ໃນຕົ້ນເດືອນມິຖຸນາ ປີ 2026, ໃນໄລຍະການຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ປະຊາຊົນຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ຊຶ່ງໄດ້ສະເໜີວ່າ: ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ຢ່າງຈະແຈ້ງ.
ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ໄດ້ເນັ້ນໜັກວ່າ: ຝ່າຍຈີນຖືລາວເປັນທິດທາງສຳຄັນໃນການທູດກັບປະເທດເພື່ອນບ້ານໃກ້ເຮືອນຄຽງຢ່າງສະເໝີຕົ້ນສະເໝີປາຍ, ເດັດດ່ຽວສະໜັບສະໜູນຝ່າຍລາວໃນການເດີນຕາມເສັ້ນທາງສັງຄົມນິຍົມ ທີ່ສອດຄ່ອງກັບສະພາບການຕົວຈິງຂອງຕົນ, ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ເພື່ອເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ສາມັກຄີກັນຢ່າງໃກ້ຊິດ ເພື່ອຊຸກຍູ້ສາຍພົວພັນ ລາວ-ຈີນ ໃຫ້ກ້າວຂຶ້ນສູ່ລະດັບໃໝ່ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່. ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຍັງໄດ້ສະເໜີຄວາມເຫັນ 4 ຂໍ້ ກ່ຽວກັບການຊຸກຍູ້ສາຍພົວພັນ ລາວ-ຈີນ ແລະ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ຄື: ຢຶດໝັ້ນທິດທາງສັງຄົມນິຍົມ, ສ້າງພື້ນຖານການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃຫ້ໝັ້ນຄົງ, ຮັກສາມິດຕະພາບອັນເປັນມູນເຊື້ອລະຫວ່າງປະຊາຊົນ ແລະ ເພີ່ມທະວີການປະສານງານດ້ານນະໂຍບາຍການຕ່າງປະເທດ ຊຶ່ງໄດ້ຊີ້ທິດທາງໃຫ້ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ໄດ້ກຳນົດເປົ້າໝາຍພື້ນຖານແຫ່ງການສ້າງການຫັນເປັນທັນສະໄໝສັງຄົມນິຍົມທີ່ມີລັກສະນະພິເສດຂອງຕົນ ຢ່າງຈະແຈ້ງກວ່າເກົ່າ ແລະ ໄດ້ກະຕຸ້ນກໍາລັງຂັບເຄື່ອນພາຍໃນຂອງການພັດທະນາທີ່ການຫັນເປັນທັນສະໄໝ. ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ໄດ້ເນັ້ນໜັກວ່າ ຝ່າຍລາວເຫັນດີນຳເປັນຢ່າງສູງ ແລະ ສະໜັບສະໜູນໃນການຍົກລະດັບຖານະຂອງສາຍພົວພັນສອງຝ່າຍ,ຍິນດີຮ່ວມກັບຝ່າຍຈີນ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງໃນລະດັບສູງ, ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງໃນການປ້ອງກັນຊາດ ແລະ ການປະຕິບັດກົດໝາຍ.
ອັນທໍາອິດ, ຮ່ວມກັນປົກປັກຮັກສາລະບອບສັງຄົມນິຍົມ ແລະ ຖານະການກໍາອໍານາດຂອງພັກ.
ໃນເວລາຢ້ຽມຢາມຢູ່ປັກກິ່ງ, ທ່ານ ທອງລຸນ ສີສຸລິດ ໄດ້ໄປຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ ທີ່ເປັນໂຮງຮຽນທີ່ເພິ່ນເຄີຍຮ່ຳຮຽນຕໍ່ ຫຼາຍກວ່າ 20 ປີກ່ອນ. ທ່ານກ່າວວ່າ, ເນື້ອໃນທີ່ການຮ່ຳຮຽນ ແລະ ແລກປ່ຽນຢູ່ໂຮງຮຽນພັກ ໄດ້ສະໜອງບົດຮຽນອັນລ້ຳຄ່າ ແລະ ຂໍ້ອ້າງອີງທີ່ມີຜົນປະໂຫຍດ ໃຫ້ແກ່ການກໍ່ສ້າງພັກ ແລະ ການພັດທະນາປະເທດຂອງລາວ, ລາວກໍຈະສືບຕໍ່ເດີນຕາມເສັ້ນທາງສັງຄົມນິຍົມຢ່າງບໍ່ຢຸດຢັ້ງ. ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຈີນ ມີພາລະໜ້າທີ່ປະຫວັດສາດໃນການສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ, ພັດທະນາປະເທດຊາດ ແລະ ສ້າງຄວາມກ້າວໜ້າໃຫ້ແກ່ມວນມະນຸດ. ການຢຶດໝັ້ນການນໍາພາຂອງພັກ ແລະ ເສັ້ນທາງສັງຄົມນິຍົມ ແມ່ນລັກສະນະທາດແທ້ທີ່ຊັດເຈນທີ່ສຸດ ແລະ ພື້ນຖານການເມືອງທີ່ໜັກແໜ້ນທີ່ສຸດຂອງ ສາຍພົວພັນ ລາວ-ຈີນ.
