນ, ພ້ອມທັງປັບປຸງເງື່ອນໄຂການຂົນສົ່ງທາງອາກາດ ແລະ ທາງນ້ຳໃຫ້ດີຂຶ້ນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນທີ່ຂ້າມແດນ ແລະ ການຄ້າໂລຈິສຕິກ. ໂຄງການສາຍສົ່ງໄຟຟ້າຂ້າມແດນ ແລະ ໂຄງການພະລັງງານສະອາດ ໄດ້ຮັບການຈັດຕັ້ງເປັນຢ່າງດີ, ຕາຂ່າຍໄຟຟ້າໃນພາກພື້ນໄດ້ຮັບການເຊື່ອມໂຍງຫຼາຍຂຶ້ນ, ການຮ່ວມມືດ້ານການພັດທະນາພະລັງງານໄຟຟ້ານ້ຳຕົກໄດ້ເຮັດໃຫ້ລາວນັບມື້ນັບກາຍເປັນໝໍ້ໄຟແຫ່ງອາຊີຕາເວັນອອກສ່ຽງໃຕ້. ການເຊື່ອມໂຍງດ້ານພື້ນຖານໂຄງລ່າງບໍ່ພຽງແຕ່ເພີ່ມກໍາລັງຂັບເຄື່ອນໃຫ້ການເຊື່ອມໂຍງດ້ານນະໂຍບາຍເທົ່ານັ້ນ,ຍັງຊຸກຍູ້ການເຊື່ອມໂຍງດ້ານຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນອີກດ້ວຍ.
ອັນທີສອງ, ການປະສານສົມທົບດ້ານຕ່ອງໂສ້ອຸດສາຫະກຳ ແລະ ການສະໜອງໄດ້ຮັບການພັດ
ທະນາ, ການຮ່ວມມືດ້ານເສດຖະກິດການຄ້າເຕັມໄປດ້ວຍຄວາມຟົດຟື້ນ. ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ໄດ້ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງລາວລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຊຸກຍູ້ການຮ່ວມມືດ້ານການພັດທະນາອຸດສາຫະກຳສີຂຽວ ແລະ ດໍາເນີນການຮ່ວມມືໃນຂົງເຂດຊັບພະຍາກອນແຮ່ທາດ, ສ້າງລະບົບການຮ່ວມມືດ້ານການພັດທະນາຊັບພະຍາກອນແຮ່ທາດສີຂຽວ, ສະໜັບສະໜູນວິສາຫະກິດຈີນ ໃນການເລັ່ງລັດສ້າງຖານການຜະລິດຝຸ່ນໂບຕາສຢູ່ລາວ.
ທ່ານ ທອງລຸນ ສີສຸລິດ ໄດ້ໄປຢ້ຽມຢາມການພັດທະນາດ້ານປັນຍາປະດິດ ແລະ ການຄ້າເອເລັກໂຕຣນິກຂ້າມແດນຂອງຈີນຢ່າງໃກ້ຊິດ ຢູ່ນະຄອນຫາງໂຈ່ວ ທີ່ເປັນນະຄອນອັນເຕັມໄປດ້ວຍຄວາມມີຊີວິດຊີວາ ແລະ ການປະດິດສ້າງໃໝ່. ໂດຍອີງໃສ່ແລວທາງເສດຖະກິດ ລາວ-ຈີນ ແລະ ເວທີອື່ນໆ, ການຮ່ວມມືດ້ານເສດຖະກິດການຄ້າຂອງສອງປະເທດ ໄດ້ຂະຫຍາຍໄປສູ່ທົ່ວຕ່ອງໂສ້ອຸດສາຫະກຳ ແລະ ຂັ້ນຕອນທີ່ມີມູນຄ່າເພີ່ມສູງ. ສອງປະເທດຈະຮ່ວມກັນຊຸກຍູ້ການສ້າງພື້ນຖານໂຄງລ່າງດີຈີຕອນການຫັນເປັນທັນສະ ໄໝ ຄື: ສູນຂໍ້ມູນແຫ່ງຊາດລາວລະບົບຄລາວຄອມພິວຕິ້ງ (Cloud Computing) ລາວ ແລະ ອື່ນໆ ເພື່ອຊຸກຍູ້ການພັດທະນາແບບດີຈີຕອນຂອງລາວ. ການຮ່ວມມືໃນຮູບແບບທຸລະກິດໃໝ່ ເຊັ່ນ: ໂລຈິສຕິກແບບລະບົບສະຕິປັນຍາຕ່າງໆ ໄດ້ຮັບການຂະຫຍາຍຕົວຢ່າງຮອບດ້ານ, ຊຸກຍູ້ການພັດທະນາຂອງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງຂອງລາວ.
ອັນທີສາມ, ການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກໄດ້ສ້າງຄວາມອົບອຸ່ນໃຫ້ແກ່ປະຊາຊົນ ແລະ ແຕກດອກອອກຜົນຢ່າງຫຼວງຫຼາຍ. ການຫຼຸດຜ່ອນຄວາມທຸກຍາກ ແລະ ການສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນ ແມ່ນຈຸດສຸມຂອງການພັດທະນາລາວ. ທ່ານ ທອງລຸນ ສີສຸລິດ ໄດ້ເດີນທາງມາຮອດ ບ້ານຢູເມືອງອ່ານຈີ ແຂວງເຈີ້ຈ່ຽງ ທີ່ເປັນແຫ່ງກໍາເນີດຂອງແນວຄິດ "ນ້ຳໃສພູຂຽວກໍຄືພູຄຳພູເງິນເພື່ອສໍາຫຼວດຮູບແບບການພັດທະນາການທ່ອງທ່ຽວຢູ່ຊົນນະບົດ ແລະ ອຸດສາຫະກຳຊົນນະບົດທີ່ມີລັກສະນະພິເສດ "ການໃຊ້ໄມ້ໄຜ່ເພື່ອທົດແທນຢາງພລາສຕິກ". "ໂຄງການພັນ ແລະ ໝື່ນ" ໄດ້ເຮັດໃຫ້ຊົນນະບົດປ່ຽນໂສມໜ້າໃໝ່. ທ່ານ ທອງລຸນ ສີສຸລິດ ມີຄວາມຮູ້ສຶກວ່າ: ອັນນີ້ເປັນພາລະກິດທີ່ຍິ່ງໃຫຍ່, ຕ້ອງຮໍ່າຮຽນ. ການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກຂອງສອງປະເທດ ຢຶດໝັ້ນການນໍາເອົາບົດຮຽນການລຶບລ້າງຄວາມທຸກຍາກຂອງຈີນ ຕິດພັນກັບສະພາບຕົວຈິງຂອງລາວ, ເຮັດໃຫ້ປະຊາຊົນສາມາດຮັບຜົນປະໂຫຍດຂອງການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກ ລາວ-ຈີນ ຢ່າງແທ້ຈິງ.
ຄໍາເຫັນ