ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ
ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ໄລຍະ 5 ປີ (2022-2026) ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ ໃນວັນທີ 13 ພະຈິກ 2026 ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ,ມີພະແນກການ-ກົມກອງອ້ອມຂ້າງແຂວງ, ບັນດາເມືອງ-ນະຄອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫວນນະເຂດ ສະຫບວຽກງານກສາງຮາກຖານການເມອງ-ພດທະນາຊນນະບດ - image 1
 

ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ແລະ ຍັງໄດ້ໃຫ້ກຽດເຜີຍແຜ່ເນື້ອໃນສຳຄັນມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ສະບັບເລກທີ 72/ຄບສພ, ລົງວັນທີ 12 ຕຸລາ 2026.

ທ່ານ ອ່ອນລຳພັນ ບົວສີແກ້ວ ຫົວໜ້າຫ້ອງວ່າການແຂວງ ທັງເປັນຫົວໜ້າກອງເລຂາ ລາຍງານວ່າ: ໄລຍະຜ່ານມາ, ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ສູງໃນການນຳພາ-ຊີ້ນຳວຽກງານ 3 ປະສານ (ວຽກກໍ່ສ້າງຮາກຖານການເມືອງ, ວຽກພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກສາມສ້າງ). ນອກນັ້ນ, ຍັງໄດ້ມີການປະກອບສ່ວນໃນທົ່ວສັງຄົມທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ຫຼາຍຄາດໝາຍ ແລະ ຕົວຊີ້ບອກ ສາມາດບັນລຸ ແລະ ມີຄວາມຄືບໜ້າໃນລະດັບດີ, ຜ່ານການສະຫຼຸບຕີລາຄາ ຈາກຂະແໜງການກ່ຽວຂ້ອງ, ໃນທົ່ວແຂວງມີ 1,034 ບ້ານ, ມີ 180,433 ຄອບຄົວ, ໃນນັ້ນມີຄອບຄົວພົ້ນທຸກ 160,328 ຄອບຄົວ ກວມເອົາ 88.86%, ຄອບຄົວພັດທະນາ 132,946 ຄອບຄົວ, ກວມເອົາ 73.68%, ບ້ານພົ້ນທຸກ 836 ບ້ານ ກວມ 80.85%, ມີບ້ານພັດທະນາ 319 ບ້ານ, ກວມເອົາ 30.85% ຂອງຈໍານວນບ້ານທົ່ວແຂວງ, ມີເມືອງພົ້ນທຸກແລ້ວ 11 ເມືອງ. ພ້ອມນີ້, ຍັງໄດ້ເອົາໃຈໃສ່ໃກ້ຊິດຕິດແທດອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດແລະປະຊາຊົນທົ່ວແຂວງ ໂດຍເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງ ແລະ ນິຕິກຳຕ່າງໆ, ປຸກລະດົມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ເຊື່ອມຊຶມມະຕິກອງປະຊຸມຄະນະບໍລິຫານງານພັກ ສະໄໝທີ X, ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດບັນດາມະຕິສະພາປະຊາຊົນແຂວງ ແລະ ແຜນພັດທະນາພື້ນຖານໂຄງລ່າງ ຢູ່ບັນດາບ້ານຂອງເມືອງ ມີຄວາມເຂັ້ມແຂງຢູ່ຂັ້ນຮາກຖານ.