ອັນທີສອງ, ເພີ່ມທະວີການຊີ້ນໍາດ້ານຍຸດທະສາດຂອງການພົວພັນລະຫວ່າງສອງພັກ.
ການໄປມາຫາສູ່ກັນລະຫວ່າງພັກການເມືອງມີບົດບາດຊີ້ນຳທິດທາງຕໍ່ການພັດທະນາສາຍພົວພັນ ລາວ-ຈີນ. ພາຍໃຕ້ການຊີ້ນຳດ້ານຍຸດທະສາດຂອງຜູ້ນໍາສູງສຸດ ສອງພັກສອງລັດ ລາວ-ຈີນ, ສອງພັກມີການພົວພັນແລກປ່ຽນທີ່ເປັນປະຈຳ, ດຳເນີນການແລກປ່ຽນຕາມກົນໄກ, ຮັກສາສະພາບທີ່ການພົວພັນກັນແບບໄປຢ້ຽມຢາມພີ່ນ້ອງ. ຖະແຫຼງການຮ່ວມ ລາວ-ຈີນ ໄດ້ຊີ້ໃຫ້ເຫັນວ່າ ສືບຕໍ່ເສີມຂະຫຍາຍບົດບາດພິເສດ ຂອງສາຍພັກ ຢ່າງເຕັມສ່ວນ, ສືບຕໍ່ລົງເລິກ ແລະ ເປີດກວ້າງການແລກປ່ຽນການຮ່ວມມືລະຫວ່າງສອງພັກ ເພື່ອເພີ່ມກໍາລັງຂັບເຄື່ອນອັນເຂັ້ມແຂງໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ.
ອັນທີສາມ, ລົງເລິກການແລກປ່ຽນບົດຮຽນດ້ານການປົກຄອງປະເທດ ແລະ ການບໍລິຫານການເມືອງ.
ພັກກໍາອໍານາດ ລາວ-ຈີນ ມີມູນເຊື້ອອັນດີງາມໃນການແລກປ່ຽນຖອດຖອນບົດຮຽນ. ນັບແຕ່ການຈັດກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຈີນ ຄັ້ງທຳອິດໃນປີ 2010 ເປັນຕົ້ນມາ ແລະ ໄດ້ຈັດຂຶ້ນຢ່າງລຽນຕິດ 13 ຄັ້ງ, ໄດ້ຄົ້ນຄວ້າ ແລະ ປຶກສາຫາລືຢ່າງເລິກເຊິ່ງ ໃນຫົວຂໍ້ທີ່ກ່ຽວຂ້ອງ ແລະ ແບ່ງປັນບົດຮຽນດ້ານການບໍລິຫານຂອງສອງຝ່າຍ. ຜົນສຳເລັດການລຶບລ້າງຄວາມທຸກຍາກ ແລະ ບົດຮຽນການປົກຄອງພັກ ແລະ ປົກຄອງລັດຂອງຈີນ ນັບມື້ນັບໄດ້ຮັບການຮັບຮູ້ຈາກປະຊາຊົນລາວຫຼາຍຂຶ້ນ ໂດຍຜ່ານການພິມຈຳໜ່າຍປຶ້ມສະບັບພາສາລາວ ຂອງ ທ່ານ ສີ ຈິ້ນຜິງ ວ່າດ້ວຍການປົກຄອງປະເທດ ແລະ ບໍລິຫານການເມືອງການຫຼຸດພົ້ນຈາກຄວາມທຸກຍາກ ແລະ ປຶ້ມອື່ນໆ.
ນອກຈາກນີ້, ລາວ ແລະ ຈີນ ໄດ້ເສີມຂະຫຍາຍຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ ໄປສູ່ການດໍາເນີນການຮ່ວມມືດ້ານຄວາມໝັ້ນຄົງຢ່າງໜຽວແໜ້ນສູງ. ສອງຝ່າຍເຫັນດີໃນການສ້າງຕັ້ງກົນໄກການປະສານງານດ້ານຍຸດທະສາດ 3+3 (ການຕ່າງປະເທດ, ການປ້ອງກັນຊາດ, ການປ້ອງກັນຄວາມສະຫງົບ), ໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນໃນການຮ່ວມມືດ້ານຄວາມໝັ້ນຄົງການປ້ອງກັນຊາດ,ປະຕິບັດກົດໝາຍ ແລະ ບັນຫາອື່ນໆ. ການສ້າງກົນໄກນີ້ໄດ້ເປັນສັນຍາລັກທີ່ວ່າ ການຮັບຮູ້ດ້ານການພັດທະນາ ແລະ ຄວາມໝັ້ນຄົງ ແລະ ການປະສານສົມທົບດ້ານຍຸດທະສາດ ຂອງສອງປະເທດໄດ້ບັນລຸໃນລະດັບສູງໃໝ່.
ຄໍາເຫັນ