![]() |
ທ່ານ ບັນດິດ ສິງຫາທຳ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໄດ້ລາຍງານໃຫ້ຮູ້ເຖິງຄວາມໝາຍຄວາມສຳຄັນຂອງພິທີດັ່ງກ່າວ ເຊິ່ງຈັດຂຶ້ນພາຍຫຼັງທີ່ປະຊາຊົນສຳເລັດການເກັບກ່ຽວເຂົ້ານາແຊງ ແລະ ກະກຽມເຂົ້າສູ່ການຜະລິດລະດູແລ້ງ ກໍຄືການປ່ອຍສັດລ້ຽງຕາມທຳມະຊາດ ຈຶ່ງຈຳເປັນຕ້ອງໄດ້ມີການສັກຢາປ້ອງກັນພະຍາດສັດກ່ອນ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ.
![]() |
ສຳລັບແຜນການຜະລິດລະດູແລ້ງ ສົກປີ 2026-2027 ທົ່ວເມືອງໂຂງ ໄດ້ວາງຄາດໝາຍສູ້ຊົນໃນເນື້ອທີ່ທັງໝົດ 2,669.49 ເຮັກຕາ; ໃນນັ້ນ, ປູກເຂົ້ານາແຊງ 2,301.49 ເຮັກຕາ ແລະ ປູກພືດສະບຽງອາຫານ 368 ເຮັກຕາ ໂດຍອາໄສລະບົບຊົນລະປະທານທີ່ສາມາດນຳໃຊ້ໄດ້ 18 ໂຄງການ ໃນ 16 ບ້ານ (ສະໜອງນໍ້າໃຫ້ນາແຊງ 490.50 ເຮັກຕາ ແລະ ປູກພືດ 9.50 ເຮັກຕາ) ຄຽງຄູ່ກັບຊົນລະປະທານປວງຊົນ 1,771 ເຄື່ອງ (ສະໜອງນໍ້າໃຫ້ນາແຊງ 1,810.99 ເຮັກຕາ ແລະ ປູກພືດ 358.50 ເຮັກຕາ).
![]() |
ສະເພາະບ້ານຫ້ວຍ ມີແຜນປູກເຂົ້ານາແຊງ 38.80 ເຮັກຕາ ແລະ ປູກພືດ 0.30 ເຮັກຕາ. ຄຽງຄູ່ກັນນັ້ນ, ທ່ານຍັງໄດ້ລາຍງານສະພາບການລ້ຽງສັດ ແລະ ການສັກຢາປ້ອງກັນພະຍາດສັດພາຍໃນເມືອງ ໂດຍປັດຈຸບັນທົ່ວເມືອງໂຂງມີສັດລ້ຽງເຊັ່ນ: ຄວາຍ 14,641 ໂຕ, ງົວ 20,431 ໂຕ, ໝູ 23,283 ໂຕ, ແບ້ 10,007 ໂຕ ແລະ ສັດປີກ 236,431 ໂຕ. ຜ່ານມາສາມາດຈັດຕັ້ງປະຕິບັດການສັກຢາປ້ອງກັນພະຍາດໃຫ້ຄວາຍໄດ້ 6,607 ໂຕ (ກວມເອົາ 45.12%), ງົວ 12,328 ໂຕ (ກວມເອົາ 60.33%) ແລະ ໝູ 7,576 ໂຕ (ກວມເອົາ 32.53%). ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງການຮັບມືກັບການລະບາດຂອງພະຍາດສັດ (ພະຍາດປາກເປື່ອຍລົງເລັບ ແລະ ພະຍາດເຕົ້າໂຮມເລືອດ) ທີ່ເກີດຂຶ້ນ 2 ຄັ້ງໃນ 19 ບ້ານໃນປີຜ່ານມາ ເຊິ່ງມີສັດເຈັບທັງໝົດ 799 ໂຕ (ງົວ 712 ໂຕ, ຄວາຍ 87 ໂຕ), ທາງວິຊາການໄດ້ສົມທົບກັບບ້ານລົງປິ່ນປົວດີ 736 ໂຕ ຫຼື ເທົ່າກັບ 92.11% ແລະ ມີສັດຕາຍ 63 ໂຕ (7.89%) ພ້ອມທັງໄດ້ອອກແຈ້ງການຫ້າມເຄື່ອນຍ້າຍ ແລະ ຫ້າມນຳເອົາຊີ້ນສັດທີ່ຕາຍຍ້ອນພະຍາດມາບໍລິໂພກຢ່າງເດັດຂາດ.
ຫຼັງຈາກນັ້ນ, ບັນດາການນໍາເມືອງພ້ອມດ້ວຍພະນັກງານວິຊາການ ໄດ້ນຳເອົາວັກຊິນປ້ອງກັນພະຍາດປາກເປື່ອຍລົງເລັບ 200 ໂດສ ແລະ ວັກຊິນປ້ອງກັນພະຍາດເຕົ້າໂຮມເລືອດ 200 ໂດສ ລົງສັກໃຫ້ສັດລ້ຽງຂອງປະຊາຊົນພາຍໃນບ້ານຫ້ວຍຢ່າງເປັນຂະບວນຟົດຟື້ນ.
ຂ່າວ-ພາບ: ເມືອງໂຂງ



ຄໍາເຫັນ