![]() |
ໃນໂອກາດດັ່ງກ່າວໄດ້ຮັບຟັງການຜ່ານບົດສະຫຼຸບລາຍງານຫຍໍ້ຕໍ່ກັບການລົງກວດສິນຄ້າໝົດອາຍຸຢູ່ພາຍໃນເມືອງ, ໃນນັ້ນສິນຄ້າທີ່ນໍາມາທໍາລາຍໃນຄັ້ງນີ້, ແມ່ນສິນຄ້າທີ່ເຈົ້າໜ້າທີ່ຂັ້ນເມືອງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງເຄື່ອນໄຫວກວດກາຢູ່ພາຍໃນຕະຫຼາດ, ຮ້ານຂາຍເຄື່ອງສົ່ງ, ຮ້ານຂາຍເຄື່ອງຍ່ອຍທົ່ວໄປ ພາຍໃນເທດສະບານເມືອງ ກໍຄື ບັນດາຮ້ານຄ້າຕ່າງໆ ໄດ້ພົບເຫັນສິນຄ້າໝົດອາຍຸຈຳນວນ 18 ຮ້ານ, ມີທັງໝົດ 15 ລາຍການ ເປັນຕົ້ນແມ່ນປະເພດ ເຂົ້າໜົມ, ນໍ້າອັດລົມ, ໜີ່ຍຳຍຳ, ນົມແລັກຕາຊອຍປອງ, ຄາເນຊັນ,ໂຈກ, ກະທິງແດງ, ນ້ຳລິບຕັນ, ນໍ້າໝາກລີນຈີ່, ນໍ້າສົ້ມ, ນໍ້າແຈວສົ້ມ, ນໍ້າໝາກໄມ້ ແລະ ອື່ນໆ ລວມມູນຄ່າທັງໝົດເກືອບ 6 ລ້ານກວ່າກີບ.
ການທໍາລາຍສິນຄ້າຄັ້ງນີ້, ເປັນການຈັດຕັ້ງຜັນຂະຫຍາຍບັນດານິຕິກໍາ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍສະເພາະ ກົດໝາຍວ່າດ້ວຍປົກປ້ອງຜູ້ຊົມໃຊ້, ດໍາລັດວ່າດ້ວຍ ການກວດກາການຄ້າ, ທັງນີ້ກໍເພື່ອກວດກາ ສະກັດກັ້ນ ການນໍາເຂົ້າ - ຈໍາໜ່າຍ ສິນຄ້າທີ່ບໍ່ມີຄຸນະພາບ, ສິນຄ້າເສື່ອມຄຸນ, ເສຍຄຸນ, ໝົດອາຍຸ ທີ່ສົ່ງຜົນກະທົບໂດຍກົງຕໍ່ຊີວິດ, ສຸຂະພາບ, ຊັບສິນ, ສິດ, ຜົນປະໂຫຍດຂອງຜູ້ຊົມໃຊ້, ສະກັດກັ້ນສິນຄ້າ ປອມແປງລອກຮຽນແບບ ເຊິ່ງຜິດຕໍ່ລະບຽບກົດໝາຍ, ທັງເປັນການຄຸ້ມຄອງ, ກວດກາຫົວໜ່ວຍທຸລະກິດໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດຫມາຍແລະ ເປັນການຊຸກຍູ້ສົ່ງເສີມການຜະລິດພາຍໃນ, ການນໍາເຂົ້າ, ການຈໍາໜ່າຍສິນຄ້າ ການບໍລິການໃຫ້ມີຄຸນນະພາບ, ໄດ້ມາດຕະຖານ, ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຍຸຕິທໍາ.
ພາບ,ຂ່າວ ນາງ ວັນນາ

ຄໍາເຫັນ