![]() |
ຊຸດຝຶກອົບຮົມໃນຄັ້ງນີ້, ໄດ້ມີການສົນທະນາແລກປ່ຽນບົດຮຽນ ແລະ ປະກອບຄຳຄິດເຫັນ ໃນຫົວຂໍ້ ກ່ຽວກັບການຕິດຕາມກວດກາ ການປະຕິບັດກົດໝາຍຕາມຂະບວນຍຸຕິທໍາ, ການຕິດຕາມ ກວດກາເຈົ້າໜ້າທີ່ອົງການສືບສວນ-ສອບສວນ ແລະ ພາກສ່ວນກ່ຽວຂ້ອງ ໃນການດໍາເນີນຄະດີອາຍາ, ວິທີການສືບສວນ-ສອບສວນ ແລະ ການເອົາຄໍາໃຫ້ການ, ການຕິດຕາມ ກວດກາ ການປະຕິບັດກົດໝາຍໃນການດໍາເນີນຄະດີແພ່ງ, ການຕິດຕາມກວດກາ ການປະຕິບັດກົດໝາຍຢູ່ຄ້າຍຄຸມຂັງ-ດັດສ້າງ, ວິທີການດໍາເນີນຄະດີການຟອກເງິນ, ການຄ້າມະນຸດ, ການຄ້າຂາຍສັດປ່າທີ່ຫວງຫ້າມ, ການດໍາເນີນຄະດີທາງເອເລັກໂຕນິກ (ແກ້ງຄໍເຊັນເຕີ), ເຕັກນິກການສ້າງເອກະສານທາງການ ແລະ ບັນຫາອື່ນໆ, ຊຶ່ງຈະເປັນການຍົກລະດັບຂີດຄວາມສາມາດໃຫ້ເຈົ້າໜ້າທີ່, ພະນັກງານໃນການດໍາເນີນຄະດີ ລວມທັງ ກໍລະນີສຶກສາກ່ຽວກັບການດໍາເນີນຄະດີຕ່າງໆ.
![]() |
ໂອກາດນີ້, ທ່ານ ນາງ ພອນທິບ ສາວະລີ ໄດ້ເນັ້ນໃຫ້ບັນດາຄູຝຶກ ເພີ່ມທະວີຄວາມຮັບຜິດຊອບສູງ ໃນການບັນລະຍາຍ ແລະ ນໍາສະເໜີບົດຮຽນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ສໍາມະນາກອນຮັບຮູ້ ແລະ ນໍາເອົາບົດຮຽນດັ່ງກ່າວ ມາໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງໃຫ້ໄດ້ຮັບຜົນດີ ເປັນຕົ້ນ ການສ້າງຄວາມເຂັ້ມແຂງໃຫ້ພະນັກງານໄອຍະການປະຊາຊົນ, ສານປະຊາຊົນ, ອົງການສືບສວນ-ສອບສວນ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ການຍົກສູງຄຸນນະພາບ ການດໍາເນີນຄະດີຕາມຂະບວນຍຸຕິທຳ, ກົດໝາຍ ແລະ ນິຕຳກຳອື່ນໆ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ຂ່າວ: ແດງສະຫວັດ


ຄໍາເຫັນ