ໃນກອງປະຊຸມ, ຍັງໄດ້ມີການລາຍງານການຈັດຕັ້ງປະຕິບັດວຽກງານ 3 ສ້າງ 5 ປີ 2022-2026 ແລະ ທິດທາງແຜນການ; ລາຍງານວຽກງານປ້ອງກັນຊາດ ໃນການສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນ ຕິດພັນກັບວຽກກໍ່ສ້າງຮາກຖານການເມືອງ, ການແກ້ໄຂ ແລະ ສະກັດກັ້ນ ບັນຫາຄ້າຂາຍເຖື່ອນ ຕາມເຂດບ້ານລຽບຊາຍແດນ ລາວ-ໄທ, ລາວ-ຫວຽດນາມ, ການລັກລອບດູດແຮ່-ຊາຍຕາມລໍານໍ້າຂອງ; ລາຍງານວຽກງານປ້ອງກັນຄວາມສະຫງົບສຸກ ເປັນຕົ້ນ ການຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ; ລາຍງານກ່ຽວກັບແຜນພັດທະນາ 6 ຕາແສງ ໃນ 5 ເມືອງ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ຂ່າວ: ສະຫວັນນະເຂດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ຄະນະຈັດຕັ້ງ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025), ພ້ອມທັງວາງທິດທາງການສ້າງແຜນກຳນົດພະນັກງານໄລຍະ 5 ປີ (2026-2030), ໃນ​ວັນ​ທີ 16 ພະ​ຈິກ​ນີ້, ໂດຍເປັນກຽດເຂົ້າ ຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະນຳຄະນະຈັດຕັ້ງແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງສາລະວັນ ແຂວງ​ສາ​ລະ​ວັນຮ່ວມກັບຕາແສງບຶງໄຊ ຈັດພິທີເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 – 2027, ໃນວັນທີ 13ພະຈິກຜ່ານ​ມາ, ທີ່ໂຄງການຊົນລະປະທານຝາຍນໍ້າລົ້ນ ບ້ານໜອງໜໍ້ ຕາແສງບຶງໄຊ,ໂດຍມີ ທ່ານ ສະໄໝ ໂພທິສານ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນສາ ຄ່ຽມມະນີຂັນໄຊ ປະທານຄະນະກຳມະການປົກຄອງເມືອງສາລະວັນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກອົງການກວດກາລັດ ແຂວງສາລະວັນ ດຳເນີນກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ,ໃນວັນທີ 12ພະຈິກຜ່ານ​ມາ,ທີ່ຫ້ອງປະຊຸມຂອງຕົນໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ສົມສັກ ທົງຄໍາຫານ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ;ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າເຊື່ອມຄຸນນະພາບ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງ ໃນ​ວັນ​ທີ 13 ພະ​ຈິກ​ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຸພິດ ອິນທະໂພທອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະສະເພາະກິດຕ້ານສະກັດກັ້ນການຄ້າຂາຍເຖື່ອນ-ຄ້າຂາຍນອກລະບົບຂັ້ນເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ 2026) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (ວັນທີ 11 ພະຈິກ 2026), ພ້ອມ​ທັງ​ເປີດ​ຂະ​ບວນ​ການ​ຜະ​ລິດ​ລະ​ດູ​ແລ້ງສົກ​ປີ 2026-2027, ໃນ​ວັນ​ທີ 13 ພະ​ຈິກ​ນີ້ທີ່ ບ້ານ​ຫ້ວຍຕາ​ແສງດອນ​ໂຂງ, ໂດຍ​ມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາ ທົ່ວແຂວງໄຊສົມບູນ 5 ປີ (2021-2025) ແລະວາງທິດທາງແຜນການ 5 ປີ (2026-2030) ໄດ້ປິດ​ລົງໃນວັນທີ 12 ພະຈິກຜ່ານ​ມາ, ທີ່ສະໂມສອນຂອງແຂວງ ໂດຍການເປັນທານຂອງ ສະຫາຍ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ພອຍຄໍາ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ໃນລະຫວ່າງວັນທີ 12-13 ພະຈິກນີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງອັດ ຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະປີ 2021-2025 ແລະ ສ້າງແຜນກຳນົດພະນັກງານຊຸດໃໝ່ ໄລຍະປີ 2026-2030 ຂຶ້ນທີ່ຫ້ອງປະຊຸມຂອງພະແນກ, ເປັນກຽດເຂົ້າຮ່ວມຂອງທ່ານ ຄອນສະຫງ່າ ພິມມະສອນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ບຸນປອນ ອ່ອນໄຊວຽງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ວທ ແຂວງ, ມີທ່ານ ສົມຫວັງ ນາມສີນາ ກຳມະການພັກແຂວງ ຮອງປະທານກວດກາພັກ-ອົງການກວດກາລັດແຂວງ ພ້ອມດ້ວຍຄະນະພະແນກ, ຄະນະຮັບຜິດຊອບວຽກງານຈັດຕັ້ງຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ວັນທີ 11 ພະຈິກຜ່ານມາ, ທີ່ ອົງການໄອຍະການປະຊາຊົນແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ພະນັກງານອົງການໄອຍະການປະຊາຊົນ, ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ພອນທິບ ສາວະລີ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າອົງການໄອຍະການປະຊາຊົນແຂວງຄໍາມ່ວນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ວິທະຍາກອນ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ສີໃສ ລືເດດມູນສອນ ຢ້ຽມຢາມ ຫ້ອງການຕາແສງນາແພງ

ທ່ານ ນາງ ສີໃສ ລືເດດມູນສອນ ຢ້ຽມຢາມ ຫ້ອງການຕາແສງນາແພງ

ໃນວັນທີ 12 ພະຈິກຜ່ານມາ, ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ຫ້ອງການຕາແສງນາແພງ, ເມືອງທຸລະຄົມ, ແຂວງວຽງຈັນ, ເປັນກຽດຕ້ອນຮັບໂດຍທ່ານ ພູທະນູເພັດ ໄຊສົມບັດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງທຸລະຄົມ, ມີບັນດາການນຳແຂວງ, ການນຳເມືອງທຸລະຄົມ, ປະທານຄະນະກໍາມະການປົກຄອງຕາແສງ 4 ຕາແສງ, ຫົວໜ້າຫ້ອງການ ແລະ ເລຂາພັກບ້ານ ເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.
ສານປະຊາຊົນສູງສຸດ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ສານປະຊາຊົນສູງສຸດ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂຶ້ນໃນວັນທີ 13 ພະຈິກນີ້, ທີ່ ສປສສ ໂດຍການເປັນປະທານ ຂອງສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ ປະທານສານປະຊາຊົນສູງສຸດ, ມີບັນດາຮອງປະທານສານປະຊາຊົນສູງສຸດ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານ ເຂົ້າຮ່ວມ,
ເພີ່ມເຕີມ